ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໂຮງຮຽນ ແລະ ອົງການ ການກຸສົນຕ່າງໆ ໃນ ເທີກີ ຖືກປິດຍ້ອນ ເຫດການສຸກເສີນ ລະດັບໜຶ່ງ


ພວກສະໜັບສະໜູນລັດຖະບານ ປະທ້ວງຢູ່ຫົນຫາງ ຍາວໄປຫາ
ຂົວ Bosporus ທີ່ເປັນສັນຍາລັກສຳຄັນຂອງເມືອງ Istanbul. 21 ກໍລະກົດ, 2016.
ພວກສະໜັບສະໜູນລັດຖະບານ ປະທ້ວງຢູ່ຫົນຫາງ ຍາວໄປຫາ ຂົວ Bosporus ທີ່ເປັນສັນຍາລັກສຳຄັນຂອງເມືອງ Istanbul. 21 ກໍລະກົດ, 2016.

ໂຮງຮຽນເອກະຊົນ ຫຼາຍກວ່າ 1,000 ແຫ່ງໄດ້ຖືກປິດ ໃນປະເທດເທີກີ ພ້ອມດ້ວຍ ສະມາ ຄົມ ແລະ ມູນນິທິຕ່າງໆ ອີກປະມານ 1,000 ແຫ່ງ ຂະນະທີ່ ປະທານາທິບໍດີ ເທີກີ ທ່ານ Recep Tayyip Erdogan ໄດ້ອອກດຳລັດສະບັບທຳອິດຂອງທ່ານ ນັບຕັ້ງແຕ່ໄດ້ປະ ກາດ ພາວະສຸກເສີນ ໄລຍະ 3 ເດືອນເປັນຕົ້ນມາ.

ຫຼັງຈາກການພະຍາຍາມເຮັດລັດຖະປະຫານ ເພື່ອໂຄ່ນລົ້ມ ທ່ານ Erdogan ແລະ ລັດຖະ ບານຂອງທ່ານ ບໍ່ສຳເລັດຜົນ ເມື່ອສັບປະດາແລ້ວນີ້ ປະທານາທິບໍດີ Erdogan ຍັງໄດ້ ອອກດຳລັດອີກວ່າ ພວກຜູ້ຕ້ອງສົງໄສ ສາມາດຄວບຄຸມຕົວໄວ້ໄດ້ ເຖິງ 30 ມື້ ໂດຍປາດ ສະຈາກຂໍ້ກ່າວຫາ ຊຶ່ງເປັນການປ່ຽນແປງຢ່າງໃຫຍ່ ຈາກເມື່ອກ່ອນທີ່ວ່າ ຈະຖືກຄວບຄຸມ ຕົວ ສູງສຸດ 4 ມື້ນັ້ນ.

ໃນຈຳນວນ 1,229 ອົງການກຸສົນ ແລະ ມູນນິທິຕ່າງໆ ທີ່ໄດ້ຖືກປິດຍ້ອນຖືກສົງໄສວ່າ ມີ ການພົວພັນກັບ ຂະບວນການ Gulen ນັ້ນ ແມ່ນມີ 19 ສະມາຄົມການຄ້າ 15 ມະຫາວິ ທະຍາໄລ ແລະ ສະຖາບັນການແພດ 35 ແຫ່ງ. ທ່ານ Erdogan ໄດ້ຖິ້ມໂທດໃສ່ນັກສອນ ສາສະໜາ ອິສລາມ ທ່ານ Fethullah Gulen ສຳລັບ ຄວາມພະຍາຍາມກໍ່ລັດຖະປະ ຫານ ເມື່ອສັບປະດາແລ້ວນີ້. ທ່ານ Gulen ຜູ້ທີ່ອາໄສຢູ່ທີ່ລັດ Pennsylvania ໃນຖານະ ລີ້ໄພເນລະເທດຕົນເອງ ນັບຕັ້ງແຕ່ ປີ 1999 ເປັນຕົ້ນມາ ໄດ້ປະຕິເສດວ່າມີສ່ວນພົວພັນ ໃດໆ ກັບການກໍ່ລັດຖະປະຫານທີ່ລົ້ມແຫຼວນີ້.

ຍັງມີຮ່ອງຮອຍຢູ່ວ່າເທີກີ ພວມກົດດັນໃຫ້ປະເທດອື່ນໆປາບປາມໂຮງຮຽນທັງຫຼາຍທີ່ກ່ຽວ ຂ້ອງກັບທ່ານ Gulen.(ຂ້າມ) ເມື່ອວັນເສົາຜ່ານມາ ເຈົ້າໜ້າທີ່ຂອງປາກິສຖານ ໄດ້ກ່າວ ວ່າ ພວກເຂົາເຈົ້າແມ່ນຢູ່ພາຍໃຕ້ຄວາມກົດດັນ ຈາກເທີກີ ໃຫ້ປິດໂຮງຮຽນ ປະມານ 24 ແຫ່ງ ແລະ ກຳລັງຢູ່ໃນຂັ້ນຕອນການພິຈາລະນາ ປະຕິລັດການທາງດ້ານບໍລິຫານ ຕໍ່ພວກ ໂຮງຮຽນເຫຼົ່ານັ້ນ. ບໍ່ມີລາຍງານຈາກສື່ມວນຊົນ ທີ່ຢັ້ງຢືນໄດ້ວ່າ ເຈົ້າໜ້າທີ່ຢູ່ໃນປະເທດ ກຳປູເຈຍ ແລະ ແທນຊາເນຍ ແມ່ນພວມພິຈາລະນາ ການຂໍຮ້ອງໃຫ້ປິດສະຖາບັນ Gulen ຕ່າງໆ ເຊັ່ນກັນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG