ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ແມ່ຍິງທີ່ພິເສດ 12 ຄົນ ໄດ້ຮັບກຽດ ດ້ວຍລາງວັນ ຂອງຄວາມກ້າຫານ


ສະຕີໝາຍເລກນຶ່ງ ທ່ານນາງ ຈິລ ໄບເດັນ ກ່າວຄຳປາໄສ ໃນວັນພິທີມອບລາງວັນແມ່ຍິງຜູ້ກ້າຫານສາກົນ ປີ 2021 ຜ່ານທາງຄອມພິວເຕີ, ຢູ່ກະຊວງການຕ່າງປະເທດ ສະຫະລັດ. 8 ມີນາ, 2021.
ສະຕີໝາຍເລກນຶ່ງ ທ່ານນາງ ຈິລ ໄບເດັນ ກ່າວຄຳປາໄສ ໃນວັນພິທີມອບລາງວັນແມ່ຍິງຜູ້ກ້າຫານສາກົນ ປີ 2021 ຜ່ານທາງຄອມພິວເຕີ, ຢູ່ກະຊວງການຕ່າງປະເທດ ສະຫະລັດ. 8 ມີນາ, 2021.

ກະຊວງການຕ່າງປະເທດ ສະຫະລັດ ໄດ້ເຫັນຄຸນຄ່າຂອງແມ່ຍິງ 21 ຄົນຜູ້ທີ່ໄດ້ສະແດງການນຳ ພາໃນການສົ່ງເສີມສິດທິມະນຸດ, ຄວາມເທົ່າທຽມທາງເພດ ແລະ ການສົ່ງເສີມແມ່ຍິງ, ດ້ວຍການມອບລາງວັນ “ແມ່ຍິງຜູ້ກ້າຫານສາກົນ” ໃຫ້ເຂົາເຈົ້າໃນລະຫວ່າງພິທີນຶ່ງຢູ່ນະຄອນຫຼວງ ວໍຊິງຕັນ ໃນວັນຈັນວານນີ້.

ປີນີ້ແມ່ຍິງ ອັຟການິສຖານ 7 ຄົນໄດ້ຮັບລາງວັນຫຼັງຈາກທີ່ເຂົາເຈົ້າໄດ້ເສຍຊີ ວິດແລ້ວໃນປີ 2020 ໃນຂະນະທີ່ເຂົາເຈົ້າໄດ້ຮັບໃຊ້ຊຸມຊົນຂອງເຂົາເຈົ້າໃນລະຫວ່າງ ຊ່ວງເວລາທີ່ສຳຄັນໃນປະຫວັດຂອງ ອັຟການິສຖານ. ຜູ້ໄດ້ຮັບ ລາງວັນຄົນອື່ນໆແມ່ນມາຈາກປະເທດ ເບລາຣຸສ, ມຽນມາ, ຈີນ, ອີຣ່ານ, ໂຊມາເລຍ, ເທີກີ ແລະ ເວເນຊູເອລາ.

ໃນບັນດາຜູ້ໄດ້ຮັບກຽດຂອງປີນີ້ແມ່ນບຸກຄົນຈາກຝ່າຍຄ້ານ ເບລາຣຸສ ທ່ານນາງ ມາເຣຍ ໂຄເລສເນໂຄວາ ຜູ້ທີ່ໄດ້ຕໍ່ສູ້ເພື່ອການເຄື່ອນໄຫວປະຊາທິປະໄຕ ຫຼັງຈາກການເລືອກຕັ້ງທີ່ມີຄວາມຂັດແຍ້ງກັນ, ທະນາຍຄວາມສິດທິມະນຸດ ຈີນ ທ່ານນາງ ຫວັງ ຢູ ທີ່ຖືກຂັງຄຸກ ແລະ ຕອນນີ້ຍັງຢູ່ພາຍການຫ້າມອອກນອກປະເທດຂອງ ຈີນ, ຜູ້ຕັດສິນກິລາໝາກເສິກຊາວ ອີຣ່ານ ທ່ານນາງ ໂຊເຣ ບາຢັດ (Shohreh Bayat), ຜູ້ທີ່ຖືກເລືອກໃຫ້ເປັນຜູ້ຊະນະເລີດສຳລັບສິດທິຂອງແມ່ຍິງ ຫຼັງຈາກຖືກກ່າວຫາ ກ່ຽວກັບ ການລ່ວງລະເມີດລະບຽບການແຕ່ງກາຍຂອງສາສະໜາອິສລາມທີ່ເຄັ່ງຄັດຂອງປະເທດ, ຜູ້ສະໜັບສະໜູນສິດທິແຮງງານຊາວເວເນຊູເອລາ, ທ່ານນາງ ອານາ ໂຣຊາຣີໂອ ຄອນເທຣຣາສ (Ana Rosario Contreras), ຜູ້ທີ່ໄດ້ຕໍ່ສູ້ເພື່ອຜູ້ຊ່ຽວຊານດ້ານການເບິ່ງແຍງສຸຂະພາບ ແລະ ນັກເຄື່ອນໄຫວສິດທິມະນຸດຊາວ ຄອງໂກ ທ່ານນາງ ຈູລຽນ ລູຊອງຈ໌ (Julienne Lusenge) ຜູ້ທີ່ໄດ້ຕໍ່ສູ້ກັບຄວາມຮຸນແຮງທີ່ອີງໃສ່ເພດ.

ນັກກົດໝາຍສິດທິມະນຸດຊາວ ຈີນ ທ່ານນາງ ຫວັງ ບໍ່ໄດ້ເຂົ້າຮ່ວມໃນພິທີທາງຄອມພິວເຕີໃນວັນຈັນວານນີ້, ເຊິ່ງກະຊວງການຕ່າງປະເທດໄດ້ສາຍຂໍ້ຄວາມທີ່ຖືກອັດໄວ້ລ່ວງໜ້າຈາກທ່ານນາງ ຫວັງ.

ທ່ານ ແອນໂທນີ ບລິງເຄັນ, ລັດຖະມົນຕີການຕ່າງປະເທດ ສະຫະລັດ ໄດ້ ກ່າວວ່າ “ພວກເຮົາບໍ່ໄດ້ສື່ສານກັນຢ່າງປົກກະຕິໃນສອງວັນທີ່ຜ່ານມາ. ພວກເຮົາເປັນຫ່ວງເພາະວ່າພວກເຮົາຢາກໃຫ້ລາວເຂົ້າຮ່ວມໃນພິທີຂອງມື້ນີ້. ພວກເຮົາຈະຕິດຕາມ ແລະ ຖ້າຈຳເປັນຈະອອກມາເວົ້າ ກ່ຽວກັບ ກໍລະ ນີຂອງລາວ.

ໃນຂໍ້ຄວາມທີ່ຖືກອັດໄວ້ລ່ວງໜ້ານັ້ນ, ທ່ານນາງ ຫວັງ ໄດ້ກ່າວວ່າ “ໃນຖານະເປັນທະນາຍຄວາມດ້ວຍການຝຶກຫັດ, ຂ້າພະເຈົ້າຄິດວ່າຂ້າພະເຈົ້າມີພັນທະທີ່ຈະຜັກດັນລະບຽບກົດໝາຍ. ສະນັ້ນ ຂ້າພະເຈົ້າຢາກເຫັນຄົນຫຼາຍກວ່າເກົ່າລຸກຂຶ້ນ ແລະ ອອກມາເວົ້າເພື່ອລະບຽບກົດໝາຍ, ຄວາມເປັນທຳ ແລະ ຄວາມຍຸຕິທຳໃນ ຈີນ.”

ທ່ານນາງ ຫວັງ ໄດ້ກ່າວຕື່ມວ່າ ລາວໄດ້ພົບເຫັນ “ການສໍ້ລາດບັງຫຼວງ ແລະ ການເສື່ອມຖອຍໃນການພິຈາລະນາຄະດີ” ໃນຂະນະທີ່ກຳລັງຮັບມືກັບຄະດີການເມືອງທີ່ລະອຽດອ່ອນຫຼາຍຄະດີ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG