ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ກຸ່ມກະບົດຮູຕີ ແລະ ຊາອຸດີ ຖິ້ມໂທດ ໃສ່ກັນ ແລະກັນ ກ່ຽວກັບ ການເສຍຊີວິດ ຂອງ​ພົນລະເຮືອນ 20 ຄົນ


ແມ່ຍິງຊາວເຢເມນ ຄົນນຶ່ງ ໄດ້ຮັບບາດເຈັບ ໃນລະຫວ່າງ ມີລາຍງານ ຂອງການໂຈມຕີ ຢູ່ໃນເມືອງ ຄີສາລ (Kisar district) ຂອງແຂວງ ຮາຈຈາ ທາງພາກເໜືອຂອງປະເທດ ໄດ້ຮັບການຮັກສາປິ່ນປົວ ຢູ່ທີ່ໂຮງໝໍ ທີ່ຄວບຄຸມ ໂດຍ ກຸ່ມກະບົດຮູຕີ ໃນນະຄອນຫຼວງ ຊານາອາ, ວັນທີ 11 ມີນາ 2019.
ແມ່ຍິງຊາວເຢເມນ ຄົນນຶ່ງ ໄດ້ຮັບບາດເຈັບ ໃນລະຫວ່າງ ມີລາຍງານ ຂອງການໂຈມຕີ ຢູ່ໃນເມືອງ ຄີສາລ (Kisar district) ຂອງແຂວງ ຮາຈຈາ ທາງພາກເໜືອຂອງປະເທດ ໄດ້ຮັບການຮັກສາປິ່ນປົວ ຢູ່ທີ່ໂຮງໝໍ ທີ່ຄວບຄຸມ ໂດຍ ກຸ່ມກະບົດຮູຕີ ໃນນະຄອນຫຼວງ ຊານາອາ, ວັນທີ 11 ມີນາ 2019.

ພວກກະບົດຮູຕີ ແລະກອງກຳລັງປະສົມທີ່ນຳພາໂດຍຊາອຸດີ ໄດ້ຖິ້ມໂທດໃສ່ກັນແລະກັນ
ໃນວັນຈັນວານນີ້ ສຳລັບການເສຍຊີວິດ ຂອງພົນລະເຮືອນ ຫຼາຍກວ່າ 20 ຄົນ ຢູ່ໃນບ້ານ
ແຫ່ງນຶ່ງທາງພາກເໜືອຂອງເຢເມນ ຕະຫຼອດໄລຍະສອງສາມວັນຜ່ານມານີ້.

ພວກຜູ້ເຄາະຮ້າຍ ໃນຈຳນວນດັ່ງກ່າວ ລວມມີເດັກນ້ອຍ ນຳດ້ວຍ.

ພວກກະບົດຮູຕີ ທີ່ໄດ້ຮັບການໜຸນຫຼັງໂດຍອີຣ່ານ ຖິ້ມໂທດໃສ່ການໂຈມຕີ ທາງອາ
ກາດ ທີ່ນຳພາໂດຍຊາອຸດີ ໃນຂະນະດຽວກັນ ໂທລະພາບຂອງຊາອຸດີ ກໍກ່າວວ່າ ພວກ​
ກະ​ບົດຮູຕີ ໄດ້ສັງຫານພວກພົນລະເຮືອນ ໃນເວລາທີ່ພວກນັກລົບຂອງກຸ່ມກະບົດ ໄດ້
ພະຍາຍາມຈະຢຸດຢັ້ງຂະບວນການລຸກຮືຂຶ້ນຕໍ່ຕ້ານ ຂອງພວກຊົນເຜົ່າຢູ່ໃນທ້ອງຖິ່ນ.

ສື່ມວນຊົນທີ່​ເປັນອິດສະລະ ບໍ່ສາມາດທີ່ຈະຢືນຢັນການເສຍຊີວິດດັ່ງກ່າວໄດ້.

ກອງກຳລັງປະສົມທີ່ນຳພາໂດຍຊາອຸດີ ເຄີີຍໃຊ້ການໂຈມຕີທາງອາກາດ ເພື່ອຊ່ອຍ
ລັດຖະບານຂອງເຢເມນ ໃນການຕໍ່ສູ້ຕ້ານຢັນກັບກຸ່ມກະບົດຮູຕີ. ກຸ່ມກະບົດດັ່ງ​ກ່າວ
ໄດ້ເຂົ້າຢຶດເອົານະຄອນຫຼວງ ຊານາອາ ໃນປີ 2014 ຊຶ່ງສົ່ງຜົນ ໃຫ້ຄະນະລັດຖະບານ
ຂອງເຢເມນ ພາກັນຫລົບໜີໄປຂໍລີ້ໄພ.

ທັງສອງຝ່າຍ ໄດ້ບັນລຸການຢຸດຍິງທີ່ຫຍຸ້ງ​ຍາກ ຢູ່ໃນເມືອງທ່າເຮືອ ໂຮເດດາ ທີ່ສຳຄັນ
ແຕ່ກຸ່ມ​ກະ​ບົດຮູຕີ ກໍຍັງຄວບຄຸມພື້ນທີ່ ທາງພາກເໜືອ ແລະພາກຕາເວັນຕົກເປັນສ່ວນ
ໃຫຍ່.

ການສູ້ລົບກັນ ໄດ້ເອົາຊີວິດຫຼາຍສິບພັນຄົນແລ້ວ ແລະໄດ້ສ້າງຄວາມທຸກຍາກລຳບາກ
ໃຫ້ແກ່ພົນລະເຮືອນທັງຫຼາຍ ຜູ້ທີ່ໄດ້ທົນທຸກທໍລະມານມາຢູ່ແລ້ວ ຈາກ ການຂາດແຄນ
ອາຫານ ແລະຢາປິ່ນປົວ ຢູ່ໃນປະເທດທີ່ທຸກຍາກທີ່ສຸດແຫ່ງນຶ່ງຂອງໂລກ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG