ອິສຣາແອລ ເອົາຂີ້ເຫຍື້ອ ມາໃຊ້ເປັນວັດຖຸ ຜະລິດເຊື້ອໄຟ ໄດ້ແລ້ວ
ໃນຂະນະທີ່ດໍາລັດຫລ້າສຸດຂອງປະທານາທິບໍດີ Trump ເຮັດໃຫ້ໂຮງງານທີ່ໃຊ້ ພະລັງງານຖ່ານຫີນຟື້ນຊີບຄືນມາໃໝ່ຢູ່ນີ້, ພວກບໍລິສັດຜະລິດພະລັງງານຕ່າງໆກໍ ສືບຕໍ່ຊອກຫາ ແລະຄົ້ນພົບແຫລ່ງເຊື້ອໄຟທີ່ເປັນທາງເລືອກໃໝ່ໄປພ້ອມ, ທີ່ຖືກກວ່າ ທັງສະອາດກວ່ານຳດ້ວຍ. ຄວາມເປັນໄປໄດ້ດ້ານນຶ່ງກໍຄືຂີ້ເຫຍື້ອ. ການຫັນເອົາຂີ້ ເຫຍື້ອ ໄປເປັນພະລັງງານທີ່ເປັນມິດຕໍ່ສິ່ງແວດລ້ອມ ແມ່ນຄວາມຝັນທີ່ມີມາແຕ່ດົນ ນານຂອງສັງຄົມທັນສະໄໝ. George Putic ນັກຂ່າວຂອງວີໂອເອ ລາຍງານວ່າ ເຈົ້າໜ້າທີ່ໃນນະຄອນ Tel Aviv ທີ່ປະເທດອິສຣາແອລເວົ້າວ່າ ໂຮງງານຫັນປ່ຽນຂີ້ເຫຍື້ອໃໝ່ ຂອງເຂົາເຈົ້າ ກໍາລັງຜະລິດເຊື້ອໄຟອອກມາໄດ້ຫລາຍເຖິງ 500 ໂຕນຕໍ່ມື້ຊຶ່ງພຸດທະສອນ ຈະນໍາລາຍລະອຽດມາສະເໜີທ່ານ ເປັນພາສາ ລາວ ໃນອັນດັບຕໍ່ໄປ
ຕອນຕ່າງໆຂອງເລື້ອງ
-
ທັນວາ ໐໖, ໒໐໒໓
ການຊ່ວຍເຫຼືອນັກປີນພູ ຢູ່ທີ່ພູໄຟມາຣາປີຂອງ ອິນໂດເນເຊຍ
-
ທັນວາ ໐໔, ໒໐໒໓
ພູໄຟລະເບີດ ທີ່ແຂວງສຸມາຕຣາຕາເວັນຕົກ ອິນໂດເນເຊຍ
-
ພະຈິກ ໒໑, ໒໐໒໓
ການເລືອກຕັ້ງ ຢູ່ປະເທດໄລບີເຣຍ
-
ພະຈິກ ໐໓, ໒໐໒໓
ຄວາມຮຸນແຮງລະຫວ່າງ ອິສຣາແອລ ແລະ ປາແລັສໄຕນ໌