ຕໍາຫຼວດເທີກີໄດ້ໃຊ້ທໍ່ສີດນໍ້າ ຂັບໄລ່ພວກປະທ້ວງຫຼາຍພັນຄົນ ທີ່ເຕົ້າໂຮມກັນຢູ່ຈະຕຸລັດໃຈກາງເມືອງ Istanbul ໃນການຝ່າຝືນຕໍ່ຄໍາສັ່ງຂອງລັດຖະບານ.
ເມື່ອວັນເສົາວານນີ້ ພວກປະທ້ວງ ໄດ້ຂ່ວງດອກ carnations
ໃສ່ຕໍາ ຫຼວດ ແລະເວົ້າວ່າພວກເຂົາເຈົ້າພາກັນອອກມາໄວ້ອາ
ໄລແກ່ພວກສີ່ຄົນ ທີ່ເສຍຊີວິດໃນການປະທ້ວງ ທີ່ແກ່ຍາວມາ
ດົນເກືອບນຶ່ງເດືອນນັ້ນ. ພວກປະທ້ວງ ບາງຄົນສັນຍາວ່າຈະບໍ່
ທໍ້ຖອຍ ໃນສິ່ງທີ່ພວກເຂົາເຈົ້າເອີ້ນວ່າ ການຢືນຢັດຕໍ່ຕ້ານການ
ປາບປາມເສລີພາບຂອງລັດຖະບານ.
ຈະຕຸລັດ Taksim ໄດ້ກາຍເປັນບ່ອນປະທ້ວງຕໍ່ຕ້ານລັດຖະບານມາ ເກືອບໝົດເດືອນມິຖຸນາ ແລະນາຍົກລັດຖະມົນຕີ Recep Tayyip Erdogan ໄດ້ຂູ່ວ່າຈະໃຊ້ກໍາລັງທະ ຫານເພື່ອສະຫຼາຍຕົວພວກປະທ້ວງນັ້ນ.
ໃນມື້ວານນີ້ ທ່ານເອີດວນ ໄດ້ໄປຢ້ຽມຢາມເມືອງ Samsun ທີ່ຕັ້ງຢູ່ແຄມ ຝັ່ງທະເລດໍາ
ຊຶ່ງຢູ່ທີ່ນັ້ນ ທ່ານໄດ້ບອກພວກສະໜັບສະໜຸນທ່ານຫຼາຍພັນຄົນວ່າ ການປະທ້ວງທີ່ຍືດ
ເຍື້ອມາໄດ້ເກືອບນຶ່ງເດືອນນັ້ນ ແມ່ນຖືກຍຸຍົງໂດຍຊາວຕ່າງປະເທດ.
ການປະທ້ວງໄດ້ເລິ່ມຕົ້ນຂຶ້ນ ດ້ວຍການເດີນຂະບວນຢ່າງສັນຕິ ໃນທ້າຍເດືອນພຶດສະພາ ຜ່ານມາ ເພື່ອຕໍ່ຕ້ານແຜນການຂອງລັດຖະບານ ທີ່ຈະເອົາພື້ນທີ່ສວນສາທາລະນະປະ
ຫວັດສາດແຫ່ງນຶ່ງໃນເມືອງ Istanbul ມາສ້າງເປັນຍ່ານການຄ້າ ແລະໄດ້ກາຍເປັນການປະທ້ວງໃນທົ່ວປະເທດ ຫຼັງຈາກເຈົ້າໜ້າທີ່ໄດ້ໃຊ້ກໍາລັງເກີນຂອບເຂດ ຕໍ່ຕ້ານພວກປະທ້ວງນັ້ນ.
ເບິ່ງວີດີໂອ: