ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ນາຍົກ ອອສເຕຣເລຍ ຈະຂໍອະໄພໂທດ ຕໍ່ ເດັກນ້ອຍ ທີ່ຖືກລ່ວງລະເມີດ ທາງເພດ


ນາຍົກລັດຖະມົນຕີ ອອສເຕຣເລຍ ທ່ານ ມາລຄອມ ເທີນບູລ (Malcolm Turnbull) ກ່າວຕໍ່ສື່ມວນຊົນ ຢູ່ທີ່ລັດຖະສະພາ ໃນນະຄອນຫຼວງແຄນເບີຣາ ຂອງ ອອສເຕຣເລຍ, ວັນທີ 8 ສິງຫາ 2017.
ນາຍົກລັດຖະມົນຕີ ອອສເຕຣເລຍ ທ່ານ ມາລຄອມ ເທີນບູລ (Malcolm Turnbull) ກ່າວຕໍ່ສື່ມວນຊົນ ຢູ່ທີ່ລັດຖະສະພາ ໃນນະຄອນຫຼວງແຄນເບີຣາ ຂອງ ອອສເຕຣເລຍ, ວັນທີ 8 ສິງຫາ 2017.

ນາຍົກລັດຖະມົນຕີ ອອສເຕຣເລຍ ທ່ານ ມາລຄອມ ເທີນບູລ ກ່າວວ່າ ທ່ານຈະທຳການ
ຂໍອະໄພໂທດ ຢ່າງເປັນທາງການຕາມທີຫລັງ ໃນທ້າຍປີນີ້ ຕໍ່ພວກເດັກນ້ອຍທີ່ຕົກເປັນ
ເຫຍື່ອຂອງການລ່ວງລະເມີດທາງເພດ ຈາກສະຖາບັນ.

ການຂໍອະໄພໂທດຢ່າງເປັນທາງການ ເຊິ່ງຈະໄດ້ເຮັດຂຶ້ນ ໃນວັນທີ 22 ຕຸລາ ນີ້ ແມ່ນ
ເປັນຜົນ ມາຈາກການສອບສວນ ເປັນເວລາ 5 ປີ ຂອງການເກັບກຳ ການໃຫ້ປາກຄຳ
ຈາກພວກຜູ້ເຄາະຮ້າຍຫຼາຍພັນຄົນ ທີ່ໄດ້ທົນທຸກກັບການຖືກລ່ວງລະເມີດ ຢ່າງໜ້າ
ສະຫລົດໃຈ ຢູ່ທີ່ໂບດຕ່າງໆ ແລະ ບັນດາສະຖາບັນທີ່ດຳເນີນການໂດຍລັດຖະບານ
ລວມທັງໂຮງຮຽນ ສະຖານທີ່ລ້ຽງເດັກກຳພ້າ ແລະ ສະຖານທີ່ສຳລັບກຸ່ມຊາວໜຸ່ມຕ່າງໆ
ເປັນຕົ້ນ.

ທ່ານເທີນບູລ ໄດ້ກ່າວວ່າ ລັດຖະບານ ຈະຮັບຮອງເອົາ ການແນະນຳ 104 ປະການ
ໃນຈຳນວນການແນະນຳທັງໝົດ 122 ປະການ ທີ່ໄດ້ສະເໜີໃຫ້ ໂດຍຄະນະສອບສວນ
ທີ່ຮູ້ຈັກກັນໃນຊື່ ຄະນະກຳມາທິການແຫ່ງຣາຊະອານານາຈັກ ໂດຍປະກອບດ້ວຍການ
ຈັດຕັ້ງ ສຳນັກງານແຫ່ງຊາດ ເພື່ອຄວາມປອດໄພຂອງເດັກນ້ອຍ ແລະສະໜອງການຊົດ
ເຊີຍດ້ານການເງິນແກ່ຜູ້ເຄາະຮ້າຍ.

ທ່ານເທີນບູລ ໄດ້ບອກບັນດານັກຂ່າວ ໃນນະຄອນຫຼວງ ແຄນເບີຣາ ເມື່ອວັນພຸດມື້ນີ້ ວ່າ
“ບັດນີ້ ດັ່ງທີ່ພວກເຮົາໄດ້ເຜີຍແບໃຫ້ເຫັນ ຄວາມຈິງທີ່ຕື່ນຕົກໃຈ ພວກເຮົາຕ້ອງເຮັດ
ທຸກສິ່ງທຸກຢ່າງ ໃນອຳນາດຂອງພວກເຮົາ ເພື່ອເປັນກຽດແກ່ຄວາມກ້າຫານ ຂອງ
ພວກຄົນ ຫຼາຍພັນຄົນ ຜູ້ທີ່ໄດ້ກ້າວອອກມາບອກຄວາມຈິງ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG