ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຈົ້າ​ໜ້າ​ທີ່ ເທີ​ກີກ່າວວ່າ ນັກ​ຂ່າວ ຊາ​ອຸ​ດີ ອາ​ຣາ​ເບຍ ຖືກ​ຂ້າ​ຕາຍ ​ຢູ່ ກົງ​ສຸນ ໃນ​ນະ​ຄອນ ອິ​ສ​ຕັນ​ບູ​ລ


ເຈົ້າ​ໜ້າ​ທີ່​ ເດີນ​ທາງ​ອອກ​ຈາກ​ສະ​ຖານ​ກົງ​ສຸນ ຊາ​ອຸ​ດີ ອາ​ຣາ​ເບຍ ໃນ​ນະ​ຄອນ ອິ​ສ​ຕັນ​ບູ​ລ, ເທີ​ກີ. 7 ຕຸ​ລາ 2018.
ເຈົ້າ​ໜ້າ​ທີ່​ ເດີນ​ທາງ​ອອກ​ຈາກ​ສະ​ຖານ​ກົງ​ສຸນ ຊາ​ອຸ​ດີ ອາ​ຣາ​ເບຍ ໃນ​ນະ​ຄອນ ອິ​ສ​ຕັນ​ບູ​ລ, ເທີ​ກີ. 7 ຕຸ​ລາ 2018.

ບັນ​ດາ​ເຈົ້າ​ໜ້າ​ທີ່ ເທີ​ກີ ໄດ້​ສະ​ຫຼຸບ​ວ່າ ນັກ​ຂ່າວ​ຄົນ ຊາ​ອຸ​ດີ ອາ​ຣາ​ເບຍ, ຜູ້​ທີ່​ໄດ້​ອາໄສ​ຢູ່
ໃນ ສະ​ຫະ​ລັດ ແບບ​ການ​ເນ​ເທດ​ຕົນ​ເອງ​ນັ້ນ, ໄດ້​ຖືກ​ຂ້າ​ຕາຍ ​ເມື່ອ​ສັບ​ປະ​ດາ​ທີ່​ຜ່ານ​ມາ
ຢູ່ສະຖານກົງສຸນ ຊາອຸດີ ອາຣາເບຍ ໃນນະຄອນ ອິສຕັນ​ບູ​ລ, ໃນ​ເວ​ລາ​ທີ່​ລາວ​ໄປ​ທີ່​ນັ້ນ
ເພື່ອເອົາເອກະສານສຳລັບການແຕ່ງງານຂອງລາວເມື່ອບໍ່ດົນນີ້.

ບັນ​ດາ​ເຈົ້າ​ໜ້າ​ທີ່ ຊາ​ອຸ​ດີ ອາ​ຣາ​ເບຍ ເວົ້າ​ວ່າ ການ​ກ່າວ​ຫາ​ທີ່​ວ່າ​ນັ້ນ ​ແມ່ນບໍ່​ມີ​ມູນ​ຖານ,
ເຖິງແມ່ນວ່າ ນັກຂ່າວທ້າວ ຈາມາລ ຄາຊອກກີ ອາຍຸ 53 ປີນັ້ນຈະບໍ່ໄດ້ຖືກພົບເຫັນ
ເປັນເວລາຫຼາຍວັນກໍຕາມ.

ຄູ່​ໝັ້ນ​ຂອງ​ທ້າວ ຄາ​ຊອກ​ກີ, ນາງ ຮາ​ຕິ​ສ ເຊັນ​ກິ​ສ, ຜູ້​ທີ່​ໄດ້​ລໍ​ຖ້າ​ລາວ​ຢູ່ນອກ​ກົງ​ສຸນ​ ໃນ​
ວັນອັງຄານທີ່ຜ່ານມາເວົ້າວ່າ ລາວບໍ່ໄດ້ອອກມາຈາກຕຶກຫຼັງນັ້ນເລີຍ.

ປະ​ທາ​ນາ​ທິ​ບໍ​ດີ ເທີ​ກີ ທ່ານ ຣີ​ເຊັບ ໄຕ​ຢິບ ເອີ​ດູ​ອານ ໄດ້​ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ ​ໃນ​ວັນ​
ອາທິດວານນີ້ວ່າ “ຂ້າພະເຈົ້າກຳລັງຕິດຕາມເຫດການດັ່ງກ່າວນັ້ນ ແລະ ພວກເຮົາຈະ
ແຈ້ງໃຫ້ໂລກຮູ້ ບໍ່ວ່າຜົນຈະອອກມາແບບໃດກໍຕາມ” ກ່ຽວກັບ ການກວດສອບຢ່າງເປັນ
ທາງການ. ບາງເທື່ອພວກເຮົາອາດຈະບໍ່ໄດ້ປະເຊີນກັບສະຖານະການທີ່ພວກເຮົາບໍ່
ຢາກພົບກໍເປັນໄດ້.”

ທ່ານ ເອີ​ດູ​ອານ ໄດ້​ກ່າວ​ວ່າ ຕຳ​ຫຼວດ​ແມ່ນ​ກຳ​ລັງ​ເບິ່ງວິ​ດີ​ໂອ​ຈາກ​ກ້ອງວົງ​ຈອນ​ປິດຂອງ​
ທາງເຂົ້າ ແລະ ທາງອອກຂອງສະຖານກົງສຸນນັ້ນຢູ່, ພ້ອມກັບສະ​ໜາມ​ບິນ ອິ​ສ​ຕັນ​ບູ​ລ.

ຕຳຫຼວດ​ໄດ້​ກ່າວ​ກ່ອນ​ໜ້ານີ້​ວ່າ ຄົນ​ຊາ​ອຸ​ດີ ອາ​ຣາ​ເບຍ ປະ​ມານ 15 ຄົນ​ໄດ້​ເດີນ​ທາງ​
ຮອດນະຄອນ ອິສຕັນບູລ ໃນ 2 ຖ້ຽວບິນ ເມື່ອວັນອັງຄານທີ່ຜ່ານມາ ແລະ ໄດ້ຢູ່ສະ
ຖານກົງສຸນນັ້ນ ໃນເວລາທີ່ດຽວກັບທ້າວ ຄາຊອກກີ.

ທ້າວ ຄາ​ຊອກ​ກີ, ຄົນ​ສັນ​ຊາດ ຊາ​ອຸ​ດີ ອາ​ຣາ​ເບຍ ແລະ ເປັນ​ນັກ​ຂ່າວ​ຂອງ​ໜັງ​ສື​ພິມ ວໍ​
ຊິງຕັນ ໂພສ, ໄດ້ອາໄສຢູ່ນອກປະເທດໃນປີທີ່ຜ່ານມາ ເມື່ອບັນດາເຈົ້າໜ້າທີ່ ຊາອຸດີ
ອາຣາເບຍ ໄດ້ເລີ່ມປາບປາມການອອກຄວາມຄິດຕໍ່ຕ້ານ. ນັກຂ່າວຄົນດັ່ງກ່າວ ໄດ້ຕຳ
ໜິວິຈານຢ່າງແຮງ ອົງມົງກຸດ ຊາອຸດີ ອາຣາເບຍ ມູຮຳມັດ ບິນ ຊາລມານ.

ເມື່ອ​ຖືກ​ຖາມ​ເຖິງ​ລາຍ​ງານ​ຕ່າງໆ ກ່ຽວ​ກັບ ນັກ​ຂ່າວ​ຄົນ​ນັ້ນວ່າ ​ໄດ້​ຖືກ​ຂ້າ​ຕາຍ​ຢູ່​ສະ​
ຖານກົງສຸນ ຊາອຸດີ ອາຣາເບຍ ນັ້ນ, ໂຄສົກກະຊວງການຕ່າງປະເທດ ສະຫະລັດ ກໍ
ຕອບວ່າ “ພວກເຮົາຍັງບໍ່ພ້ອມທີ່ຈະໃຫ້ການຢືນຢັນ ກ່ຽວກັບ ລາຍງານພວກນີ້ເທື່ອ,
ແຕ່ພວກເຮົາກຳລັງຕິດຕາມສະຖານະການຢ່າງໃກ້ຊິດຢູ່.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG