ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

​ຊາ​ອຸ​ດີ ອາ​ຣາ​ເບຍ ກ່າວ​ວ່າ ທ່ານ​ຄາ​ຊອກ​ກີ ເສຍ​ຊີ​ວິດ ຫຼັງ​ຈາກ ໄດ້​ຕໍ່​ສູ້​ກັນ


ນັກ​ຂ່າວ​ຄົນ​ນຶ່ງຖ່າຍ​ວີ​ດີ​ໂອ ຢູ່​ຫຼັງ​ເຄື່ອງ​ກີດ​ຂວາງ ທີ່​ຕັນ​ທາງ​ເຂົ້າ ສະ​ຖານ​ກົງ​ສຸນ​ຊາ​ອຸ​ດີ ອາ​ຣາ​ເບຍ ໃນ​ນະ​ຄອນ​ອິ​ສ​ຕັນ​ບູ​ລ. (ວັນ​ທີ 19 ຕຸ​ລາ 2018)
ນັກ​ຂ່າວ​ຄົນ​ນຶ່ງຖ່າຍ​ວີ​ດີ​ໂອ ຢູ່​ຫຼັງ​ເຄື່ອງ​ກີດ​ຂວາງ ທີ່​ຕັນ​ທາງ​ເຂົ້າ ສະ​ຖານ​ກົງ​ສຸນ​ຊາ​ອຸ​ດີ ອາ​ຣາ​ເບຍ ໃນ​ນະ​ຄອນ​ອິ​ສ​ຕັນ​ບູ​ລ. (ວັນ​ທີ 19 ຕຸ​ລາ 2018)

ຊາ​ອຸ​ດີ ອາ​ຣາ​ເບຍ​ ກ່າວ​ວ່າ ຜົນ​ການ​ສືບ​ສວນໃນ​ຂັ້ນ​ຕົ້ນກ່ຽວ​ກັບ​ການ​ຫາຍ​ສາບ​ສູນຂອງ​ນັກ ​ຂ່າວ​ຊາ​ອຸ​ດີ ທ່ານຈາ​ມາ​ລ ຄາ​ຊອກ​ກີ ສະ​ແດງ​ໃຫ້​ເຫັນ​ວ່າຜູ້​ກ່ຽວ​ໄດ້​ເສຍ​ຊີ​ວິດ​ຢູ່​ໃນ​ສະ​ຖານ​ກົງ​ສຸນ​ຊາ​ອຸ​ດີທີ່​ນະ​ຄອນ​ອິສ​ຕັນ​ບູ​ລ ຫຼັງ​ຈາກໄດ້​ຕໍ່​ສູ້​ກັບ​ຜູ້​ຄົນທີ່​ທ່ານ​ໄດ້​ພົບ​ພໍ້​ຢູ່​ທີ່ນັ້ນ ອີງ​ຕາມ​ລາຍ​ງານ​ຂ່າວ​ຂອງ​ທາງ​ການ.

ຖະ​ແຫຼງ​ການອະ​ທິ​ໄອ​ຍະ​ການ​ຊາ​ອຸ​ດີ ທີ່​ອອກ​ອາ​ກາດ​ ໂດຍ​ໂທ​ລະ​ພາບ​ຂອງທາງ​ການ​ຊາ​ອຸ​ດີ ກ່າວ​ວ່າ ມາ​ຮອດ​ປັດ​ຈຸ​ບັນ​ນີ້ ມີ​ຊາວ​ຊາ​ອຸ​ດີ 18 ຄົນ​ຖືກ​ຈັບໃນ​ຖານ​ພົວ​ພັນ​ກັບ​ການ​ເສ​ຍ​ຊີ​ວິດ​ຂອງ​ທ່ານຄາ​ຊອກ​ກີແລະ​ກ່າວ​ວ່າ ທີ່​ປຶກ​ສາຂອງ​ພະ​ຣາ​ຊະ​ສຳ​ນັກ ໂຊ​ອາ​ລ​ຄາ​ຕາ​ນີ ແລະ​ຮອງ​ຫົວ​ໜ້າ​ໜ່ວຍ​ສືບ​ລັບ ທ່ານອາ​ເມັດ ອາ​ຊີ​ຣີ ໄດ້​ຖືກ​ປົດ​ອອກ​ຈາກ​ຕຳ​ແໜ່ງ​ຂອງ​ພວກ​ເຂົາ​ເຈົ້າ.

Saudis Admit the Death of Khashoggi; Crown Prince in Charge of Investigation
please wait

No media source currently available

0:00 0:03:06 0:00

ອະ​ທິ​ໄອ​ຍະ​ການ​ກ່າວ​ວ່າ ການ​ສືບ​ສວນ ​ກ່ຽວ​ກັບ​ການ​ເສຍ​ຊີ​ວິດ​ຂອງທ່ານຄາ​ຊອກ​ກີ ແມ່ນ​ຍັງ​ດຳ​ເນີນ​ຕໍ່​ໄປ​ຢູ່.

ນອກນັ້ນ ອົງ​ການ​ຂ່າວ​ຂອງ​ທາງ​ການ​ຊາ​ອຸ​ດີ​ຍັງ​ແຈ້ງວ່າ ກະ​ສັດ​ຊາ​ລມານ​ຊົງ​ມີຄຳ​ສັ່ງ​ໃຫ້​ຈັດ​ຕັ້ງ​ຄະ​ນະ​ກຳ​ມະ​ການ​ລະ​ດັບ​ລັດ​ຖະ​ມົນ​ຕີ ທີ່​ນຳ​ພາ​ໂດຍ​ອົງ​ມົງ​ກຸດຣາ​ຊະ​ກຸມ​ມານ ເພື່ອ​ວາງ​ໂຄງ​ຮ່າງ​ໃໝ່​ຂອງ​ໜ່ວຍ​ສືບ​ລັບ​ຊາ​ອຸ​ດີ ອາ​ຣາ​ເບຍ.

ການ​ໃຫ້​ຄວາມ​ເຫັນ​ໃນ​ວັນ​ເສົາ​ມື້ນີ້ ແມ່ນ​ເປັນ​ການຍອມ​ຮັບ​ເທື່ອ​ທຳ​ອິດ​ຂອງ​ລັດ​ຖະ​ບານ​ຊາ​ອຸ​ດີ ທີ່​ວ່າ ທ່ານຄາ​ຊອກ​ກີໄດ້​ເສຍ​ຊີ​ວິດ​ແລ້ວ.

ເຈົ້າ​ໜ້າ​ທີ່​ເທີ​ກີ​ກ່າວ​ວ່າ ຕົນ​ເຊື່ອ​ວ່າ ທ່ານຄາ​ຊອກ​ກີຖືກ​ຂ້າ​ຢູ່​ໃນ​ສະ​ຖານ​ກົງ​ສຸນຊາ​ອຸ​ດີ​ທີ່​ນະ​ຄອນ​ອິ​ສ​ຕັນ​ບູ​ລ ຫຼັງ​ຈາກ​ທ່ານ​ໄດ້​ເຂົ້າ​ໄປ​ໃນ​ອາ​ຄານ​ດັ່ງ​ກ່າວ ​ເມື່ອວັນ​ທີ 2 ຕຸ​ລາ​ຜ່ານ​ມາ ເພື່ອ​ເຮັດ​ໜັງ​ສື​ສຳ​ລັບ​ການ​ແຕ່ງ​ງານ​ຂອງ​ທ່ານ​ຊຶ່ງ​ຈະ​ມີຂຶ້ນ​ໃນ​ໄວໆ​ນີ້. ກ່ອນ​ໜ້ານີ້ ຊາ​ອຸ​ດີ ອາ​ຣາ​ເບຍ​ໄດ້​ປະ​ຕິ​ເສດ​ກ່ຽວ​ກັບ​ການ​ກ່າວຫາ​ທີ່​ວ່ານີ້ ແລະ​ເວົ້າ​ວ່າ ທ່ານຄາ​ຊອກ​ກີ ໄດ້​ອອກ​ຈາກ​ສະ​ຖານ​ກົງ​ສຸນ​ໄປ​ແລ້ວບໍ່​ດົນ​ຫຼັງ​ຈາກ​ທ່ານ​ໄດ້​ເຂົ້າ​ໄປ.

ພວກ​ນັກ​ເຄື່ອນ​ໄຫວ​ເພື່ອ​ສິດ​ທິ​ມະ​ນຸດ ຖື​ໂປ​ສ​ເຕີ້​ຮູບ​ທ່ານ​ຄາ​ຊອກ​ກີ ປະ​ທ້ວງ ຢູ່​ຕໍ່​ໜ້າ​ກົງ​ສຸນ ຊາ​ອຸ​ດີ ອາ​ຣາ​ເບຍ ໃນ​ນະ​ຄອນ​ອິ​ສ​ຕັນ​ບູ​ລ.
ພວກ​ນັກ​ເຄື່ອນ​ໄຫວ​ເພື່ອ​ສິດ​ທິ​ມະ​ນຸດ ຖື​ໂປ​ສ​ເຕີ້​ຮູບ​ທ່ານ​ຄາ​ຊອກ​ກີ ປະ​ທ້ວງ ຢູ່​ຕໍ່​ໜ້າ​ກົງ​ສຸນ ຊາ​ອຸ​ດີ ອາ​ຣາ​ເບຍ ໃນ​ນະ​ຄອນ​ອິ​ສ​ຕັນ​ບູ​ລ.

ທຳ​ນຽບ​ຂາວ​ໄດ້​ກ່າວ​ຢູ່​ໃນ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງວ່າ ຕົນ “ຮູ້​ເລື້ອງ​ແລ້ວ​ກ່ຽວ​ກັບ​ການ​ປະ​ກາດ​ຂອງ​ຣາ​ຊະ​ອາ​ນາ​ຈັກ​ຊາ​ອຸດີ ອາ​ຣາ​ເບຍ ທີ່​ວ່າ ການ​ສືບ​ສວນຂອງຕົນ ກ່ຽວກັບ​ຊະ​ຕາ​ກຳ ຂອງ ທ່ານຈາ​ມາ​ລ ຄາ​ຊອກ​ກີ ພວມ​ດຳ​ເນີນ​ຢູ່​ຕໍ່​ໄປ ແລະ​ກໍໄດ້​ເອົາ​ມາດ​ຕະ​ການ​ຕໍ່​ພວກ​ທີ່​ຕ້ອງ​ສົງ​ໄສ ທີ່​ໄດ້​ລະ​ບຸ​ມາ​ເທົ່າ​ເຖິງ​ປັດ​ຈຸ​ບັນນີ້.”

ເມື່ອ​ມີ​ການ​ຖາມ​ ກ່ຽວ​ກັບ​ການ​ປະ​ກາດ​ ຂອງ​ຊາ​ອຸ​ດີ ອາ​ຣາ​ເບຍ ປະ​ທາ​ນາ​ທິ​ບໍ​ດີ ​ດໍ​ໂນ​ລ ທ​ຣຳ ກ່າວ​ຕໍ່​ພວກ​ນັກ​ຂ່າວ​ທີ່​ລັດ​ອາ​ຣິ​ໂຊ​ນາ​ວ່າ “ມັນ​ເປັນ​ບາດ​ກ້າວ​ທີ່​ໃຫຍ່ຂັ້ນ​ທຳ​ອິດ.” ແຕ່​ແນວ​ໃດ​ກໍ​ຕາມທ່ານ​ກ່າວ​ວ່າ “ພວກ​ເຮົາ​ຍັງ​ມີ​ບາງຄຳ​ຖາມ​” ສຳລັບ​ຊາ​ອຸ​ດີແລະ​ທ່ານ​ກ່າວ​ຕື່ມ​ວ່າ “ພວກ​ເຮົາ​ຈະ​ເຮັດ​ວຽກ​ຮ່ວມ​ກັບ​ລັດ​ຖະ​ສະ​ພາ.”

ທ່ານ​ເວົ້າ​ວ່າ ທ່ານ​ຢາກ​ຈະ​ໂອ້​ລົມ​ກັບ​ອົງ​ມົງ​ກຸດ​ຣາ​ຊະ​ກຸມ​ມານ ກ່ອນ​ຈະ​ມີ​ການ​ເອົາ​ບາດ​ກ້າວ​ໃນ​ຂັ້ນ​ຕໍ່​ໄປ.

Pompeo on Saudi Investigation Into Journalist's Disappearance
please wait

No media source currently available

0:00 0:01:17 0:00

ເມື່ອ​ມີ​ການ​ຖາມ​ວ່າ ຊາ​ອຸ​ດີ ​ສາ​ມາດ​ເຮັດ​ລາຍ​ງານ​ທີ່​ໜ້າ​ເຊື່ອ​ຖື​ໄດ້​ຫຼື​ບໍ່ ກ່ຽວ​ກັບ​ການສັງ​ຫານ​ທ່ານຄາ​ຊອກ​ກີ ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ ກ່າ​ວ​ວ່າ “ພວກ​ເຮົາ​ມີ​ສ່ວນກ່ຽວ​ຂ້ອງ ເທີ​ກີ​ກໍ​ມີ​ການ​ພົວ​ພັນ…ນີ້​ເປັນ​ເຫດ​ການ​ທີ່​ໜ້າ​ຢ້ານ​ກົວ ບໍ່​ແມ່ນ​ວ່າ​ມັນເກີດ​ຂຶ້ນ​ແບບ​ບໍ່​ມີ​ໃຜ​ສັງ​ເກດ.”

ກ່ອນ​ການ​ປະ​ກາດ​ຂອງ​ຊາ​ອຸ​ດີ ອາ​ຣາ​ເບຍນັ້ນ ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳກ່າວ​ຕໍ່​ພວກນັກ​ຂ່າວ​ໃນ​ວັນ​ສຸກວານນີ້​ວ່າ ທ່ານ​ອາດ​ຈະ​ພິ​ຈາ​ລະ​ນາ​ການ​ລົງ​ໂທດ​ຕໍ່​ຊາ​ອຸ​ດີ ອາຣາ​ເບຍ ກ່ຽວ​ກັບ​ການ​ຫາຍ​ຕົວ​ໄປ​ຂອງ​ທ່ານຄາ​ຊອກ​ກີ.


ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG