ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປະທານາທິບໍດີ ເທີກີ ທ່ານ ເອີ​ດູ​ອານ ຊະນະການເລືອກຕັ້ງ​ດຳ​ລົງ​ຕຳ​ແໜ່ງ​ອີກ​ສະ​ໄໝ ໃນການລົງຄະແນນສຽງ ຮອບຕັດສິນຊີ້ຂາດ


ບັນດາຜູ້ສະໜັບສະໜຸນປະທານາທິບໍດີ ເທີກີ ໂບກທຸງຮູບທ່ານ ຣີ​ເຊັບ ຕາ​ຢິບ ເອີ​ດູ​ອານ ຢູ່ຕໍ່ໜ້າສໍານັກງານໃຫຍ່ຂອງພັກ AK ໃນນະຄອນ Istanbul ໃນວັນລົງຄະແນນສຽງເລືອກຕັ້ງປະທານາທິບໍດີ ທີ່ນະຄອນ Istanbul, ວັນທີ 28 ພຶດສະພາ 2023
ບັນດາຜູ້ສະໜັບສະໜຸນປະທານາທິບໍດີ ເທີກີ ໂບກທຸງຮູບທ່ານ ຣີ​ເຊັບ ຕາ​ຢິບ ເອີ​ດູ​ອານ ຢູ່ຕໍ່ໜ້າສໍານັກງານໃຫຍ່ຂອງພັກ AK ໃນນະຄອນ Istanbul ໃນວັນລົງຄະແນນສຽງເລືອກຕັ້ງປະທານາທິບໍດີ ທີ່ນະຄອນ Istanbul, ວັນທີ 28 ພຶດສະພາ 2023

ປະທານາທິບໍດີ ເທີກີ ທີ່ຍັງດຳລົງຕຳແໜ່ງຢູ່ ທ່ານ ຣີ​ເຊັບ ຕາ​ຢິບ ເອີ​ດູ​ອານ (Recep Tayyip Erdogan) ໄດ້ຊະນະການເລືອກຕັ້ງໃໝ່ ໃນການເລືອກຕັ້ງຮອບຕັດ​ສິນ​ຊີ້​ຂາດ ໃນວັນອາທິດວານນີ້.

ທ່ານ ເອີດວນ (Erdogan) ໄດ້ກ່າວຕໍ່ບັນດາຜູ້ສະໜັບສະໜຸນ ຫຼັງຈາກຜົນຄະແນນເບື້ອງຕົ້ນທີ່ບໍ່ເປັນທາງການ ໄດ້ເຮັດໃຫ້ທ່ານໄດ້ຮັບຄະແນນສຽງເຖິງ 52% ທຽບໃສ່ກັບ 48% ຂອງຄູ່ແຂ່ງຂອງ​ທ່ານ, ​ທ່ານ ​ເຄ​ມາ​ລ ຄີ​ລິກ​ດາ​ຣອກກ​ລູ (Kemal Kilicdaroglu).

"ຂ້າພະເຈົ້າຂໍຂອບໃຈສະມາຊິກທຸກຄົນໃນປະເທດຂອງພວກເຮົາ ທີ່ມອບຫມາຍ ຄວາມໄວ້ວາງໃຈໃຫ້ຂ້າພະເຈົ້າຮັບຜິດຊອບໃນການປົກຄອງປະເທດນີ້ອີກເທື່ອຫນຶ່ງ ສຳລັບໃນອີກ 5 ປີຂ້າງຫນ້າ," ທ່ານ ເອີດວນ (Erdogan), ຜູ້ທີ່ສະແຫວງ ຫາອຳນາດໃນການປົກຄອງເປັນທົດສະວັດທີ 3 ໄດ້ກ່າວ. "ຂ້າພະເຈົ້າຂໍຂອບໃຈ ພົນລະເມືອງຂອງພວກເຮົາທຸກຄົນທີ່ສະແດງໃຫ້ເຫັນຄວາມຕັ້ງໃຈຂອງເຂົາເຈົ້າສໍາລັບອະນາຄົດ, ທັງສຳລັບຕົວຂອງເຂົາເຈົ້າເອງ ແລະ ລູກຫລານຂອງເຂົາເຈົ້າ, ດ້ວຍການລົງຄະແນນສຽງໃນການເລືອກຕັ້ງ."

ທ່ານ ຄີ​ລິກ​ດາ​ຣອກກ​ລູ (Kilicdaroglu) ຜູ້ທີ່ເປັນຂູ່ແຂ່ງ, ໄດ້ມີປະຕິກິລິຍາຕໍ່ຜົນ ທີ່ໄດ້ຖືກລາຍງານ, ໂດຍໄດ້ຖິ້ມໂທດໃສ່ການເລືອກຕັ້ງທີ່ບໍ່ຢຸດຕິທໍາ.

"ພວກເຮົາປະສົບກັບການເລືອກຕັ້ງທີ່ບໍ່ຢຸດຕິທຳທີ່ສຸດໃນຊຸມປີມໍ່ໆມານີ້," ທ່ານ ໄດ້ກ່າວ. "ວິທີການທັງໝົດຂອງລັດໄດ້ຖືກລະດົມເພື່ອພັກການເມືອງ. ຄວາມເປັນໄປໄດ້ທັງໝົດແມ່ນວາງໄວ້ພາຍໃຕ້ຕີນຂອງຄົນຄົນດຽວ".

ທ່ານ ຄີ​ລິກ​ດາ​ຣອກກ​ລູ (Kilicdaroglu) ຍັງໄດ້ຂອບໃຈຫຼາຍກວ່າ 25 ລ້ານຄົນທີ່ລົງຄະແນນສຽງໃຫ້ທ່ານ.

ທ່ານ ເອີດວນ (Erdogan) ຖືກພິ​ຈາ​ລະ​ນາວ່າເປັນຜູ້ນຳໜ້າໃນການລົງຄະແນນສຽງ ໃນວັນອາທິດວານນີ້ ຫລັງຈາກໄດ້ພາດ​ການ​ໄດ້ຊະນະໃນຮອບທຳອິດຢ່າງ ຫວຸດຫວິດ.

ທັງ ທ່ານ ເອີດວນ (Erdogan) ແລະທ່ານ ຄີ​ລິກ​ດາ​ຣອກກ​ລູ (Kilicdaroglu) ກ່າວຢູ່ໃນການຊຸມນຸມໃນນາທີສຸດທ້າຍໃນວັນເສົານີ້ວ່າ ການຊຸມນຸມຈະເປັນກຸນ ແຈສຳຄັນຕໍ່ຜົນຂອງການເລືອກຕັ້ງປະທານາທິບໍດີ.

ພວກ​ນັກ​ວິຈານ​ກ່າວ​ຫາທ່ານ ເອີດວນ (Erdogan) ວ່າ​ໄດ້​ທຳລາຍ​ປະຊາທິປະ​ໄຕ, ​ກັກຂັງ​ພວກ​ວິຈານ ​ແລະ​ລວມສູນ​ອຳນາດ. ທ່ານ ຄີ​ລິກ​ດາ​ຣອກກ​ລູ (Kilicdaroglu) ​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ​ຈະ​ເຮັດໃຫ້​ເທີກີ ກັບຄືນມາສູ່ລະບອບ​ປະຊາທິປະ​ໄຕແບບ​ລັດຖະສະພາ ​ແລະ​ຈະ​ປ່ອຍ​ຕົວ​ນັກ​ໂທດ​ການ​ເມືອງ​ທີ່​ສຳຄັນ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG