ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຊາວອາເມຣີກັນ ເຊື້ອສາຍລາວ 20 ຄອບຄົວ ໃນເມືອງສະປາຍໂຣ ລັດໂອກລາໂຮມາ ປອດໄພຈາກໂຄວິດ-19


ທ່ານຣິດເຈີດ ສາຍສະມອນ ທີເມືອງສະປາຍໂຣ ລັດໂອກລາໂຮມາ.
ທ່ານຣິດເຈີດ ສາຍສະມອນ ທີເມືອງສະປາຍໂຣ ລັດໂອກລາໂຮມາ.

ສະຫະລັດອາເມຣິກາເປັນປະເທດທີ່ກວ້າງໃຫຍ່ແລະມີພົນລະເມືອງຫຼາຍ ເພາະສະນັ້ນ
ເວລາກ່າວເຖິງການແຜ່ລະບາດຂອງໂຄວິດ-19 ໃນແຕ່ລະມື້ຈະໄດ້ຍິນ ໂຕເລກເພີ້ມ
ຂຶ້ນ ຢ່າງບໍ່ລົດລະຂອງການຕິດເຊື້ອ ແລະການເສຍຊີວິດ. ຜູ້ທີ່ຕິດ ຕາມຂ່າວອາດຈະ
ຄິດວ່າທຸກໆບ່ອນຢູ່ໃນສະຫະລັດອາເມຣິການັ້ນມີຄົນຕິດເຊື້ອ ໂຄວິດ-19 ກັນໄປໝົດ.
ແຕ່ວ່າຄວາມຈິງແລ້ວນັ້ນ ກໍມີບ່ອນປອດໄພທີ່ດີຫລາຍ ກວ່າແຫ່ງອື່ນໆຢູ່.

ເມືອງສະປາຍໂຣ (Spiro) ເປັນເມືອງນ້ອຍໆໃນລັດໂອກລາໂຮມາ ຕັ້ງຢູ່ທາງພາກກາງ
ໄປທາງທິດຕາເວັນຕົກຂອງສະຫະລັດ. ຂົງເຂດແຫ່ງນີ້ເປັນດິນພຽງທີ່ ກວ້າງໃຫຍ່ຫຼຽວ
ສຸດສາຍຕາ. ປະຊາຊົນຢູ່ໃນຂົງເຂດນີ້ ຮວມມີ ຄົນອາເມຣີກັນ ເຊື້ອສາຍລາວ ເຂົາເຈົ້າ
ມີບ້ານເຮືອນຢູ່ຫ່າງກັນ ມີດິນກວ້າງຂວາງ ບໍ່ຢູ່ຕິດກັນ ແບບແອອັດຄືດັ່ງຢູ່ໃນເມືອງໃຫຍ່
ພ້ອມທັງມີອາກາດສົດໃສ. ຢູ່ໃນເຂດທີ່ຫ່າງ ໄກແລະໂດດດ່ຽວແຫ່ງນີ້ ມີປະຊາຊົນອາ
ເມຣິກັນ ເຊື້ອສາຍລາວປະມານ 20 ຄອບຄົວທີ່ເປັນເຈົ້າຂອງຟາມລ້ຽງໄກ່ ລ້ຽງງົວ ປູກ
ຝັງແລະຢູ່ແບບທຳມະຊາດ.

ທ່ານຣິດເຈີດ ສາຍສະມອນ ກໍແມ່ນຄອບຄົວລາວອາເມຣິກັນຄົນນຶ່ງ ທີ່ຕັ້ງຖິ່ນຖານຢູ່ໃນ
ເມືອງສະປາຍໂຣ ໄດ້ກ່າວເຖິງຊີວິດການເປັນຢູ່ໃນເຂດນີ້ ສູ່ວີໂອເອ ຟັງວ່າ:

ລິງໂດຍກົງ

ປັດຈຸບັນນີ້ມີຜູ້ຕິດເຊື້ອໂຄວິດ-19 ຢູ່ໃນສະຫະລັດເຖິງ 12 ລ້ານກວ່າຄົນ ແລະ ມີຜູ້ເສຍ
ຊີວິດໄປແລ້ວເກືອບສາມແສນຄົນ.

XS
SM
MD
LG