ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການ​ໂຈມ​ຕີ 24 ຄັ້ງ​ແນ​ເປົ້າ​ໃສ່​ກອງ​ກຳ​ລັງ ສະ​ຫະ​ລັດ ໃນ ອ​ີ​ຣັກ ແລະ ຊ​ີ​ເຣຍ


ລົດ​ທະ​ຫານ ສະ​ຫະ​ລັດ​ ຈອດ​ຢູ່​ຖານ​ທັບ​ອາ​ກາດໃນ​ແຂວງ ອານ​ບາ, ອີ​ຣັກ, 13 ມັງ​ກອນ 2020.
ລົດ​ທະ​ຫານ ສະ​ຫະ​ລັດ​ ຈອດ​ຢູ່​ຖານ​ທັບ​ອາ​ກາດໃນ​ແຂວງ ອານ​ບາ, ອີ​ຣັກ, 13 ມັງ​ກອນ 2020.

ກອ​ງ​ກຳ​ລັງ ສະ​ຫະ​ລັດ ໃນ ອີ​ຣັກ ແລະ ຊີ​ເຣຍ ຖືກ​ໂຈມ​ຕີ​ດ້ວຍ​ໂດ​ຣນ ແລະ ຈະຫຼວດ​ຢ່າງ​ໜ້ອຍ 24 ຄັ້ງ​ ໃນ​ບໍ່​ເທົ່າ​ໃດ​ວັນ​ທີ່​ຜ່ານ​ມາ, ລວມ​ທັງ​ການ​ໂຈມ​ຕີ​ຢ່າງ​ໜ້ອຍ​ສາມ​ຄັ້ງ ​ໃນ​ວັນ​ຈັນ​ວານນີ້, ອີງ​ຕາມ​ບັນ​ດາ​ເຈົ້າ​ໜ້າ​ທີ່​ປ້ອງ​ກັນ​ປະ​ເທດ ສະ​ຫະ​ລັດ.

ການ​ໂຈມ​ຕີ​ຢ່າງ​ໜ້ອຍ 5 ຄັ້ງ​ຈາກ​ທີ່​ວ່ານີ້ ​ແມ່ນ​ຖືກ​ຍິງມາ ຫຼັງ​ຈາກກອງ​ກຳ​ລັງ ສະ​ຫະ​ລັດ ໄດ້​ໂຈມ​ຕີ​ສະ​ຖານ​ທີ່​ສອງ​ແຫ່ງ​ໃນ​ພາກ​ຕາ​ເວັນ​ອອກ​ຂອງ ຊີ​ເຣຍ ທີ່​ຖືກ​ນຳໃຊ້​ໂດຍກອງ​ກຳ​ລັງ​ພິ​ທັກ​ປະ​ຕິ​ວັດ ອິ​ສ​ລາມ ຂອງ ອີ​ຣ່ານ ແລະ ກຸ່ມ​ທີ່​ເປັນ​ສະ​ມາ​ຊິກ ໃນ​ລະ​ຫວ່າງ​ຕອນ​ເຊົ້າ​ຂອງວັນ​ສຸກ​ທີ່​ຜ່ານ​ມາ. ​ການ​ໂຈມ​ຕີໃດໆທີ່​ໄດ້​ເກີດ​ຂຶ້ນ ​ນັບ​ຕັ້ງ​ແຕ່​ ສະ​ຫະ​ລັດ ໄດ້​ທຳ​ການ​ໂຈມ​ຕີ​ແກ້​ແຄ້ນ ​ໃນ​ວັນ​ສຸ​ກ​ທີ່​ຜ່ານ​ມາ​ ບໍ່ໄດ້​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ ຫຼື ບາດ​ເຈັບ, ອີງ​ຕາມ​ບັນ​ດາ​ເຈົ້າ​ໜ້າ​ທີ່​ປ້ອງ​ກັນ​ປະ​ເທດ.

ການ​ໂຈມ​ຕີ​ຄັ້ງຫຼ້າ​ສຸດ​ໃນ​ວັນ​ຈັນ​ວາ​ນນີ້​ ໄດ້​ໃຊ້​ຈະຫຼວດຫຼາຍ​ລູກ​ເພື່ອ​ແນ​ເປົ້າ​ໃສ່​ຖານ​ທັບ ອາ​ລ-ອາ​ຊາດ ໃນ​ພາກ​ຕາ​ເວັນ​ຕົກ​ຂອງ ອີ​ຣັກ, ເຈົ້າ​ໜ້າ​ທີ່​ປ້ອງ​ກັນ​ປະ​ເທດ​ໄດ້​ກ່າວ​ຕໍ່​ວີ​ໂອ​ເອ​ ໂດຍ​ຂໍ​ບໍ່​ອອກ​ຊື່​ຍ້ອນ​ຄວາມ​ລະ​ອຽດ​ອ່ອນ​ດ້ານ​ຄວາມ​ປອດໄພ.

ການ​ໂຈມ​ຕີ​ດ້ວຍ​ຈະຫຼວດຫຼາຍ​ລູກ​ແມ່ນ​ຖືກ​ຍິງ​ໃສ່​ກອງ​ກຳ​ລັງ​ຢູ່​ບ້ານ​ສີ​ຂຽວ ແລະ ສະ​ຖາ​ນ​ທີ່​ສະ​ໜັບ​ສະ​ໜູນ​ການ​ປະ​ຕິ​ບັດ​ພາ​ລະ​ກິດ​ຢູ່​ແມ່​ນ້ຳ ຢູ​ເຟ​ຣດ​ສ໌ ໃນ​ຊີ​ເຣຍ.

ໃນ​ວັນ​ອາ​ທິດ​ທີ່​ຜ່າ​ນ​ມາ, ການ​ໂຈມ​ຕີ​ດ້ວຍ​ໂດ​ຣນ​ຖ້ຽວ​ດຽວ​ແມ່ນ​ຖືກ​ໃຊ້​ຕໍ່​ກອງ​ກຳ​ລັງ ສະ​ຫະ​ລັດ ຢູ່​ຖານ​ທັບ​ແຫ່ງ​ນຶ່ງ​ໃກ້​ກັບ​ເມືອງ ອາ​ລ-ຊາດ​ດາ​ດີ ໃນ​ພາ​ກ​ຕາ​ເວັນ​ອອກ​ສຽງ​ເໜືອ​ຂອງ ຊີ​ເຣຍ, ແລະ ໃນ​ວັນ​ພະ​ຫັດ ເຊິ່ງ​ເປັນ​ການ​ການ​ໂຈມ​ຕີ​ດ້ວຍ​ໂດ​ຣນ​ຖ້ຽວ​ດຽວ​ອີກ​ຄັ້ງ​ນຶ່ງທີ່​ແນ​ເປົ້າ​ໃສ່​ກອງ​ກຳ​ລັງ​ພັນ​ທະ​ມິດ​ຢູ່​ຖານ​ທັບ ອາ​ລ-ອາ​ຊາດ ໃນ ອີ​ຣັກ, ອີງ​ຕາມ​ບັນ​ດາ​ເຈົ້າ​ໜ້າ​ທີ່ ສະ​ຫະ​ລັດ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG