ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຮູບເງົາເລື້ອງ 12 Years a Slave ກັບ American Hustle ຄ້ວາລາງວັນ Golden Gloves Awards (ສະໄລດ໌)


ຈາກຊ້າຍ ຫາຂວາ ດາລາຮູບເງົາ Lupita Nyong'o, Chiwetel Ejiofor, Steve McQueen, Sarah Paulson, and Michael Fassbender
ຈາກຊ້າຍ ຫາຂວາ ດາລາຮູບເງົາ Lupita Nyong'o, Chiwetel Ejiofor, Steve McQueen, Sarah Paulson, and Michael Fassbender
ຮູບ​ເງົາ​ຊີວິດ ອິງປະຫວັດສາດ ທີ່​ຊື່ວ່າ 12 Years a Slave ຫລື
12 ປີ​ຂອງ​ການ​ເປັນ​ຂ້າ​ທາດ ​ໄດ້​ເປັນ​ມ້າ​ມືດ ຄ້ວາ​ເອົາ​ລາງວັນ​
ຮູບ​ເງົາດີ​ເດັ່ນ​ມາ​ໄດ້ ​ໃນ​ພິທີ​ມອບ​ລາງວັນ Golden Gloves
Award ປະ​ຈໍາປີທີ 71 ຂອງ ສະມາຄົມ​ສື່​ມວນ​ຊົນ​ຕ່າງປະ​ເທດ
ຂອງ Hollywood ທີ່​ເມືອງ Berverly Hills ​ໃນ​ຄືນວັນ​ອາທິດ
​ວານ​ນີ້.

​ຮູບ​ເງົາ​ດັ່ງກ່າວ ຊຶ່ງ​ອິງ​ໃສ່ເລື້ອງຊີວິດ​ຈິງ ​ໃນສະ​ໄໝສັດຕະວັດ​
ທີ່ 19 ກ່ຽວ​ກັບຜູ້​ຊາຍຜິວ​ດໍາ ອິດ​ສະລະ ຄົນ​ນຶ່ງ ທີ່​ໄດ້ຕົກເປັນ​
ຂ້າ​ທາດ ແລະ​ໄດ້ຕໍ່ສູ້​ຈົນ​ກັບ​ຄືນ​ມາໄດ້​ຮັບ​ອິດ​ສະລະພາບອີກ ​
ໄດ້​ຄວ້າເອົາ​ລາງວັນ Golden Gloves ປະ​ເພດ​ຮູບ​ເງົາ
ຊີວິດ ທີ່ດີ​ເດັ່ນ​.

ສ່ວນ​ຮູບ​ເງົາ American Hustle ​ ກ່ຽວ​ກັບນັກ​ສິນລະ​ປິນຫລອກ​ລວງ ​ໃນ​ຊຸມ​ປີ 1970
ໄດ້ຮັບລາງວັນ ຮູບ​ເງົາ​ຕະຫລົກທີ່​ດີ​ເດັ່ນ ​ແລະ​ນໍາ​ເອົາລາງວັນ​ນັກສະ​ແດງ​ເດັ່ນ ມາ​ໃຫ້ຜູ້​
ສະ​ແດງຍິງ​ສອງ​ຄົນ ຄື Amy Adams ​ແລະ​ Jennifer Lawrence.

ລາງວັນສະ​ແດງ​ບົດ​ຊີວິດ​ດີ​ເດັ່ນ ໄດ້​ຕົກ​ເປັນ​ຂອງດາລາ​ຊາຍ Matthew McConaughey ​
ຈາກ​ຮູ​ບ​ເງົາເລື່ອງ Dallas Buyers Club ​ແລະດາລາ​ຍິງ Cate Blanchett ຈາກ​ເລື່ອງ
Blue Jasmine ຂອງ Woody Allen​.

ລາງວັນ Golden Globes ​ຊຶ່ງເປັນລາງວັນ​ຮູບ​ເງົາ​ອັນທໍາ​ອິດຂອງ​ປີ ​ແມ່ນ​ຖື​ກັນວ່າ ​ເປັນ​
ສິ່ງທໍານາຍ​ໃຫ້​ຮູ້ລ່ວງ​ໜ້າ​ວ່າ ຮູບ​ເງົາ​ເລື້ອງ​ໃດ​ຈະ​ໄດ້​ຮັບ ​ລາງວັນ​ອອສກ້າ ຫລືຕຸ໊ກກະຕາ
​ທອງ​ຄໍາ.

XS
SM
MD
LG