ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເທີກີ ແລະພວກນັກລົບ ຕໍ່ຕ້ານ ຍຶດບໍລິເວນ ອ້ອມແອ້ມ ເມືອງສຳຄັນ ໃນພາກເໜືອ ຊີເຣຍ


ພວກນັກລົບ ຕໍ່ຕ້ານ ພາກັນແລ່ນໜີ ໃນຂະນະທີ່ຫອບອາວຸດ ຂອງພວກເຂົາເຈົ້າ ຢູ່ເຂດຊານເມືອງ al-Bab ຂອງຊີເຣຍ, ວັນທີ 26 ມັງກອນ 2017.
ພວກນັກລົບ ຕໍ່ຕ້ານ ພາກັນແລ່ນໜີ ໃນຂະນະທີ່ຫອບອາວຸດ ຂອງພວກເຂົາເຈົ້າ ຢູ່ເຂດຊານເມືອງ al-Bab ຂອງຊີເຣຍ, ວັນທີ 26 ມັງກອນ 2017.

ກອງທັບ​ເທີກີ ກ່າວໃນ​ວັນ​ພຸດ​ມື້ນີ້ວ່າ ກຳລັງ​ຕໍ່ຕ້ານ​ລັດຖະບານ​ຊີ​ເຣຍ ​ໂດຍ​ໄດ້ ຮັບ​ການ
​ສະໜັບສະໜຸນ ​ຈາກ​ເທີ​ກີ ​ໄດ້​ເຂົ້າຍຶດ​ເອົາ​ພູ​ຍຸດ​ທະ​ສາດ​ແຫ່ງ​ນຶ່ງ ​ໃນ​ບໍລິເວນ​ອ້ອມ​ແອ້ມ
​ເມືອງ al-Bab ທີ່​ຄວບ​ຄຸມ​ໂດຍ​ພວກ​ລັດ​ອິສລາມ.

ກຸ່ມ​ສິ້ງຊອມ​ສິດທິ​ມະນຸດ​ໃນ​ຊີ​ເຣຍ ທີ່​ມີ​ສຳນັກງານ​ຢູ່​ອັງກິດ ທີ່​ຕິດຕາມ​ສົງຄາມ​ຢູ່ ​ໃນ​
ຊີ​ເຣຍ ນັ້ນ ກ່າວ​ວ່າ ທະຫານ​ເທີ​ກີ ​ແລະ​ພວກ​ຕໍ່ຕ້ານ​ລັດຖະບານ​ຊີ​ເຣຍທີ່​ເປັນ ພັ​ນທະ​ມິດ
​ໄດ້​ເປີດສາກ​ບຸກ​ໂຈ​ມຕີ​ ໃນ​ແລງ​ວັນ​ອັງຄານ​ວານ​ນີ້ ​ແລະ​ຍຶ​ດ​ເອົາ​ດິນແດນ ​ທີ່​ຕັ້ງຢູ່​ໃນ​ເຂດ
​ຊານ​ເມືອງກ້ຳ​ຕາ​ເວັນ​ຕົກ​ຂອງ​ເມື​ອງ al-Bab.

​ເມືອງ​ດັ່ງກ່າວນີ້ ​ເປັນ​ເຂດ​ທີ່​ສຳຄັນ​ໃນ​ພາກ​ເໜືອ​ຂອງ​ປະ​ເທດ​ຊີ​ເຣຍ ທີ່​ໄດ້​ກາຍ​ເປັນ​ຈຸດ
​ເພັ່ງ​ເລັງ​ຫຼາຍຂຶ້ນ ຂອງບັນຫາ​ຂັດ​ແຍ້​ງ ທີ່​ປະກອບ​ດ້ວຍ​ຫລາຍ​ພັກ​ຝ່າຍ.

ກຳລັງ​ຂອງ​ຊີ​ເຣຍ​ໄດ້​ບຸກຄືບ​ໜ້າ​ໄປ​ຈາກ​ພາກ​ໃຕ້ ​ໃນ​ລັດສະ​ໝີ 3 ກິ​ໂລ​ແມັດ​ເຄິ່ງຫ່າງ​
ຈາກ​ເມືອງ al-Bab ອີງ​ຕາມ​ກຸ່ມ​ປົກ​ປ້ອງ​ສິດທິ​ມະນຸດ​ໃນ​ຊີ​ເຣຍ. ສ່ວນກຳລັງ​ເທີ​ກີ ​ແລະ
ພວກ​ນັກ​ລົບຕໍ່ຕ້ານລັດຖະບານ ມາ​ຈາກ​ທາງ​ເໜືອ ​ໃນ​ຂະນະ​ທີ່ ກຳລັງ​ຂອງ​ຊາວເຄີ​ດ
ຄວບ​ຄຸມ​ດິນ​ແດນ ​ຢູ່​ທາງ​ພາກຕາ​ເວັນ​ອອກ ​ແລະ​ ຕາ​ເວັນ​ຕົກ.

ກຸ່ມ​ຕ່າງໆ​ເຫລົ່ານີ້​ໄດ້​ສູ້​ລົບ​ເພື່ອ​ຂັບ​ໄລ່​ນັກ​ລົບ​ຂອງ​ກຸ່ມ​ລັດ​ອິສລາມ​ອອກ​ໄປ ​ແຕ່​ແມ່ນ​
ຫຍັງ​ຈະ​ເກີດ​ຂຶ້ນ ຖ້າ​ຫາກ​ວ່າ ພວກ​ຫົວ​ຮຸນ​ແຮງ​ດັ່ງກ່າ​ວ ໄດ້​ແຕກ​ຢ່າງ​ບໍ່​ເປັນ​ລະບຽບ
ຈາກ​ເມືອງ al-Bab ​ແຕ່​ຍັງ​ເປັນ​ບັນຫາຢູ່​ອີກ​ຕໍ່​ໄປ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG