ພະນັກງານກູ້ໄພໄດ້ກ່າວໃນວັນອັງຄານວານນີ້ວ່າ ເຂົາເຈົ້າໄດ້ກອບກູ້ສົບຂອງ 20 ຄົນ
ທີ່ໄດ້ເສຍຊີວິດໃນເຫດໄຟໄໝ້ເມື່ອຕອນກາງຄືນ ຢູ່ເທິງເຮືອນັກດຳນ້ຳ ຢູ່ນອກຊາຍ
ຝ່າຍຝັ່ງພາກໃຕ້ຂອງລັດ ຄາລິຟໍເນຍ, ໃນຂະນະທີ່ເຂົາເຈົ້າຊອກຫາອີກ 14 ຄົນທີ່
ຢ້ານວ່າໄດ້ເສຍຊີວິດແລ້ວນັ້ນ.
ບັນດານັກດຳນ້ຳ, ເລິກລົງໄປໃນນ້ຳ 20 ກວ່າແມັດ, ໄດ້ຄົ້ນຫາໃນຊາກຂອງເຮືອນັກ
ດຳນ້ຳພານິດຍາວ 23 ແມັດທີ່ມີຊື່ວ່າ ຄອນເຊັບເຊິນ (Conception), ບ່ອນທີ່ໄຟໄດ້
ໄໝ້ກ່ອນເຊົ້າມືດຂອງວັນຈັນທີ່ຜ່ານມາ, ເຮັດໃຫ້ 34 ຄົນໄດ້ຕິດຄ້າງ, ຜູ້ທີ່ເບິ່ງຄືວ່າ
ໄດ້ນອນຢູ່ກ້ອງເຮືອ ແລະ ບໍ່ສາມາດອອກມາໄດ້.
ແນວໃດກໍຕາມ, ຕຳຫຼວດຍາມຊາຍຝັ່ງ ສະຫະລັດ ໄດ້ກ່າວວ່າ ເຂົາເຈົ້າໄດ້ຢຸດການຄົ້ນ
ຫາທາງອາກາດດົນ 24 ຊົ່ວໂມງ ໃນເຂດນ້ຳທີ່ຢູ່ອ້ອມແອ້ມ ຫຼັງຈາກບໍ່ພົບເຫັນຜູ້ລອດ
ຊີວິດທີ່ໜີອອກຈາກໄພພິບັດນັ້ນ.
ເຈົ້າໜ້າທີ່ພິສູດຊາກສົບຂອງຕຳຫຼວດເມືອງ ແຊນຕ້າ ບາບາຣາ ທ່ານ ບິລ ບຣາວນ໌ ໄດ້
ກ່າວວ່າ ໃນຈຳນວນ 20 ສົບທີ່ກອບກູ້ມາໄດ້ໃນປັດຈຸບັນນີ້, ມີແມ່ຍິງ 11 ຄົນ ແລະ ຜູ້
ຊາຍ 9 ຄົນ. ທ່ານໄດ້ກ່າວວ່າ ສົບຂອງຜູ້ເຄາະຮ້າຍອີກ 4 ຄົນ ຫາ 6 ຄົນໄດ້ຖືກພົບເຫັນ,
ແຕ່ບັນດານັກດຳນ້ຳບໍ່ສາມາດດຶງເຂົາເຈົ້າອອກມາຈາກຊາກເຮືອໃນທັນທີ.
ຕຳຫຼວດຍາມຊາຍຝັ່ງ ສະຫະລັດ ໄດ້ກ່າວວ່າ ສະມາຊິກເຮືອຫ້າຄົນ ໄດ້ຕື່ນຂຶ້ນຢູ່ເທິງ
ຂົວຂອງເຮືອໃນເວລາທີ່ໄຟໄດ້ໄໝ້ ແລະ ໄດ້ໂດດອອກໄປຫາບ່ອນປອດໄພໃນເຮືອ
ນ້ອຍ.
ໃນຂະນະທີ່ບັນດາເຈົ້າໜ້າທີ່ຍັງບໍ່ໄດ້ເປີດເຜີຍຊື່ຂອງຜູ້ເຄາະຮ້າຍເທື່ອນັ້ນ, ນັກຊີວະວິ
ທະຍາທາງທະເລ ອາຍຸ 41 ປີ ທີ່ມີປະສົບການໃນການດຳນ້ຳຫຼາຍປີ, ທ່ານນາງ ຄຣິຕີ
ຟິສແຕັດ, ໄດ້ຖືກລະບຸຕົວໂດຍອ້າຍຂອງລາວ ທ່ານ ເບຣັດ ຮາເມລິງ, ໃນຖານະເປັນ
ຜູ້ນຳຂອງການເດີນທາງດຳນ້ຳ ແລະ ເປັນນຶ່ງໃນຜູ້ທີ່ຫາຍສາບສູນ.
ບັນດາເຈົ້າໜ້າທີ່ບໍ່ໄດ້ກ່າວເຖິງສິ່ງທີ່ເຂົາເຈົ້າເຊື່ອວ່າ ເປັນສາເຫດຂອງໄຟໄໝ້.
ໃນສຽງອັດຂອງການໂທລະສັບຫາຕຳຫຼວດຍາມຊາຍຝັ່ງນັ້ນ, ຜູ້ຊາຍຄົນນຶ່ງໄດ້ຍິນສຽງ
ສູບເອົາອາກາດຫາຍໃຈ, ແລະຮ້ອງວ່າ “ເມເດ, ເມເດ, ເມເດ.”
ຄະນະກຳມະການຄວາມປອດໄພ ໃນການສັນຈອນແຫ່ງຊາດຂອງລັດຖະບານກາງ ໄດ້
ກ່າວວ່າ ເຂົາເຈົ້າໄດ້ສົ່ງກຸ່ມຂອງບັນດານັກວິສະວະກອນ ແລະ ນັກຊ່ຽວຊານ ກ່ຽວກັບ
ໄຟ ໄປສືບສວນສອບສວນອຸບັດຕິເຫດດັ່ງກ່າວ.
ເຮືອ Conception ໄດ້ນຳພານັກດຳນ້ຳເດີນທາງໄປໝູ່ເກາະ ຊາແນລ (Channel) ຢູ່
ນອກຊາຍຝັ່ງພາກໃຕ້ຂອງລັດ ຄາລິຟໍເນຍ ໃນທ້າຍອາທິດຂອງວັນແຮງງານ. ເຮືອລຳ
ດັ່ງກ່າວຖືກເຊົ່າໂດຍບໍລິສັດ Woldwide Diving Adventures, ເຊິ່ງແມ່ນບໍລິສັດທ່ອງ
ທ່ຽວໃນເມືອງ ແຊນຕາ ບາບາຣາ.