ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

20 ຄົນ ເສຍຊີວິດ ໃນການໂຈມຕີ ທາງອາກາດ ຢູ່ຊີເຣຍ (ສະໄລດ໌)


ພວມມີການຊອກຫາ ພວກທີ່ລອດຊີວິດ ຢູ່ຕາມຊາກຫັກພັງ ຂອງຕຶກອາຄານ ຫຼັງຈາກພວກນັກເຄື່ອນໄຫວເວົ້າວ່າ ເຮືອບິນຂອງກຳລັງທີ່ຈົງຮັກພັກດີ ຕໍ່ປະທານາທິບໍດີ Bashar al-Assad ໄດ້ຖິ້ມລະເບີດໂຈມຕີ ແຂວງ Raqqa (10 ສິງຫາ 2013)
ພວມມີການຊອກຫາ ພວກທີ່ລອດຊີວິດ ຢູ່ຕາມຊາກຫັກພັງ ຂອງຕຶກອາຄານ ຫຼັງຈາກພວກນັກເຄື່ອນໄຫວເວົ້າວ່າ ເຮືອບິນຂອງກຳລັງທີ່ຈົງຮັກພັກດີ ຕໍ່ປະທານາທິບໍດີ Bashar al-Assad ໄດ້ຖິ້ມລະເບີດໂຈມຕີ ແຂວງ Raqqa (10 ສິງຫາ 2013)
ກຸ່ມສິ້ງຊອມສິດທິມະນຸດໃນຊີເຣຍ ກ່າວວ່າ ການໂຈມຕີທາງອາ
ກາດຂອງລັດຖະບານ ຢູ່ໃນພາກຕາເວັນຕົກຂອງປະເທດ ເມື່ອ
ຄືນແລ້ວນີ້ ເຮັດໃຫ້ມີຜູ້ເສຍຊີວິດ ຢ່າງໜ້ອຍ 20 ຄົນ.

ກຸ່ມສັງເກດການສິດທິມະນຸດໃນຊີເຣຍ ກ່າວໃນວັນເສົາ ມື້ນີ້ວ່າ
ເຄິ່ງນຶ່ງຂອງພວກ ທີ່ເສຍຊີວິດໃນການໂຈມຕີທີ່ເມືອງ Salma
ແມ່ນເປັນພວກນັກລົບ ຕໍ່ຕ້ານລັດຖະບານ.

ບັນຫາຂັດແຍ້ງຢູ່ໃນຊີເຣຍ ມີລັກສະນະເປັນການຕໍ່ສູ້ກັນທາງ
ດ້ານສາສະໜາຫຼາຍຂຶ້ນໃນປີກາຍນີ້ ລະຫວ່າງພວກຕໍ່ຕ້ານທີ່
ນັບຖືສາສະໜາອິສລາມ ນິກາຍຊຸນນີ ຊຶ່ງເປັນຊົນກຸ່ມໃຫຍ່ ແລະລັດຖະບານ ທີ່ຄອບງຳ
ໂດຍພວກທີ່ນັບຖືສາສະໜາອິສລາມ ນິກາຍ Alawite ຂອງປະທານາທິບໍດີ Bashar al-Assad.

ຂະນະດຽວກັນ ເຈົ້າໜ້າທີ່ສະຫະລັດແລະຣັດເຊຍກ່າວວ່າ ພວກເຂົາເຈົ້າໄດ້ເຫັນພ້ອມ ນຳກັນເຖິງຄວາມຈຳເປັນ ທີ່ຈະຕ້ອງໄດ້ເປີດການເຈລະຈາສັນຕິພາບໃນຊີເຣຍໂດຍໄວ ເທົ່າທີ່ຈະໄວໄດ້. ບັນຫາກໍມີຢູ່ວ່າ ນີ້ແມ່ນນຶ່ງໃນບໍ່ເທົ່າໃດດ້ານທີ່ໄດ້ມີການເຫັນພ້ອມນຳ ກັນລະຫວ່າງປະເທດທັງສອງ ຊຶ່ງໃນເວລານີ້ ກຳລັງມີຄວາມສຳພັນ ທີ່ເຄັ່ງຕຶງນັ້ນ.

ຣັດເຊຍ ໃຫ້ການໜຸນຫຼັງ ລັດຖະບານ ທ່ານ Assad ໃນຂະນະທີ່ສະຫະລັດ ແມ່ນຮວມ ຢູ່ໃນບັນດາປະເທດຕາເວັນຕົກທີ່ໃຫ້ການສະໜັບສະໜຸນແກ່ພວກຝ່າຍຄ້ານ. ແຕ່ແນວ ໃດກໍຕາມ ປະເທດທັງສອງ ພ້ອມໆກັບອົງການສະຫະປະຊາຊາກຳລັງພະຍາຍາມຊອກ ຫາຈຸດຢືນຮ່ວມກັນ ເພື່ອຈັດແຍງໃຫ້ເປີດກອງປະຊຸມກ່ຽວກັບຊີເຣຍ ສຳລັບຫາທາງແກ້ ໄຂທາງດ້ານການເມືອງແລະຍຸຕິສົງຄາມກາງເມືອງຢູ່ໃນປະເທດດັ່ງກ່າວ.

ໃນວັນສຸກວານນີ້ລັດຖະມົນຕີການຕ່າງປະເທດສະຫະລັດທ່ານ John Kerry ແລະລັດ ຖະມົນຕີປ້ອງກັນປະເທດ ທ່ານ Chuck Hagel ໄດ້ພົບປະກັບລັດຖະມົນຕີການຕ່າງ ປະເທດຣັດເຊຍທ່ານ Sergei Lavrov ແລະລັດຖະມົນຕີປ້ອງກັນປະເທດທ່ານSergei Shoigu ທີ່ກຸງວໍຊິງຕັນ.

ທ່ານ Lavrov ເວົ້າວ່າ ປະເທດທັງສອງຈະພົບປະກັນອີກໃນທ້າຍເດືອນນີ້ເພື່ອກະກຽມ
ການເຈລະຈາກ່ຽວກັບຊີເຣຍ.

XS
SM
MD
LG