ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຫຼາຍກວ່າ 20 ຄົນ ຖືກຂ້າຕາຍ ໃນຊີເຣຍ ທີ່ສົງໄສວ່າ ເປັນການໂຈມຕີ ທາງອາກາດ ຂອງຣັດເຊຍ


ຊາຍຄົນນຶ່ງຈັບມືເດັກຍິງ ຟ້າວແລ່ນໜີ ອອກຈາກບ່ອນຖືກໂຈມຕີ ອັນທີ່ບັນດານັກເຄື່ອນໄຫວ ກ່າວວ່າ ເປັນການໂຈມຕີທາງອາກາດ ໂດຍກອງກຳລັງ ທີ່ຈົງຮັກພັກດີຕໍ່ ປະທານາທິບໍດີ ຊີເຣຍ ທ່ານ Bashar al-Assad, ໃນເມືອງ Douma, ປະເທດຊີເຣຍ, ວັນທີ 7 ພະຈິກ 2015.
ຊາຍຄົນນຶ່ງຈັບມືເດັກຍິງ ຟ້າວແລ່ນໜີ ອອກຈາກບ່ອນຖືກໂຈມຕີ ອັນທີ່ບັນດານັກເຄື່ອນໄຫວ ກ່າວວ່າ ເປັນການໂຈມຕີທາງອາກາດ ໂດຍກອງກຳລັງ ທີ່ຈົງຮັກພັກດີຕໍ່ ປະທານາທິບໍດີ ຊີເຣຍ ທ່ານ Bashar al-Assad, ໃນເມືອງ Douma, ປະເທດຊີເຣຍ, ວັນທີ 7 ພະຈິກ 2015.

ກຸ່ມສັງເກດການ ກຸ່ມນຶ່ງ ກ່າວວ່າ ຢ່າງໜ້ອຍມີ ຊາວຊີເຣຍ ທີ່
ເປັນພົນລະເຮືອນ ຖືກຂ້າຕາຍ 23 ຄົນ ໃນວັນເສົາວານນີ້ ທີ່
ສົງໄສວ່າ ເປັນການໂຈມຕີທາງອາກາດຂອງຣັດເຊຍ ຕໍ່ເມືອງ
ທີ່ໝັ້ນຂອງພວກຕໍ່ຕ້ານລັດຖະບານຊີເຣຍ ຢູ່ນອກນະຄອນຫຼວງ
ດາມັສກັສ.

ກຸ່ມປົກປ້ອງສິດທິມະນຸດຊີເຣຍ ກ່າວວ່າ ຢ່າງໜ້ອຍ ມີເດັກນ້ອຍ
6 ຄົນ ແລະ ແມ່ຍິງ 7 ຄົນ ລວມຢູ່ໃນຈຳນວນຜູ້ທີ່ເສຍຊີວິດ ໃນ
ການໂຈມຕີດັ່ງກ່າວ ໃນເມືອງ Douma.

ໜ່ວຍກູ້ໄພຊີເຣຍ ທີ່ດຳເນີນການ ຢູ່ໃນເຂດຂອງພວກຕໍ່ຕ້ານລັດ
ຖະບານ ກ່າວວ່າ ຢ່າງໜ້ອຍ 24 ຄົນ ຖືກຂ້າຕາຍ ທີ່ລວມມີ ແມ່ຍິງ ແລະເດັກນ້ອຍນຳດ້ວຍ.

ພວກຕໍ່ຕ້ານລັດຖະບານ ຢູ່ໃນເມືອງ Douma ໄດ້ຍິງຈະຫລວດເຂົ້າໄປໃນນະຄອນຫຼວງ
ດາມັສກັສ ເປັນປະຈຳ ແລະ ເມືອງ Douma ກໍຕົກເປັນເປົ້າໝາຍ ການໂຈມຕີທາງອາກາດ
ແລະ ການຍິງປືນໃຫຍ່ເຂົ້າໃສ່ ຂອງລັດຖະບານຊີເຣຍ ຢູ່ເລື້ອຍໆ.

ໃນວັນເສົາເຊັ່ນກັນ ກຸ່ມປົກປ້ອງສິິດທິມະນຸດດັ່ງກ່າວ ເວົ້າອີກວ່າ ຈຳນວນຜູ້ທີ່ເສຍຊີວິດ
ຈາກການໂຈມຕີທາງອາກາດເມື່ອວັນພະຫັດຜ່ານມາ ໃນເມືອງທີ່ຄວບຄຸມໂດຍພວກລັດ
ອິສລາມ ຢູ່ໃກ້ໆກັບຊາຍແດນອີຣັກນັ້ນ ໄດ້ເພີ້ມຂຶ້ນ ຮອດ 71 ຄົນ ຈາກຈຳນວນ ທີ່ນັບໃນ
ເບື້ອງຕົ້ນ ປະມານ 25 ຄົນ. ກຸ່ມນັ້ນ ກ່າວຕໍ່ໄປວ່າ ຢ່າງໜ້ອຍ ມີເດັກນ້ອຍ 6 ຄົນລວມຢູ່
ໃນຈຳນວນຜູ້ທີ່ເສຍຊີວິດ.

ຣັດເຊຍ ລັດຖະບານຂອງຊີເຣຍ ແລະ ກຸ່ມແນວໂຮມ ທີ່ນຳພາໂດຍສະຫະລັດ ກຳລັງປະຕິ
ບັດການ ຈູ່ໂຈມຖິ້ມລະເບີດໃນຊີເຣຍ ບາງຄັ້ງບາງຄາວ ກໍແມ່ນຢູ່ໃນບໍລິເວນດຽວກັນ.

ໃນຂະນະດຽວກັນ ກຸ່ມນັກເຄື່ອນໄຫວ ກ່າວວ່າ ພວກຫົວຮຸນແຮງລັດອິສລາມ ໄດ້ປ່ອຍຕົວ
ຊາວຊີເຣຍ ນັບຖືສາສະໜາ ຄຣິສຕຽນ 37 ຄົນ ສ່ວນໃຫຍ່ແມ່ນພວກແມ່ຍິງ ຜູ້ທີ່ລວມຢູ່
ໃນຈຳນວນ ຫຼາຍກວ່າ 200 ຄົນ ຈາກຊົນເຜົ່າກຸ່ມນ້ອຍ Assyrian ທີ່ຖືກຈັບຕົວໄປເມື່ອ
ເດືອນກຸມພາຜ່ານມາ.

ເຄືອຂ່າຍກຸ່ມປົກປ້ອງສິດທິມະນຸດ Assyrian ກ່າວວ່າ ພວກທີ່ຖືກປ່ອຍຕົວນັ້ນ ເດີນທາງ
ໄປເຖິງ ໝູ່ບ້ານຊົນເຜົ່າ Tal Tamr ໃນແຂວງ Hasakeh ຢູ່ທາງພາກຕາເວັນອອກສຽງ
ເໜືອຂອງປະເທດ.

ກຸ່ມດັ່ງກ່າວ ເວົ້າອີກວ່າ ການເຈລະຈາ ເພື່ອປ່ອຍຕົວ ຊາວຊີເຣຍ ນັບຖືສາສະໜາຄຣິສຕຽນ
ອີກຫຼາຍກວ່າ 125 ຄົນ ຜູ້ທີ່ຍັງຖືກຈັບກຸມຢູ່ນັ້ນ ແມ່ນມີຢູ່ຕໍ່ໄປ.

ບັນດາຊົນເຜົ່າ Assyrian ມີຈຳນວນ ປະມານ 30,000 ຄົນ ລວມຢູ່ໃນ ຊາວຊີເຣຍທີ່ນັບ
ຖືສາສະໜາຄຣິສຕຽນ ທັງໝົດ ໜຶ່ງລ້ານ ສອງແສນຄົນ ກ່ອນໜ້າ ບັນຫາຂັດແຍ້ງ ໄດ້ເລີ້ມ
ຕົ້ນຂຶ້ນ ໃນປີ 2011. ສ່ວນໃຫຍ່ ພວກເຂົາເຈົ້າ ອາໄສຢູ່ໃນໝູ່ບ້ານ Hasakeh ທົ່ວໄປ.
ພວກຫົວຮຸນແຮງລັດອິສລາມ ໄດ້ບຸກຢຶດເອົາຫຼາຍບ້ານດັ່ງກ່າວ ເມື່ອຕົ້ນປີນີ້ ແຕ່ກອງກຳ
ລັງຊາວເຄີດ ໄດ້ຕີພວກເຂົາໃຫ້ຖອຍອອກໄປ ໃນເວລາຕໍ່ມາ.

Syria
please wait
Embed

No media source currently available

0:00 0:00:39 0:00

XS
SM
MD
LG