ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຈົ້າໜ້າທີ່ ເທີກີ ຖືກດຳເນີນ ຄະດີ ສຳລັບການໂຈມຕີ ພວກປະທ້ວງ ຢູ່ໃນ ສະຫະລັດ


ພວກປະທ້ວງນອນຢູ່ເທິງພື້ນດິນ ລຸນຫຼັງການຕີກັນກັບ
ເຈົ້າໜ້າທີ່ນຮັກສາຄວາມປອດໄພ ເທີກີ ໃກ້ກັບບ້ານພັກເອກ
ອັກຄະລັດຖະທູດ ເທີກີ ໃນນະຄອນຫຼວງ ວໍຊິງຕັນ. 17 ພຶດສະພາ, 2017. (ພາບຈາກວິດີໂອ ວີໂອເອພາສາ ເທີກີ)
ພວກປະທ້ວງນອນຢູ່ເທິງພື້ນດິນ ລຸນຫຼັງການຕີກັນກັບ ເຈົ້າໜ້າທີ່ນຮັກສາຄວາມປອດໄພ ເທີກີ ໃກ້ກັບບ້ານພັກເອກ ອັກຄະລັດຖະທູດ ເທີກີ ໃນນະຄອນຫຼວງ ວໍຊິງຕັນ. 17 ພຶດສະພາ, 2017. (ພາບຈາກວິດີໂອ ວີໂອເອພາສາ ເທີກີ)

ຄະນະຕຸລາການໃນນະຄອນຫຼວງ ວໍຊິງຕັນ ໄດ້ດຳເນີນຄະດີສຳລັບ 19 ຄົນ, ລວມມີເຈົ້າ
ໜ້າທີ່ຮັກສາຄວາມປອດໄພຊາວ ເທີກີ 15 ຄົນທີ່ ເຊື່ອມໂຍງກັບການຕີກັນທີ່ໄດ້ເກີດ
ຂຶ້ນໃນລະຫວ່າງ ປະທານາທິບໍດີ ເທີກີ ທ່ານ Recep Tayyip Erdogan ເດີນທາງມາ
ຢ້ຽມຢາມນະຄອນຫຼວງຂອງ ສະຫະລັດ ໃນເດືອນພຶດສະພາທີ່ຜ່ານມາ.

ການກ່າວໂທດຄັ້ງນີ້ ໄດ້ຖືກປະກາດໃນວັນອັງຄານວານນີ້, ກ່າວຫາຈຳເລີຍ ວ່າໂຈມຕີ
ຜູ້ເຂົ້າຮ່ວມປະທ້ວງທີ່ສະຫງົບ ຢູ່ນອກບ້ານພັກຂອງເອກອັກຄະລັດຖະທູດ ເທີກີ.

ທັງໝົດ 19 ຄົນໄດ້ຖືກກ່າວຫາວ່າສົມຮູ້ຮ່ວມຄິດ ເພື່ອກໍ່ອາຊະຍາກຳສ້າງຄວາມຮຸນແຮງ,
ເປັນຄວາມຜິດທາງອາຍາ ທີ່ສາມາດລົງໂທດໄດ້ຕາມກົດໝາຍລົງໂທດຂັງຄຸກດົນສຸດ
15 ປີ. ຫຼາຍຄົນໄດ້ປະເຊີນກັບຂໍ້ກ່າວຫາຕ່າງໆ ກ່ຽວກັບ ການທຳຮ້າຍຮ່າງກາຍ ດ້ວຍ
ອາວຸດຮ້າຍແຮງເຖິງຊີວິດ.

ຈຳເລີຍ 16 ຄົນໄດ້ຖືກຕັດສິນໂທດແລ້ວໃນເດືອນມິຖຸນາທີ່ຜ່ານມາ, ແຕ່ການດຳເນີນ
ຄະດີຂອງວັນອັງຄານວານນີ້ ໄດ້ເພີ່ມຈຳເລີຍຄົນໃໝ່ສາມຄົນເຂົ້າຕື່ມ, ເຊິ່ງທັງໝົດແມ່ນ
ເຈົ້າໜ້າທີ່ຮັກສາຄວາມປອດໄພ ເທີກີ.

ເຫດການທີ່ວ່ານີ້ ເຊິ່ງໄດ້ເກີດຂຶ້ນຫຼັງຈາກທ່ານ Erdogan ໄດ້ພົບປະກັບປະທານາທິບໍ
ດີ ດໍໂນລ ທຣຳ ທີ່ທຳນຽບຂາວນັ້ນ, ໄດ້ສ້າງຄວາມກົດດັນເພີ່ມເຕີມຕໍ່ສາຍພົວພັນລະ
ຫວ່າງ ວໍຊິງຕັນ ກັບ ອັງກາຣາ ທີ່ຕຶງຄຽດຢູ່ແລ້ວ.

ວິດີໂອຂອງຂອງເຫດການທີ່ຖືກບັນທຶກໄດ້ໂດຍ ວີໂອເອ ພາສາ ເທີກີ ໄດ້ສະແດງໃຫ້
ເຫັນວ່າ ພວກຜູ້ຊາຍທີ່ປາກົດວ່າ ຈະເປັນຍາມຮັກສາ ຄວາມປອດໄພ ແລະ ພວກຜູ້
ສະໜັບສະໜູນທ່ານ Erdogan ໂຈມຕີ ແລະ ທຸບຕີພວກປະທ້ວງກຸ່ມນ້ອຍ.

ຜູ້ຊາຍໃສ່ຊຸດເສື້ອນອກສີດຳ ແລະ ຄົນອື່ນໆໄດ້ເຕະຜູ້ຍິງຄົນນຶ່ງຊໍ້າແລ້ວຊໍ້າອີກ ໃນຂະ
ນະທີ່ລາວນອນຂົດຢູ່ທາງຍ່າງ. ອີກຄົນນຶ່ງໄດ້ຮັດຄໍແມ່ຍິງຄົນນຶ່ງ ແລະ ໂຍນລາວລົງ
ໃສ່ພື້ນ. ຜູ້ປະທ້ວງຄົນນຶ່ງ ທີ່ຖືໂທລະໂຄ່ງ ກໍຖືກເຕະໜ້າຊໍ້າແລ້ວຊໍ້າອີກ.

ຕຳຫຼວດ ວໍຊິງຕັນ ໄດ້ພະຍາຍາມທີ່ຈະປົກປ້ອງພວກຜູ້ປະທ້ວງ, ຜູ້ທີ່ ປາກົດວ່າ ບໍ່ໄດ້
ເປັນຄົນເລີ່ມທຳການໂຈມຕີ, ແລະ ໄດ້ສັ່ງໃຫ້ພວກຜູ້ ສະໜັບສະໜູນທ່ານ Erdogan
ຖອນອອກໄປ. ແນວໃດກໍຕາມ ຜູ້ຕ້ອງສົງໄສຫຼາຍຄົນໄດ້ຫຼົບຫຼີກບັນດາເຈົ້າໜ້າທີ່ ແລະ
ສືບຕໍ່ໃຊ້ໄມ້ຕີ ແລະ ຊົກເປົ້າໝາຍຂອງພວກເຂົາ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Demonstration at Turkish Embassy in DC Turns Violent
please wait

No media source currently available

0:00 0:01:26 0:00

Turkish President Erdogan Watched Violent Clash Near Embassy
please wait

No media source currently available

0:00 0:01:22 0:00

XS
SM
MD
LG