ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ອິສຣາ​ແອ​ລ ເອົາຂີ້ເຫຍື້ອ ມາໃຊ້ເປັນວັດຖຸ ຜະລິດ​ເຊື້ອໄຟ ໄດ້ແລ້ວ


ໃນ​ຂະນະ​ທີ່​ດໍາລັດຫລ້າ​ສຸດ​ຂອງປະທານາທິບໍດີ Trump ເຮັດໃຫ້ໂຮງງານ​ທີ່ໃຊ້​ ພະລັງງານ​ຖ່ານຫີນຟື້ນຊີບ​ຄືນ​ມາ​ໃໝ່ຢູ່ນີ້, ພວກບໍລິສັດ​ຜະລິດພະລັງງານຕ່າງໆກໍ ສືບຕໍ່ຊອກ​ຫາ ​ແລະ​ຄົ້ນ​ພົບ​ແຫ​ລ່ງ​ເຊື້ອ​ໄຟ​ທີ່​ເປັນທາງ​ເລືອກ​ໃໝ່ໄປພ້ອມ, ທີ່ຖືກ​ກວ່າ ​ທັງ​ສະອາດ​ກວ່ານຳດ້ວຍ. ຄວາມ​ເປັນ​ໄປ​ໄດ້​ດ້ານ​ນຶ່ງ​ກໍ​ຄືຂີ້​ເຫຍື້ອ. ການຫັນ​ເອົາ​ຂີ້ ​ເຫຍື້ອ ໄປເປັນພະລັງງານ​ທີ່​ເປັນ​ມິດຕໍ່ສິ່ງ​ແວດ​ລ້ອມ ແມ່ນ​ຄວາມ​ຝັນ​ທີ່​ມີ​ມາ​ແຕ່​ດົນ​ ນານ​ຂອງ​ສັງຄົມ​ທັນ​ສະ​ໄໝ. George Putic ນັກ​ຂ່າວ​ຂອງວີ​ໂອ​ເອ ລາຍງານວ່າ ​ເຈົ້າໜ້າທີ່​ໃນ​ນະຄອນ Tel Aviv ທີ່ປະເທດ​ອິສຣາ​ແອ​ລເວົ້າວ່າ ​ໂຮງງານ​ຫັນປ່ຽນ​ຂີ້ເຫຍື້ອ​ໃໝ່ ຂອງ​ເຂົາ​ເຈົ້າ ກໍາລັງຜະລິດ​ເຊື້ອ​ໄຟ​ອອກ​ມາໄດ້ຫລາຍ​ເຖິງ 500 ​ໂຕນຕໍ່ມື້ຊຶ່ງ​ພຸດທະສອນ ຈະ​ນໍາ​ລາຍລະອຽດມາສະ​ເໜີທ່ານ ເປັນພາສາ ລາວ ໃນ​ອັນ​ດັບ​ຕໍ່​ໄປ

ຕອນຕ່າງໆຂອງເລື້ອງ

ເບິ່ງໝົດທຸກຕອນ
XS
SM
MD
LG