ປັດຈຸບັນ ການແຂ່ງຂັນທາງດ້ານຕະຫຼາດ ແລະສິນຄ້າແມ່ນເພີ້ມຂຶ້ນສູງ, ໂດຍສະເພາະແມ່ນລາຄາອາຫານການກິນ ພ້ອມທັງເຄື່ອງອຸປະໂພກຕ່າງໆ. ທີ່ຜ່ານມາ ຫຼາຍຄົນເຄີຍຄິດຄືດັ່ງຂ້າພະເຈົ້າບໍວ່າ ສິ່ງທີ່ເຮົາກິນຢູ່ເປັນປະຈໍາ ແລະເປັນຂອງຄູ່ເຮືອນຄົວຊາວລາວ ມາແຕ່ດົນນານ ຈະກາຍມາເປັນສິນຄ້າເພື່ອຈໍາໜ່າຍໃຫ້ແກ່ພີ່ນ້ອງຊາວລາວໃນຕ່າງແດນ ລວມທັງຜູ້ຢູ່ໃກ້ ແລະໄກໄດ້ສັ່ງຊື້ມາຊີມ ມາກິນໄດ້.
ນາງ ສຸພາພອນ ຄໍລິນ ຄົນລາວອາເມຣິກັນຜູ້ນຶ່ງ ທີ່ອາໄສຢູ່ລັດຟລໍລິດາ ເລີ້ມຕົ້ນເຮັດປາແດກສໍາເລັດຮູບສໍາລັບໃສ່ຕໍາໝາກຫຸ່ງ, ຕໍາໝາກແຕງ, ຕໍາເຂົ້າປຸ້ນ, ຕໍາຊົ້ວ ແລະອື່ນໆ ເຊິ່ງລາວໄດ້ບອກວ່າ ຈຸດເລີ້ມຕົ້ນຂອງລາວແມ່ນມາຈາກທີ່ຕົນເອງເປັນຕົນມັກອາຫານລາວແລະເຂົ້າໃຈວ່າ ທຸກໆຢ່າງຂອງອາຫານລາວແມ່ນໃສ່ປາແດກ ຖ້າບໍ່ໃສ່ປາແດກແມ່ນບໍ່ແຊບ ໂດຍສະເພາະແມ່ນຕໍາໝາກຫຸ່ງແລະຕໍາອື່ນໆ ທີ່ເປັນອາຫານລາວມາແຕ່ດົນນານ. ນາງໄດ້ກ່າວໃຫ້ VOA ຟັງດັ່ງນີ້:
“ປາແດກທີ່ພວກເຮົາຕ້ອງຊື້ຈາກຮ້ານຄ້າ ຫຼືບາງທີ່ກໍເອົາມາຈາກໝູ່ຂອງແມ່ຂະນ້ອຍ ພວກເຮົາຄິດວ່າ ມັນເປັນປາແດກແບບດັ້ງເດີມ ແລະພວກເຮົາກໍໄດ້ເອົາມາປຸງຕາມລົດຊາດທີ່ພວກເຮົາມັກ, ດັ່ງນັ້ນ ຂະນ້ອຍຈຶ່ງຄິດຢາກເຮັດດ້ວຍຕົນເອງ ໃນການຕົ້ມປາແດກ ປຸງປາແດກ ຕາມລົດຊາດທີ່ພວກເຮົາມັກ ເພື່ອເຮັດໃຫ້ມັນງ່າຍຂຶ້ນສໍາລັບພວກເຮົາ ເມື່ອພວກເຮົາເຮັດຕໍາໝາກຫຸ່ງແຕ່ລະຄັ້ງທີ່ຕ້ອງໃສ່ເຄື່ອງປຸງຫຼາຍໆຢ່າງ, ດັ່ງນັ້ນແລ້ວ ພວກເຮົາກໍບໍ່ຈໍາເປັນຕ້ອງໄດ້ປຸງຫຍັງຫຼາຍເວລາທີ່ເຮົາຕໍາໝາກຫຸ່ງແຕ່ລະເທື່ອ...ນັ້ນຄືຈຸດເລີ້ມຕົ້ນຂອງຂະນ້ອຍ.”
ປັດຈຸບັນ ຜະລິດຕະພັນຂອງນາງແມ່ນມີອອກມາຈໍາໜ່າຍແລ້ວ ໂດຍສະເພາະຢູ່ລັດຟລໍລິດາ ແລະວາງຈໍາໜ່າຍຢູ່ຮ້ານຕົວແທນຈໍາໜ່າຍບາງແຫ່ງ, ແລະອີກຊ່ອງທາງນຶ່ງ ແມ່ນຈໍາໜ່າຍຢູ່ທາງ Facebook. ນາງຝາກບອກວ່າ ຖ້າຜູ້ໃດຫາກສົນໃຈ, ສາມາດເຂົ້າໄປຊອກທາງອິນເຕີເນັດ ໃນຊື່ Black Black Gold Lao Padaek ໂດຍບັນຈຸຢູ່ໃນຂວດທີ່ສະອາດ ແລະພໍດີງາມ.