ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ປ. ເອີດວານ ກ່າວໂຈມຕີ ການເຮັດ “ສົງຄາມ” ຕໍ່ ເສດຖະກິດ ເທີກີ


ປະທານາທິບໍດີເທີກີ ທ່ານຕາຍຢິບ ເອີດວານ ກ່າວຄຳປາໄສ ຕໍ່ສະພາແຫ່ງຊາດ.
ປະທານາທິບໍດີເທີກີ ທ່ານຕາຍຢິບ ເອີດວານ ກ່າວຄຳປາໄສ ຕໍ່ສະພາແຫ່ງຊາດ.

ປະທານາທິບໍດີເທີກີ ໃນວັນເສົາວານນີ້ ໄດ້ຖິ້ມໂທດບັນຫາທາງດ້ານເສດຖະກິດຂອງ
ປະເທດໃສ່ສະຫະລັດແລະປະເທດອື່ນໆທີ່ທ່ານເວົ້າວ່າ ກຳລັງເຮັດສົງຄາມທາງດ້ານ
ເສດຖະກິດຕໍ່ຕ້ານປະເທດຂອງທ່ານ.

ທ່ານຣີເຊັບ ຕາຍຢິບ ເອີດວານ ໃຫ້ຄວາມເຫັນດັ່ງກ່າວ ເພື່ອຕອບໂຕ້ ຕໍ່ການຕົກລາ
ຄາຂອງເງິນລີຣາຊຶ່ງເປັນເງິນຕາຂອງເທີກີ ໃນການແລກປ່ຽນກັບເງິນໂດລາຂອງສະ
ຫະລັດ ຫລັງຈາກສະຫະລັດໄດ້ປະກາດການລົງໂທດແລະຂຶ້ນພາສີຕໍ່ສິນຄ້າຂອງເທີ
ກີ ໃນອາທິດທີ່ຜ່ານມາ.

ໃນບົດຄວາມເຫັນຂອງໜັງສືພິມນິວຢອກໄທມ໌ ທີ່ພິມເຜີຍແຜ່ໃນວັນສຸກແລ້ວ ທ່ານ
ເອີດວານຂຽນວ່າ “ຄວາມບໍ່ສາມາດທີ່ຈະຕ່າວປີ້ນທ່າອຽງໃນການດຳເນີນການຕາມ
ລຳພັງພຽງຝ່າຍດຽວແລະບໍ່ໃຫ້ເຄົາລົບ ຈະບັງຄັບໃຫ້ພວກເຮົາ ເລີ້ມຊອກຫາເພື່ອນ
ມິດໃໝ່.”

ເທີກີແລະສະຫະລັດໄດ້ຖົກຖຽງກັນຢ່າງແຮງໃນສັບປະດາແລ້ວ ກ່ຽວກັບຄວາມລົ້ມ
ແຫຼວຂອງເທີກີ ທີ່ບໍ່ຍອມປ່ອຍຄຸນພໍ່ແອນດຣູ ບຣັນສັນຈາກການຖືກກັກບໍລິເວນໃນ
ຂະນະທີ່ເພິ່ນກຳລັງລໍຖ້າ ການດຳເນີນຄະດີ ໃນຂໍ້ຫາກໍ່ການຮ້າຍຢູ່ນັ້ນ. ຄຸນພໍ່ບຣັນ
ສັນໄດ້ຖືກຄຸມຂັງໃນໄລຍະ 20 ເດືອນທີ່ຜ່ານມາຍ້ອນເພິ່ນຖືກກ່າວຫາວ່າ ໃຫ້ການ
ສະໜັບສະໜຸນຕໍ່ກຸ່ມຕ່າງໆ ທີ່ລັດຖະບານເທີກີຖືວ່າ ເປັນພວກກໍ່ການຮ້າຍ.

ເພື່ອເປັນການຕອບໂຕ້ ຕໍ່ການທີ່ລັດຖະບານເທີກີ ບໍ່ຍອມປ່ອຍຄຸນພໍ່ບຣັນສັນຈາກ
ການຖືກກັກບໍລິເວນ ສະຫະລັດ ໄດ້ປະກາດການລົງໂທດ ຕໍ່ເຈົ້າໜ້າທີ່ເທີກີ 2 ຄົນ. ນອກນັ້ນໃນວັນສຸກຜ່ານມານີ້ ປະທານາທິບໍດີ ດໍໂນລ ທຣຳຍັງໄດ້ຂຽນລົງໃນທວີດ
ເຕີ້ວ່າ ສະຫະລັດຈະຂຶ້ນພາສີຕໍ່ ອາລູມີນຽມ ແລະເຫຼັກກ້າ ຂອງເທີກີ. ທ່ານໄດ້ຂຽນ
ລົງທວີດເຕີ້ວ່າ “ສາຍສຳພັນຂອງພວກເຮົາກັບເທີກີ ແມ່ນ ບໍ່ຄ່ອຍດີ ໃນເວລານີ້!”

ອີງຕາມໃທ່ານທຳແລ້ວ ການເກັບພາສີຕໍ່ອາລູມີນຽມຂອງເທີກີຈະເພີ້ມຂຶ້ນ 20 ເປີ
ເຊັນ ແລະເຫຼັກກ້າຈະເພີ້ມຂຶ້ນເຖິງ 50 ເປີເຊັນ.

ເງິນຕາຂອງເທີກີໄດ້ຕົກລາຄາປະມານ 40 ເປີເຊັນໃນຮອບປີທີ່ຜ່ານມານີ້.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG