ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສະຫະປະຊາຊາດ ກ່າວວ່າ 20 ລ້ານຄົນ ໃນ 4 ປະເທດ ປະເຊີນໜ້າ ກັບໄພອຶດຢາກ


ເດັກນ້ອຍແມ່ຍິງໂຊມາເລຍ ຄົນນຶ່ງ ຢືນຢູ່ນອກຕູບຂອງລາວ ທີ່ເມືອງ Qardho ປະເທດ Somalia.
ເດັກນ້ອຍແມ່ຍິງໂຊມາເລຍ ຄົນນຶ່ງ ຢືນຢູ່ນອກຕູບຂອງລາວ ທີ່ເມືອງ Qardho ປະເທດ Somalia.

ສະຫະ​ປະຊາ​ຊາດ​ ກ່າວ​ວ່າ ຕົນ​ຕ້ອ​ງການ​ເງິນ 4 ພັນ 4 ຮ້ອຍ​ລ້ານ​ໂດ​ລາ ພາຍ​ໃນ​
ເດືອນ​ກໍລະກົດ​ຈະ​ມາ​ເຖິງ​ນີ້ ​ເພື່ອ​ປ້ອງ​ກັນບໍ່​ໃຫ້​ເກີດ​ຄວາມ​ອຶດ​ຢາກ ​ຢູ່​ໃນປະເທດ
​ເຢ​ເມນ ຊູ​ດານ​ໃຕ້ ໂຊມາ​ເລຍ ​ແລະ​ພາກ​ຕາ​ເວັນ​ອອກສຽງ​ເໜືອ​ຂອງ​ໄນ​ຈີ​ເຣຍ.

ຫົວໜ້າ​ການ​ຊ່ວ​ຍເຫລືອ ​ດ້ານ​ມະນຸດ​ສະ​ທຳ​ ສະຫະ​ປະຊາ​ຊາດ ທ່ານ Stephen
O'Brien ​ທີ່​ຫາ​ກໍ່​ກັບມາ​ ຈາກ​ການ​ໄປ​ປະຕິ​ບັດ​ງານຢູ່​ບັນດາ​ປະ​ເທດ​ທີ່ໄດ້​ຮັບ​ຜົນ​
ກະທົບ ກ່າວ​ຕໍ່​ບັນດາ​ສະມາຊິກ​ສະພາ​ຄວາມ​ໝັ້ນຄົງໃນ​ວັນ​ສຸກ​ວານ​ນີ້ວ່າ​ ສະຫະ
​ປະຊາ​ຊາດ​ ກຳລັງ​ປະ​ເຊີນ​ໜ້າ​ ກັບ​ວິ​ກິດ​ການ​ມະ​ສຸດ​ສະ​ທຳ​ທີ່​ໃຫຍ່​ສຸດນັບແຕ່​ອົງ
ການ​ດັ່ງກ່າວໄດ້​ຈັດ​ຕັ້ງ​ຂຶ້ນ​ມາ. ທ່ານ​ກ່າວ​ວ່າຖ້າຫາກ​ບໍ່​ໄດ້​ຮັບ​ເງິນ​ທຶນ​ທີ່​ມີ​ຄວາມ
ຈຳ​ເປັນ ​ແລະການ​ອະນຸຍາດ​ໃຫ້ພະນັກງານຊ່ວຍ​ເຫລືອ ​ເຂົ້າ​ໄປໂດຍ​ເຕັມ​ ດ້ວຍ
ຄວາມປອດ​ໄພ ​ແລະ​ບໍ່ມີ​ຂໍ້​ຈຳກັດ​ໃດໆ​ແລ້ວ ຜູ້ຄົນກໍ​ຈະ​ຕາຍ.

ຮູບນີ້ຖ່າຍໃນວັນທີ 9 ເດືອນກັນຍາ 2016 ທ້າວ Salem 5 ປີ ທີ່ປະສົບກັບການຂາດອາຫານ.
ຮູບນີ້ຖ່າຍໃນວັນທີ 9 ເດືອນກັນຍາ 2016 ທ້າວ Salem 5 ປີ ທີ່ປະສົບກັບການຂາດອາຫານ.

ທ່ານ O’Brien ກ່າ​ວຕໍ່​ບັນດາ​ສະມາຊິກ​ສະພາ​ຄວາມ​ໝັ້ນຄົງ​ວ່າ “ພວກ​ເຮົາມາເຖິງ​
ຈຸດທີ່​ຮ້າຍ​ແຮງ​ໃນ​ປະຫວັດສາດ. ​ເວລາ​ນີ້​ ມີຫຼາຍ​ກວ່າ 20 ລ້ານ​ຄົນ​ຢູ່ໃນ​ສີ່​ປະ​ເທດ
ກຳລັງປະ​ເຊີນ​ໜ້າກັບ​ຄວາມ​ໂຫຍ​ຫິ​ວ​ແລະອຶດ​ຢາກ. ຖ້າປາດ​ສະ​ຈາກ​ການເຮັດວຽກ
ແລະປະສານ​ງານຮ່ວມ​ກັນຂອງໂລກແລ້ວ ຜູ້ຄົນ​ກໍ​ຈະ​ພາກັນ​ເລີ່ມຫີ​ວຕາຍ.”

ພວກແມ່ຍິງພາກັນນັ່ງຢູ່ພື້ນດິນ ລໍຖ້າການແຈກຢາຍອາຫານ ທີ່ຊູດານໃຕ້.
ພວກແມ່ຍິງພາກັນນັ່ງຢູ່ພື້ນດິນ ລໍຖ້າການແຈກຢາຍອາຫານ ທີ່ຊູດານໃຕ້.

ທ່ານ​ກ່າ​ວວ່າຂົງເຂດ​ທັງ​ໝົດ​ທີ່​ກຳລັງ​ຈະ​ເກີດໄພ​ອຶດ​ຢາກນີ້ ​ແມ່ນ​ມີ​ສິ່ງ​ນຶ່ງ​ຄ້າຍຄື​ກັນ​
ນັ້ນກໍ​ຄື ​ແມ່ນເຂດ​ທີ່​ມີ​ການ​ຂັດ​ແຍ້​ງ.

ຄວາມຕ້ອງການ​ຂອງ​ເຢ​ເມນແມ່ນ​ມີ​ຄວາມ​ສຳຄັນ​ສຸດ. ​ເວລາ​ນີ້ ປະ​ເທ​ດດັ່ງກ່າວໄດ້
​ວິ​ກິດ​ການ​ມະນຸດສະທຳ​ທີ່ໃຫຍ່​ທີ່​ສຸດ​ໃນ​ໂລກ. ສອງ​ສ່ວນ​ສາມ​ຂອງ​ປະຊາຊົນ ​ຄືເກືອບ
19 ລ້ານ​ຄົນ​ຕ້ອງການໆ​ຊ່ວຍ​ເຫລືອ.

ເດັກນ້ອຍຜູ້ຊາຍຄົນນຶ່ງ ນັ່ງຢູ່ນອກຕູບຂອງງລາວທີ່ Qardho ປະເທດ Somalia.
ເດັກນ້ອຍຜູ້ຊາຍຄົນນຶ່ງ ນັ່ງຢູ່ນອກຕູບຂອງງລາວທີ່ Qardho ປະເທດ Somalia.

ປະ​ເທດດັ່ງກ່າວ​ຊຶ່ງເປັນ​ປະ​ເທດ​ທີ່ທຸກ​ຈົນທີ່​ສຸດໃນ​ໂລກອາຣັບ ສະພາບ​ການ​ໄດ້​ຮ້າ​ຍ
​ແຮງ​ລົງ​ຢ່າງ​ວ່ອງ​ໄວ ​ໃນ​ຂະນະ​ທີ່​ປະ​ເທດ​ນີ້ໄດ້​ກ້າວ​ເຂົ້າ​ສູ່​ສົງຄາມ​ລະຫວ່າງ​ພວກ​ກະ
ບົດ Houthi ທີ່​ອີຣ່ານໜູນ​ຫລັງ ​ແລະ​ລັດຖະບານ ທີ່​ຊາ​ອຸ​ດີສະໜັບສະໜູນ.

ພາບສະແດງໃຫ້ເຫັນບ່ອນພັກເຊົາ ທີ່ຫລົບໜີຈາກ ພວກຫົວຮຸນແຮງລັດອິສລາມ.
ພາບສະແດງໃຫ້ເຫັນບ່ອນພັກເຊົາ ທີ່ຫລົບໜີຈາກ ພວກຫົວຮຸນແຮງລັດອິສລາມ.

ຫລາຍ​ກວ່າ​ເຈັດ​ລ້ານ​ຄົນ​ ປະ​ເຊີນ​ໜ້າ​ກັບ​ຄວາມ​ອຶດ​ຢາກ​ ໃນ​ປັດຈຸບັນ​ນີ້ ຊຶ່ງ​ເປັນການ
ເພີ້​ມຂຶ້ນ​ສາມ​ລ້ານ​ຄົນ​ນັບແຕ່​ເດືອນມັງກອນ​ເປັນຕົ້ນມາ. ສະຫະ​ປະຊາ​ຊາດ ​ໄດ້ຮ້ອງ​
ຂໍເງິນ 2 ພັນ 1 ຮ້ອຍລ້ານ​ໂດ​ລາເພື່ອ​ໃຫ້ການ​ຊ່ວຍ​ເຫລືອ 12 ລ້ານ​ຄົນ ​ຢູ່​ປະ​ເທດ​ດັ່ງ
ກ່າວໃນ​ປີ​ນີ້.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG