ເຈົ້າໜ້າທ່ີໃນ Afghanistan ກ່າວວ່າ ໃນວັນເສົາມື້ນີ້ ພວກມື
ປືນທີ່ບໍ່ຮູ້ວ່າແມ່ນໃຜ ໄດ້ລັກເອົາໂຕຜູ້ໂດຍສານໃນລົດເມໄປ
20 ຄົນ ຢູ່ໃນເຂດ
ພາກໃຕ້ ບ່ອນທີ່ພວກຖືກສົງໄສວ່າ ຈົງຮັກພັກດີຕໍ່ພວກລັດ
ອິສລາມ
ໄອແອັສ ໃນຕົ້ນເດືອນນີ້ ທີ່ໄດ້ຕັດຫົວພົນລະເຣືອນ 7 ຄົນ
ລວມທັງແມ່ຍິງ 3 ຄົນນຳ.
ເຈົ້າໜ້າທີ່ຕຳຫຼວດ ໃນແຂວງຊາບູລ ທີ່ມີຄວາມຫຼໍ່ແຫຼມ ກ່າວວ່າ ພວກຫົວຮຸນແຮງໄດ້ຢຸດລົດເມຫຼາຍຄັນຢູ່ເທິງຖະໜົນຮາຍເວສາຍສຳຄັນບໍ່ຫ່າງຈາກເມືອງຫຼວງຂອງແຂວງພໍບໍ່ໃດ ໃນຕອນເຊົ້າໆມື້ນີ້ ແລ້ວກໍຈັບໂຕພວກໂດຍສານໄປ.
ເຈົ້າໜ້າທີ່ແຂວງ ໄດ້ບອກວີໂອເອ ວ່າ ກຳລັງຮັກສາຄວາມປອດໄພ ໄດ້ເລີ້ມກວດຄົ້ນແລະ
ປະຕິບັດການກູ້ໄພໃນເຂດດັ່ງກ່າວ.