ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາຍົກ ອອສເຕຣເລຍ ຢ້ຽມຢາມ ຍີ່ປຸ່ນ ເພື່ອ ເສີມຂະຫຍາຍ ສາຍພົວພັນ ດ້ານທະຫານ ແລະ ເສດຖະກິດ


ນາຍົກລັດຖະມົນຕີ ອອສເຕຣເລຍ ທ່ານມາລຄອມ ເທີລບູລ ກ່າວຄຳປາໄສ ຢູ່ໃນນະຄອນຫຼວງໂຕກຽວ ຂອງຍີ່ປຸ່ນ, ວັນທີ 18 ທັນວາ 2015.
ນາຍົກລັດຖະມົນຕີ ອອສເຕຣເລຍ ທ່ານມາລຄອມ ເທີລບູລ ກ່າວຄຳປາໄສ ຢູ່ໃນນະຄອນຫຼວງໂຕກຽວ ຂອງຍີ່ປຸ່ນ, ວັນທີ 18 ທັນວາ 2015.

ນາຍົກລັດຖະມົນຕີອອສເຕຣເລຍ ທ່ານມາລຄອມ ເທີລບູລ (Malcolm Turnbull) ໄດ້
ເດີນທາງໄປປະເທດຍີ່ປຸ່ນ ໃນວັນພະຫັດມື້ີ້ນີ້ ເພື່ອເສີມຂະຫຍາຍສາຍພົວພັນໃນດ້ານ
ປ້ອງກັນປະເທດ ທ່າມກາງທີ່ມີການຂະຫຍາຍຕົວທາງທະເລ ຢ່າງວ່ອງໄວຂອງຈີນ ແລະ
ການເພີ້ມທະວີ ໂຄງການອາວຸດນິວເຄລຍຂອງ ເກົາຫຼີເໜືອ.

ທ່ານເທີລບູລ ແລະຄູ່ຕຳແໜ່ງຝ່າຍຍີ່ປຸ່ນ ທ່ານຊິນໂຊ ອາເບະ ໄດ້ໄປຢ້ຽມຢາມຄ້າຍຝຶກ
ທະຫານແຫ່ງນຶ່ງ ຢູ່ນອກນະຄອນຫລວງໂຕກຽວ ໃນຕອນເລີ້ມຕົ້ນການຢ້ຽມຢາມເປັນ
ເວລານຶ່ງວັນ ຂອງນາຍົກລັດຖະມົນຕີ ອອສເຕຣເລຍ.

ໃນລະຫວ່າງການຢ້ຽມຢາມນັ້ນ ທ່ານເທີລບູລໄດ້ເຕືອນວ່າ ປະຊາຄົມນາໆຊາດຈຳເປັນ
ທີ່ຈະຕ້ອງ “ໃຊ້ຄວາມຄິດຢ່າງຈະແຈ້ງ” ກ່ຽວກັບການເຄື່ອນໄຫວ ທາງດ້ານການທູດ
ຫວ່າງບໍ່ດົນມານີ້ ລະຫວ່າງເກົາຫຼີເໜືອ ແລະ ເກົາຫຼີໃຕ້ ທີ່ອະນຸຍາດໃຫ້ເກົາຫຼີເໜືອ
ເຂົ້າຮ່ວມການແຂ່ງຂັນກິລາໂອລິມປິກ ລະດູໜາວ ຢູ່ທີ່ເກົາຫຼີໃຕ້ ຊຶ່ງຈະມີຂຶ້ນໃນໄວໆນີ້.
ທ່ານກ່າວວ່າ ພຽງຢາງມີນິໄສມາແຕ່ດົນນານແລ້ວ ທີ່ມັກຈະສະແດງກຳລັງທາງທະຫານ
ແລະ ຫລັງຈາກນັ້ນ ກໍຈະຢຸດເຊົາຊົ່ວຂະນະນຶ່ງ ເພື່ອສະແດງໃຫ້ໂລກເຫັນວ່າ ຕົນໄດ້
ປ່ຽນແປງ ແລ້ວ ກ່ອນຈະເລີ້ມຂັ້ນຕອນແບບເກົ່າຄືນອີກ.

ທ່ານເທີລບູລ ກ່າວວ່າ ການລົງໂທດຂອງປະຊາຄົມນາໆຊາດ ຕໍ່ເກົາຫຼີເໜືອ ຈະຕ້ອງ
ດຳເນີນຕໍ່ໄປ.

Japan Australia
please wait
Embed

No media source currently available

0:00 0:01:02 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG