ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ນະ​ໂຍ​ບາຍ ສົ່ງ​ຜູ້​ຂໍ​ລີ້​ໄພ ​ຢູ່​ຊາຍ​ແດນ ກັບ​ໄປ ເມັກ​ຊິ​ໂກ ເລີ້ມ​ຂຶ້ນ​ແລ້ວ

ທ້າວ​ຄາ​ໂລສ ກາ​ຕາ​ລ​ໂດ ໂກ​ເມັ​ສ ຈາກ​ຮອນ​ດູ​ຣາ​ສ (ກາງ) ຖືກ​ເຈົ້າ​ໜ້າ​ທີ່​ນຳ​ໂຕ​ໄປ ລຸນ​ຫຼັງ​ອອກ​ຈາກ​ສະ​ຫະ​ລັດ ຊຶ່ງ​ເປັນ​ບຸກ​ຄົນທຳ​ອິດ ທີ່​ໄດ້​ຖືກ​ສົ່ງ​ກັບ​ໄປ​ ເມັກ​ຊິ​ໂກ ເພື່ອ​ລໍ​ຖ້າ​​ຂຶ້ນ​ສານ ຢູ່ທີ່​ເມືອງ​ທີຮ​ວານ​ນາ ໃນ​ເມັກ​ຊິ​ໂກ. (29 ມັງ​ກອນ 2019)

ກະ​ຊວງ​ ຮັກ​ສາ​ຄວາມ​ປອດ​ໄພ​ພາຍ​ໃນ​ ຂອງ​ສະ​ຫະ​ລັດ ເລີ້ມ​ສົ່ງ​ພວກ​ຂໍ​ລີ້​ໄພ​ທີ່ຫາ​ກໍ​ເດີນ​ທາງ​ມາ​ຮອດ​ໃໝ່ໆ ກັບ​ຄືນ​ໄປ​ເມັກ​ຊິ​ໂກ ແທນ​ທີ່​ຈະ​ອະ​ນຸ​ຍາດ​ໃຫ້​ພວກ​ເຂົ​າ​ເຈົ້າລໍ​ຖ້າ ຢູ່​ທີ່​ສະ​ຫະ​ລັດ​ໃນ​ຂະ​ນະ​ທີ່​ຄະ​ດີ​ຂອງ​ພວກ​ເຂົາ​ເຈົ້າ​ໄດ້​ຮັບ​ການ​ຕັດສິນຈາກ​ສານ.

ເຈົ້າ​ໜ້າ​ທີ່​ອະ​ວຸ​ໂສ ​ຂອງ​ກະ​ຊວງຮັກ​ສາ​ຄວາມ​ປອດ​ໄພ​ພາຍ​ໃນສະ​ຫະ​ລັດ ກ່າວຕໍ່​ພວກ​ນັກ​ຂ່າວ​ໃນ​ວັນ​ສຸກວານນີ້​ວ່າ ພວກ​ເຂົາ​ເຈົ້າ​ເລີ້ມ​ປະ​ຕິ​ບັດ​ນະ​ໂຍ​ບາຍ ທີ່ ​ພວກ​ເຂົາ​ເຈົ້າ ​ເອີ້ນ​ວ່າ “ລະ​ບຽບ​ຄຸ້ມ​ຄອງ​ຄົນ​ເຂົ້າ​ເມືອງ” ໃນ​ອາ​ທິດນີ້ໂດຍໄດ້​ສົ່ງ​ພວກ​ຄົນ​ເຂົ້າ​ເມືອງ​ຫຼາຍ​ສິບ​ຄົນ​ກັບ​ຄືນ​ໄປ​ແລ້ວ.

ພວກ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ເຂົາ​ເຈົ້າ​ຈະ​ເລີ້ມ​ຈັດ​ສົ່ງ​ພວກ​ຂໍ​ລີ້​ໄພ​ໃນ​ຈຳ​ນວນ​ເພີ້ມ​ຂຶ້ນ ກັບ​ຄືນ​ໄປ​ເມັກ​ຊິ​ໂກ ໃນ​ໄວໆ​ນີ້.

ທ້າວ​ຄາ​ໂລສ ກາ​ຕາ​ລ​ໂດ ໂກ​ເມັ​ສ ຈາກ​ຮອນ​ດູ​ຣາ​ສ (ຂວາ) ຖືກ​ຫ້ອມ​ລ້ອມ ໂດຍ​ພວກ​ນັກ​ຂ່າວ ລຸນຫຼັງ​ຖືກ​ສົ່ງ​ກັບ ຈາກ​ສະ​ຫະ​ລັດ ຊຶ່ງ​ເປັນ​ບຸກ​ຄົນ​ທຳ​ອິດ ທີ່​ຖືກ​ສົ່ງ​ກັບ ພາຍ​ໃຕ້​ນະ​ໂຍ​ບາຍ​ໃໝ່ ເພື່ອ​ໄປ​ລໍ​ຖ້າ ວັນ​ຂຶ້ນ​ສານ ຢູ່​ທີ່ນັ້ນ.

ເຈົ້າ​ໜ້າ​ທີ່​ທ່ານ​ນຶ່ງ​ ກ່າວ​ເຖິງ​ຂັ້ນ​ຕອນ​ດັ່ງ​ກ່າວ ໃນ​ລະ​ຫວ່າງ​ທີ່​ໂທ​ລະ​ສັບ​ໄປ​ຫາ​ນັກ​ຂ່າວ​ ໃນ​ວັນ​ສຸກວານນີ້ວ່າ “ພວກ​ເຮົາ​ຈະ​ແຈ້ງ ​ໃຫ້​ສ່ວນ​ບຸກ​ຄົນ​ຊາບ ແລະ​ວັນ​ທີ່​ຈະ​ຂຶ້ນ​ສານແລະ​ໃຫ້​ເຂົາ​ເຈົ້າ​ຮູ້​ວ່າ ຈະ​ກັບ​ຄືນ​ມາ​ເວ​ລາ​ໃດ. ​ພວກ​ເຮົາ​ຈະໃຫ້​ລາຍ​ຊື່​ທີ່​ປຶກ​ສາ​ທາງ​ດ້ານ​ກົດ​ໝາຍແລະ​ແຈ້ງ​ໃຫ້​ເຈົ້າ​ໜ້າ​ທີ່ກວດ​ຄົນ​ເຂົ້າ​ເມືອງຂອງ​ເມັກ​ຊິ​ໂກ​ຮູ້. ເມື່ອ​ເຖິງ​ເວ​ລາ​ແລ້ວ ພວກ​ເຂົາ​ເຈົ້າ​ກໍ​ຈະ​ກັບ​ຄືນ​ມາ ໃນ​ຈຸດ​ທີ່ພວກ​ເຂົາ​ເຈົ້າ​ເຂົ້າ​ມາ” ເພື່ອ​ຮັບ​ຟັງ​ຄຳ​ຕັດ​ສິນ​ຂອງ​ສານ.

ເຈົ້າ​ໜ້າ​ທີ່​ທ່ານນີ້ ກ່າວ​ຕື່ມ​ວ່​າ ອົງ​ການ​ພາ​ສີ​ແລະ​ຄຸ້ມ​ຄອງ​ຊາຍ​ແດນ ບໍ່​ໄດ້​ມີ​ລາຍ​ຊື່​ຂອງພວກ​ທີ່​ໄດ້​ຮັບ​ການ​ຍົກ​ເວັ້ນ ກ່ຽວ​ກັບ​ການ​ດຳ​ເນີນ​ຂັ້ນ​ຕອນ​ໃໝ່​ນີ້.

ເຈົ້າ​ໜ້າ​ທີ່​ກ່າ​ວ​ວ່າ ເຂົາ​ເຈົ້າ​ຈະ​ເພັ່ງ​ເລັງ​ໃສ່​ພວກ​ທີ່​ມາ​ຈາກ​ບັນ​ດາ​ປະ​ເທດ​ໃນ​ເຂດ​ສາມ​ຫຼ່ຽມ​ພາກ​ເໜືອ ຄື​ປະ​ກອບ​ດ້ວຍ​ແອ​ລ​ຊານ​ວາ​ດໍ ກົວ​ເຕ​ມາ​ລາ ແລະ​ຮອນ​ດູຣາ​ສ.

ຜູ້​ຊາຍ​ຮອນ​ດູ​ຣາ​ສ​ທີ່​ຂໍ​ລີ້​ໄພ​ຄົນ​ນຶ່ງ ຖືກ​ຫ້ອມ​ລ້ອມ ໂດຍ​ພວກ​ນັກ​ຂ່າວ ລຸນ​ຫຼັງ​ຖືກ​ສົ່ງ​ກັບ​ໄປ​ຈາກ​ສະ​ຫະ​ລັດ ໃກ້ໆ​ກັບ​ດ່ານ​ຊາຍ​ແດນ ຊາ​ປາ​ຣາ​ລ ທີ່​ເມືອງ​ທີ​ຮ​ວານ​ນາ ປະ​ເທດ​ເມັກ​ຊິ​ໂກ ເມື່ອ​ວັນ​ທີ 30 ມັງ​ກອນ 2019.

ນະ​ໂຍ​ບາຍ ທີ່​ເຈົ້າ​ໜ້າ​ທີ່​ກະ​ຊວງ​ຮັກ​ສາ​ຄວາມ​ປອດ​ໄພ​ພາຍ​ໃນ ​ເວົ້າ​ວ່າ ເປັນ​ການ​ດຳ​ເນີນ​ການ​ຕາມ​ລຳ​ພັງ​ນັ້ນ ເລີ້ມ​ຂຶ້ນ​ທີ່​ດ່ານກວດ ແຊນ ອີ​ຊີ​ໂດ​ຣ ໃນ​ລັດຄ​າ​ລີ​ຟໍ​ເນຍ ຊຶ່ງ​ຕັ້ງ​ກົງ​ກັນ​ຂ້າມ​ກັບ​ເມືອງ​ທີ​ຮ​ວານ​ນາ ຂອງ​ເມັກ​ຊິ​ໂກ. ເຈົ້າ​ໜ້າ​ທີ່ເວົ້າ​ວ່າ “ເວ​ລານີ້ ພວກ​ເຮົາ​ແມ່ນ​ເພັ່ງ​ເລັງ​ໃສ່ ​ແຊນ ອີ​ຊີໂດ​ຣ ເພື່ອ​ດຳ​ເນີນການກ່ຽວກັບ​ເລື້ອງນີ້.”

ໃນ​ລະ​ຫວ່າງ​ການ​ເດີນ​ທາງ​ໄປ​ຢ້ຽມ ຂອງ​ຄະ​ນະ​ຜູ້​ແທນ​ຈາກ​ອົງ​ການ​ນິ​ລະ​ໂທດ​ກຳ​ສາ​ກົນ ຢູ່​ນະ​ຄອນ​ແຊນ​ດີ​ອາ​ໂກ ເມືອງ​ທີ​ຮ​ວານ​ນາ ແອ​ລ​ພາ​ໂຊ ແລະ​ຊີ​ອູດາດ ຮູ​ອາ​ເຣັ​ສ​ໃນ​ອາ​ທິດນີ້ ທ່ານ​ນາງ​ມາ​ກາ​ເຮັດ ຮ​ວາງ ຜູ້ອຳ​ນວຍ​ການ​ບໍ​ລິຫານ​ຂອ​ງ​ອົງ​ການ​ນິ​ລະ​ໂທດ​ກຳ​ສາ​ກົນ ປະ​ຈຳ​ສະ​ຫະ​ລັດ ກ່າວ​ວ່າ ນະ​ໂຍ​ບາຍສົ່ງ​ພວກ​ຂໍ​ລີ້​ໄພ​ກັບ​ຄືນ​ໄປ​ເມັກ​ຊິ​ໂກນັ້ນ ໄດ້​ສ້າງ​ຄວາມ​ງົງ​ງວຍ ​ແລະ ຫຼາຍ​ເກີນກວ່າ​ທີ່​ຈະ​ຮັບ​ມື​ໄດ້. ລາຍ​ລະ​ອຽດ​ຂອງ​ຂັ້ນ​ຕ້ອນ​ກໍ​ບໍ່​ຈະ​ແຈ້ງສຳ​ລັບ​ພວກ​ຂໍ​ລີ້​ໄພ ໃນ​ຂະ​ນະ​ທີ່​ນະ​ໂຍ​ບາຍໃໝ່ ເລີ້ມ​ມີ​ຜົນ​ບັງ​ຄັບ​ໃຊ້ ນັ້ນ​ຄື​ຄຳ​ເວົ້າ​ຂອງ​ທ່ານ​ນາງ ໃນ​ການ​ໂອ້​ລົມ​ທາງ​ໂທ​ລະ​ສັບ​ກັບ​ພວກ​ນັກ​ຂ່າວ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG