ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄົນເຂົ້າເມືອງ ຜິດກົດໝາຍ 12 ຄົນ ຖືກຊ່ວຍ ຈາກລົດ​ບັນທຸກ ຢູ່ ລັດເທັກຊັສ


ເຈົ້າໜ້າທີ່ຕຳຫລວດກວດຄົນເຂົ້າເມືອງ ແລະເຈົ້າໜ້າທີ່ພາສີ ໃສ່ກັບມືຄົນເຂົ້າເມືອງຜິດກົດໝາຍ ທີ່ເມືອງ Dallas ລັດ Texas.
ເຈົ້າໜ້າທີ່ຕຳຫລວດກວດຄົນເຂົ້າເມືອງ ແລະເຈົ້າໜ້າທີ່ພາສີ ໃສ່ກັບມືຄົນເຂົ້າເມືອງຜິດກົດໝາຍ ທີ່ເມືອງ Dallas ລັດ Texas.

ຕຳຫລວດ​ສະຫະລັດ ຢູ່ໃນ​ລັດ Texas ​ໄດ້​ກູ້​ໄພ​ ຄົນ​ເຂົ້າ​ເມືອງ 12 ຄົນ​ຈາກ​ລົດ​ບັນທຸກ
ຕູ້​ໃສ່​ເຄື່ອງ​ທີ່​ແອ​ອັດ ​ແລະໄດ້​ຈັບ​ສາມ​ຄົນ ໃນ​ຖານລັກລອບ​ຄົນ​ເຂົ້າ​ເມືອງ.

ລົດ​ເຊົ່າ​ບັນທຸກຕູ້​ໃສ່​ເຄື່ອງໄດ້​ຈອດເປັນ​ເວລາ​ຫລາຍ​ຊົ່ວ​ໂມງ ຢູ່ຮ້ານສັບພະ​ສິນ ຄ້າ​ຂອງ​ນະຄອນ Houston ​ຈົນວ່າ​ມີ​ຄົນ​ຜ່ານ​ໄປມາ​ໄດ້ຍິນສຽງ​ຄົນ ​ທີ່ຖືກ​ຂັງ​ໄວ້​ຢູ່ຂ້າງໃນ​ລົດ ຊຶ່ງ
ຜູ້​ຊາຍ 10 ຄົນ ​ແມ່ຍິງ​ນຶ່ງ​ຄົນ ​ແລະ​ຍິງ​ສາວ​ນຶ່ງ​ຄົນ ພາ ກັນຕີ​ຝາ​ລົດ ​ແລະ​ຮ້ອງຂໍ​ຄວາ​ມ
ຊ່ວຍ​ເຫລືອ.

ອູ​ນຫະພູມ​ໄດ້​ກາຍ​ເຖິງ 40 ອົງສາ​ແຊ​ລ​ເຊິສ ຢູ່​ໃນ​ລົດ. ຕຳຫລວດຜູ້​ທີ່ກູ້ໄພ​ກຸ່ມ​ດັ່ງກ່າວ
ກ່າວ​ວ່າ ​ເຂົາ​ເຈົ້າ​ອິດ​ເໝື່ອຍ ​ແລະ​ປຽກ​ໄປ​ດ້ວຍ​ເຫື່ອ ​ແຕ່​ຈະ​ກັບຄືນ​ມາ​ເປັນ​ປົກກະຕິ​ໄດ້.

“ອີກ​ກວ່າ​ສາມ​ສິບ​ນາທີ ​ແລະ​ນີ້​ອາດ​ເປັນ​ຄະດີ​ຄາດ​ຕະກຳຂອງ​ຫລາຍ​ສິບ​ຄົນ." ນັ້ນ​ແມ່ນ
​ຄຳ​ເວົ້າຂອງທ່ານ Tom Berg ຜູ້​ຊ່ວຍ​ທະນາຍຄວາມ​ເຂດ​ເມືອງ Harris ​ທີ່ໄດ້ກ່າວ​.
“ການ​ປະຕິບັດ​ງານ​ຢ່າງ​ວອງ​ໄວ​ຂອງ​ຕຳຫລວດ​ນະຄອນ Houston ​ເປັນ​ທີ່ໜ້າ​ສັນລະ​
ເສີນ​.”

ຄົນ​ເຂົ້າ​ເມືອງ​ທັງ​ໝົດ​ເຊື່ອ​ວ່າ ​ມາ​ຈາກ​ປະ​ເທດລາຕິນອາ​ເມຣິກາ ​ແລະ​ອາດ​ຈະ​ຖືກ​ເນລະ
​ເທດ ​ເວ​ລາ​ໃດ​ທີ່​ເຂົາ​ເຈົ້າ​ມີ​ແຮງ​ຄືນ​ມາ. ​ເຂົາ​ເຈົ້າ​ຖືກ​ກັກ​ຂັງ ລໍຖ້າ​ການ​ປະຕິບັດ​ງານ​ຂອງ​ຕຳຫລວດ​ກວດ​ຄົນ​ເຂົ້າ​ເມືອງ​ສະຫ​ະລັດ ​ແລະ​ເຈົ້າ​ໜ້າ​ທີ່​ພາສີ.

ສາມ​ຄົນ​ໄດ້​ຖືກ​ຈັບ​ໃນ​ຄະດີ​ລັກ​ລອບ​ຄົນ​ເຂົ້າເມືອງ ທີ່​ຈະ​ປະ​ເຊີນ​ໜ້າ​ກັບ​ການ​ກະ ທຳ​
ຄວາມ​ຜິດ ທີ່​ອາດ​ຕິດ​ຄຸກເຖິງ 20 ປີ​ຢູ່​ໃນ​ຄຸກ. ​ເຂົາ​ເຈົ້າ​ແຕ່ລະຄົນ​ກຳລັງ​ຖືກ​ກັກ​ຂັງດ້ວຍ
​ຄ່າ​ປະກັນ​ໂຕ 300,000 ​ໂດ​ລາ.

ອ່ານຂ່າວນີ້ເພີ່ມເປັນພາສາອັງກິດ

US Miraants Rescued
please wait
Embed

No media source currently available

0:00 0:00:22 0:00

XS
SM
MD
LG