ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

29 ຄົນ​ເສຍ​ຊີ​ວິດ ໃນ​ການ​ໂຈມ​ຕີ​ສອງ​ຄັ້ງ ​ໃນ​ປະ​ເທດ ເບີ​ກິ​ນາ ຟາ​ໂຊ


ທະ​ຫານ​ປ້ອງ​ກັນ​ປະ​ທາ​ນາ​ທິ​ບໍ​ດີ ຢູ່​ເທິງ​ລົດ​ຫຸ້ມ​ເກາະ ຢູ່​ໂຮງ​ແຮມ ໄລ​ໂກ (Laico) ນະ​ຄອນຫຼວງ ອົວ​ກາ​ດູ​ກູ, ປະ​ເທດ ເບີ​ກິ​ນາ ຟາ​ໂຊ. 20 ກັນ​ຍາ, 2015.
ທະ​ຫານ​ປ້ອງ​ກັນ​ປະ​ທາ​ນາ​ທິ​ບໍ​ດີ ຢູ່​ເທິງ​ລົດ​ຫຸ້ມ​ເກາະ ຢູ່​ໂຮງ​ແຮມ ໄລ​ໂກ (Laico) ນະ​ຄອນຫຼວງ ອົວ​ກາ​ດູ​ກູ, ປະ​ເທດ ເບີ​ກິ​ນາ ຟາ​ໂຊ. 20 ກັນ​ຍາ, 2015.

ບັນ​ດາ​ເຈົ້າ​ໜ້າ​ທີ່​ໃນ​ພາກ​ເໜືອ​ຂອງ​ປະ​ເທດ ເບີ​ກິ​ນາ ຟາ​ໂຊ ກ່າວ​ວ່າ ຢ່າງ​ໜ້ອຍ 29
ຄົນໄດ້ຖືກຂ້າຕາຍໃນສອງເຫດການແຍກກັນໃນວັນອາທິດວານນີ້.

ໂຄ​ສົກ​ລັດ​ຖະ​ບານ ທ່ານ ເຣ​ມິ​ສ ແດນ​ຈິ​ນູ ໄດ້​ກ່າວ​ໃນ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງວ່າ, ຢ່າງ​
ໜ້ອງ 15 ຄົນໄດ້ເສຍຊີວິດໃນເວລາທີ່ລົດບັນທຸກທີ່ຂົນສົ່ງປະຊາຊົນ ແລະ ສິນຄ້າ “ໄດ້
ແລ່ນໄປຢຽບລະເບີດສະແຫວງເຄື່ອງໃນຂົງເຂດ ບາຊາໂລໂກ.”

14 ຄົນ​ໄດ້​ເສຍ​ຊີ​ວິດ​ເວ​ລາ​ທີ່​ຂະ​ບວນ​ລົດ​ບັນ​ທຸກ​ອາ​ຫານ​ໄດ້​ຖືກ​ໂຈມ​ຕີ ໃນ​ແຂວງ ຊານ​
ມາເຕັງກາ, ອີງຕາມການກ່າວຂອງໂຄສົກ.

ອົງ​ການ​ຂ່າວ AFP ຂອງ ຝ​ຣັ່ງ ໄດ້​ລາຍ​ງານ​ວ່າ ແຫຼ່ງ​ຂ່າວ​ໃນ​ທ້ອງ​ຖິ່ນ​ໄດ້​ກ່າວ​ວ່າ ຜູ້​ທີ່
ໄດ້ເສຍຊີວິດສ່ວນຫຼາຍໃນຂະບວນລົດດັ່ງກ່າວ ແມ່ນຄົນຂັບລົດທີ່ຂົນສົ່ງສະບຽງອາ
ຫານສຳລັບຄົນຜູ້ທີ່ບໍ່ມີບ່ອນຢູ່ຍ້ອນການຕໍ່ສູ້ກັນ.

ທ່ານ ແດນ​ຈິ​ນູ ໄດ້​ກ່າວ​ວ່າ “ກຳ​ລັງ​ທະ​ຫານ​ເສີມ ໄດ້​ຖືກ​ສົ່ງ​ໄປ ແລະ ການກວດ​ຄົ້ນ​ຢ່າງ
ຮອບຄອບແມ່ນກຳລັງດຳເນີນຢູ່.”

ປະ​ຊາ​ຊົນຫຼາຍ​ລ້ານ​ຄົນ​ໃນ​ປະ​ເທດ ເບີ​ກິ​ນາ ຟາ​ໂຊ ແມ່ນ​ກຳ​ລັງ​ປະ​ເຊີນ​ກັບ​ໄພ​ສຸກ​ເສີນ​
ດ້ານມະນຸດສະທຳທີ່ບໍ່ເຄີຍມີມາກ່ອນ ຍ້ອນການອຶດຫິວທີ່ເພີ່ມຂຶ້ນ, ຄວາມບໍ່ໝັ້ນຄົງ
ແລະ ການບໍ່ມີທີ່ຢູ່ອາໄສ, ເຊິ່ງໂຄງການອາຫານໂລກ ໄດ້ເຕືອນເມື່ອບໍ່ດົນມານີ້.

ອົງ​ການ​ສະ​ຫະ​ປະ​ຊາ​ຊາດໄດ້​ລາຍ​ງາຍ​ ກ່ຽວ​ກັບ ການ​ຕໍ່​ສູ້​ທີ່​ຮຸນ​ແຮງ​ຂຶ້ນ, ບາງ​ຄັ້ງ​ຖືກ​
ກະຕຸ້ນໂດຍຄວາມເຊື່ອຂອງຊົນເຜົ່າ ແລະ ສາສະໜາ, ທີ່ໄດ້ບັງຄັບໃຫ້ປະຊາຊົນຫຼາຍ
ກວ່າ 237,000 ຄົນຕ້ອງຫຼົບໜີອອກຈາກບ້ານຂອງເຂົາເຈົ້າ.

ພວກ ຈີ​ຮາດ ໄດ້​ດຳ​ເນີນ​ການ​ໂຈມ​ຕີ​ຢ່າງ​ເປັນ​ປະ​ຈຳ​ໃສ່​ກອງ​ທັບ​ຂອງ ເບີ​ກິ​ນາ.

ປະ​ເທດ ເບີ​ກິ​ນາ ຟາ​ໂຊ ເຊິ່ງ​ແມ່ນ​ອະ​ດີດ​ຫົວ​ເມືອງ​ຂຶ້ນ​ຂອງ​ປະ​ເທດ ຝ​ຣັ່ງ​ ນັ້ນ, ແມ່ນ
ນຶ່ງໃນຫຼາຍປະເທດທີ່ທຸກຍາກທີ່ສຸດຂອງໂລກ.

ອ່ານ​ຂ່າວ​ນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG