ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຕໍາຫຼວດເທີກີ ​ເຂົ້າບຸກ ຈະຕຸ​ລັດ Taksim ເພື່ອທັບມ້າງ ການປະທ້ວງ (ວີດິໂອ/ສະໄລດ໌)


ພວກ​ປະ​ທ້ວງ​ຊາວ​ເທີ​ກີ ພາກັນ​ໃຊ້​ສິ່ງ​ກີດກັ້ນ​ຕ່າງໆ ​ຕັນ​ຖະໜົນ​
ຫົນທາງ ​ແລະປະກົດວ່າ ໄດ້​ໄປ​ຮວມກຸ່ມ​ກັນ​ອີກ​ ຢູ່ທີ່​ຂົວແຫ່ງ​
ນຶ່ງ ໃນ​ເມືອງອີສຕັນ​ບູລ​ໃນວັນ​ອາທິດ​ມື້​ນີ້ ຄືຫຼາຍຊົ່ວ​ໂມງ​ຫຼັງ
ຈາກກໍາລັງ​ຮັກສາ​ຄວາມ​ປອດ​ໄພ​ໄດ້​ຂັບ​ໄລ່ພວກ​ເຂົາ​ເຈົ້າອອກ
ຈາກສູນກາງ ບ່ອນ​ປະ​ທ້ວງ​ຂອງ​ເຂົາ​ເຈົ້າຢູ່​ຈະຕຸ​ລັດແຫ່ງ​ນຶ່ງ​
ຢູ່ກາງ​ເມືອງນັ້ນ.

​ເມື່ອ​ວັນ​ເສົາ​ວານ​ນີ້ ຕໍາຫຼວດປາບ​ຈະລາຈົນໄດ້​ເຂົ້າ​ບຸກຈະຕຸ​ລັດ
Taksim ​ແລະ​ສວນ ສາທາລະນະ Gezi ທີ່ຢູ່​ຕິດ​ກັນ ​ໂດຍ​ໄດ້
​ຍິງ​ລະ​ເບີດ​ນໍ້າຕາ ​ແລະ​ສີດນໍ້າ​ໃສ່​ພວກ​ປະ​ທ້ວງ ຫຼັງຈາກ​ນາຍົກ
ລັດຖະມົນຕີ Recep Tayyip Erdogan ​ໄດ້​ເຕືອນ​ວ່າ​ກໍາລັງ​
ຮັກສາ​ຄວາມ​ປອດ​ໄພ​ຈະ​ທໍາ​ການກວດ​ລ້າງ​ຢູ່​ສະຖານ​ທີ່​ດັ່ງກ່າວ.

ພວກ​ປະ​ທ້ວງ​ທີ່​ແຕກ​ຕື່ນ ​ໄດ້​ພາກັນຫຼົບໜີ​ໄປ​ຢູ່ຕາມ​ຖະໜົນ​ໃກ້ໆ ​ແລະ​ກໍ​ສັນ​ຍາວ່າ ​ຈະ​ກັບ​ຄືນ​ມາເຕົ້າ​ໂຮມ​ກັນ​ອີກ.

ນາ​ຍົກລັດຖະມົນຕີ​ໄດ້ກ່າວ​ປະນາມສິ່ງ​ທີ່​ທ່ານເອີ້ນ​ວ່າ ເປັນແຜນການ ຢູ່​ເບື້ອງຫຼັງການ​
ປະ​ທ້ວງ​ຕາມ​ຖະໜົນ​ຫົນທາງ​ຄັ້ງ​ໃຫຍ່​ທີ່​ສຸດ​ ໃນການ​ກໍາ​ອໍາ ນາດ​ມາ​ໄດ້​ສິບ​ປີ​ຂອງ​ທ່ານ.
ທ່ານເອີ​ດວນ​ໄດ້​ຮຽກຮ້ອງ​ໃຫ້​ພວກ​ນິຍົມ​ລັດ ຖະບານ​ໂຮມ​ຊຸມນຸມ​ກັນ​ໃນ​ເມືອງອີສຕັນ​ບູລ
ໃນ​ວັນ​ອາທິດ​ມື້​ນີ້.

​ທ່ານ​ເອີ​ດວນ ກ່າວ​ໃນ​ຕອນ​ນຶ່ງ​ວ່າ:

“ຕະຫຼອດ​ໄລຍະ 17 ມື້​ຜ່ານ​ມາ​ນີ້ ຂ້າພະ​ເຈົ້າຮູ້​ວ່າ ​ໃນ​ໝົດ​ທຸກ​ແຈ​ຂອງເທີກີ ປະຊາຊົນຫຼາຍລ້ານ ​ຫຼາຍພັນ​ລ້ານ​ຄົນ​ ໄດ້ສວດ​ມົນ​ພາວະນາ​ໃຫ້​ພວກ​ເຮົາ.
ທ່ານ​ກໍ​ໄດ້​ຮູ້​ເຫັນ​ແລ້ວ ​ແຜນການທີ່​ໄດ້​ດໍາ​ເນີນ​ໄປ ​ແລະ​ກັບ​ດັກທີ່​ໄດ້​ຕັ້ງ​ໄວ້.”


ເຫດການປະທ້ວງໃນເທີກີ
please wait

No media source currently available

0:00 0:01:48 0:00

ການ​ປະ​ທ້ວງ​ບັ້ນໄດ້​ເລີ່​ມຕົ້ນ​ຂຶ້ນ ຍ້ອນ​ແຜນການ​ຂອງ​ທ່ານ​ນາຍົກລັດຖະມົນຕີ ທີ່ຈະ​ໃຊ້
ພື້ນທີ່​ສວນສາທາລະນະ ສ້າງ​ຍ່ານ​ການ​ຄ້າ​ໃສ່ ທີ່ຍັງ​ຜົນ​ໃຫ້​ເກີດ​ການ​ປະ​ທ້ວງ​ຕໍ່ຕ້ານ​ລັດຖະບານ​ໄປ​ທົ່ວ​ປະ​ເທດ.

​ເມື່ອ​ວັນ​ເສົາ​ວານ​ນີ້ ປະຊາ​ຊົນຫຼາຍພັນ​ຄົນໃນ​ເມືອງຫຼວງອັງຄາ​ຣາ ​ແລະ​ເມືອງ Izmir ກໍ​ໄດ້ພາກັນ​ປະ​ທ້ວງ​ພັກ AK ຂອງ​ທ່ານ​ເອີ​ດວນ ທີ່​ປົກຄອງ​ປະ​ເທດນັ້ນ.

​ເມື່ອ​ວັນ​ສຸກ​ຜ່ານ​ມາ ນາຍົກລັດຖະມົນຕີ​ເອີ​ດວນ ​ໄດ້​ບອກ​ພວກ​ປະ​ທ້ວງ​ວ່າ ທ່ານ​ຈະ​ໂຈະ
ແຜນການ​ພັດທະນາ​ຢູ່​ສວນສາທາລະນະ​ນັ້ນໄວ້​ກ່ອນ​ຈົນ​ກວ່າ ​ສານຈະຕັດສິນ ​ແລະ​ຈະ​
ຈັດ​ໃຫ້​ມີ​ການ​ລົງປະຊາ​ມະຕິ​ ຖ້າ​ຫາກ​ວ່າ​ສານ​ຕັດສິນເຫັນພ້ອມ ກັບ​ແຜນການ​ຂອງ​ລັດ ຖະບານນັ້ນ.



XS
SM
MD
LG