ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຢ່າງໜ້ອຍ 20 ຄົນ ເສຍຊີວິດ ໃນການໂຈມຕີ ຮ້ານອາຫານ ຂອງກຸ່ມ Al-Shabab


ຊາວໂຊມາເລຍຍ່າງຜ່ານຊາກຫັກພັງຂອງລົດ ຢູ່ນອກ ຮ້ານອາຫານແຄມທະເລ ຫລັງຈາກການໂຈມຕີ ທີ່ນະຄອນຫຼວງໂມກາດິສຊູ. (ວັນທີ​ 22 ມັງກອນ 2016)
ຊາວໂຊມາເລຍຍ່າງຜ່ານຊາກຫັກພັງຂອງລົດ ຢູ່ນອກ ຮ້ານອາຫານແຄມທະເລ ຫລັງຈາກການໂຈມຕີ ທີ່ນະຄອນຫຼວງໂມກາດິສຊູ. (ວັນທີ​ 22 ມັງກອນ 2016)

ຕຳຫຼວດ​ ໃນ​ນະຄອນຫຼວງ​ໂຊມ​າ​ເລຍ ກ່າວ​ວ່າ ມີ​ຢ່າງ​ໜ້ອຍ 20
ຄົນ​ເສຍ​ຊີວິດ​ໃນ​ການ​ໂຈມ​ຕີ​ແລະເຂົ້າ​ຍຶດ​ຮ້ານ​ອາຫານ​ທີ່​ໄດ້​ຮັບ
​ຄວາມ​ນິຍົມ​ສູງຢູ່ແຄມ​ທະ​ເລ​ແຫ່ງ​ນຶ່ງໂດຍ​ພວກ​ມື​ປືນ.

ກຸ່ມ​ຫົວ​ຮຸນ​ແຮງ Al-Shabab ​ໄດ້​ອ້າງ​ເອົາ​ຄວາມ​ຮັບຜິດຊອບ​ໃນ
​ການ​ໂຈມ​ຕີ​ຮ້ານ​ອາຫານ ຢູ່​ທີ່​ໂຮງ​ແຮມ Lido Beach View ​ໃນ
ນະຄອນຫຼວງ​ໂມ​ກາ​ດິສ
ຊູ.

ນາຍ​ຕຳຫຼວດ​ໂຊ​ມາ​ເລຍ ທ່ານ Mohamed Abdirahman ກ່າວ
​ໃນ​ວັນ​ສຸກ​ມື້ນີ້​ວ່າການ​ໂຈມຕີ​ດັ່ງກ່າວ​ແມ່ນການ​ໂຈມ​ຕີ​ທີ່​ປ່າ​ເຖື່ອນ ​
ແລະ​ໂຫດຮ້າຍ ​ຕໍ່​ພົນລະ​ເຮືອນ​ຜູ້​ບໍ່​ມີ​ຄວາມ​ຜິດ.

Somalia Violence
please wait
Embed

No media source currently available

0:00 0:00:54 0:00

ພວກ​ຄົນ​ຮ້າຍ​ໄດ້​ບຸກ​ໂຈ​ມຕີ​ຮ້ານ​ອາຫານ​ໃນ​ຕອນ​ແລງ​ວັນ​ພະຫັດ​ວານ​ນີ້​ໂດຍ​ບີບ​ຄະນວນ
ລະ​ເບີດ​ໃຫ້​ແຕກ​ຂຶ້ນ​ແລະ​ຍິງ​ປືນ​ເຂົ້າ​ໃສ່​ພວກ​ແຂກ​ທີ່​ມາ​ຮັບ​ປະຫານ​ອາຫານ.

ຫົວໜ້າ​ສືບ​ລັບ​ຂອງ​ໂຊ​ມາ​ເລຍ​ຄົນ​ນຶ່ງກ່າວ​ຕໍ່​ວີ​ໂອ​ເອພະ​ແນ​ກພາສາ​ໂຊ​ມາ​ເລຍ​ວ່າ ກຳລັງ
​ຮັກສາ​ຄວາ​ມສະຫງົບ​ ໄດ້​ຂັບ​ໄລ່​ ພວກ​ຫົວ​ຮຸນ​ແຮງ​ ອອກ​ໄປ​ຈາກ​ໂຮງແຮມ​ດັ່ງກ່າວ​ ​ແລະ​ຈັບ​ຫົວໜ້າ​ຂອງ​ພວກ​ມື​ປືນ​ໄດ້​ແລ້ວ.

ນັກ​ຂ່າວ​ຄົນ​ນຶ່ງ​ທີ່ຢູ່​ໃນ​ຮ້ານ​ອາຫານ​ລະຫວ່າງ​ທີ່ພວກ​ຄົນ​ຮ້າຍບຸກ​ຍຶດ​ໃນ​ວັນ​ພະຫັດ​ວານ​
ນີ້ ກ່າວ​ຕໍ່​ວີ​ໂອ​ເອ​ໂດຍ​ທາງ​ໂທລະສັບ​ວ່າ​ ລາວ​ເອງ​ແລະ​ບຸກຄົນ​ອື່ນໆຫລາຍ​ກວ່າ 20 ຄົນ
ແມ່ນຕົກ​ຄ້າງ​ຢູ່​ຂ້າງ​ໃນ​ຮ້ານ​ອາຫານ​ດັ່ງກ່າວ.

XS
SM
MD
LG