ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຕຳຫລວດເທີກີ ຈັບກຸມ ຊາຍຄົນນຶ່ງ ຢູ່ນອກ ສະຖານກົງສຸນ ສຫລ ໃນ Istanbul


ແຜນທີ່ປະເທດເທີກີ
ແຜນທີ່ປະເທດເທີກີ

ສື່​ມວນຊົນຂອງ​ເທີ​ກີ ລາຍ​ງານ​ວ່າ ຕຳຫລວດ​ໄດ້​ຈັບ​ກຸ່ມ​ຊາຍ​
ຄົນ​ນຶ່ງທີ່​ອ້າງ​ວ່າ ​ຕົນ​ມີ​ວັດຖຸ​ລະ​ເບີດ​ ຢູ່​ນອກ​ສະ​ຖານກົງສຸນ
ສະຫະ​ລັດ​ ໃນ​ນະຄອນ Istanbul.

ອົງການ​ຂ່າວ​ຕ່າງໆ ລາຍງານໃນ​ວັນ​ສຸກ​ມື້​ນີ້​ວ່າ ຕຳຫລວດ​ເ​ຊື່​ອ
ວ່າ​ ຊາຍ​ຄົນດັ່ງກ່າວ ​ເປັນ “ຜູ້​ທີ່​ມີສະພາບຈິດບໍ່​ທຸ່ນ​ທ່ຽງ” ​ ແຕ່
​ຍັງບໍ່ທັນເປັນທີ່ຈະ​ແຈ້​ງເທື່ອວ່າ ຜູ້ກ່ຽວ​ມີ​ລະ​ເບີດ​ໃນ​ຄວາມຄອບ​
ຄອງ​ແທ້​ຈິງຫຼືບໍ່.

​ເຈົ້າໜ້າ​ທີ່ຕຳຫລວດ ​ໄດ້ປິດ​ພື້ນທີ່ຢູ່​ນອກ​ກົງ​ສຸນ​ດັ່ງກ່າວ ​ແລ້ວ​
ຍົກຍ້າຍພວກ​ຄົນ​ອອກ​ໄປໝົດ. ​ໄດ້​ມີ​ການ​ໂຈມ​ຕີ​ຫຼາຍໆ​ບັ້ນ
​ມາ​ແລ້ວ ຕໍ່ສະຖານ​ທີ່​ທາງ​ການ​ທູດ​ຂອງ​ສະຫະລັດ​ ຫຼາຍ​ແຫ່ງໃນ​ເທີ​ກີ ​ເມື່ອ​ສອງ​ສາມ​ປີ
ຜ່ານມາ​ນີ້.

ມີການ​ວາງ​ລະ​ເບີດ​ສະລະ​ຊີບ​ ຢູ່​ນອກ​ບໍລິ​ເວນ​ສະຖານທູດ​ສະຫະລັດ ​ທີ່ ນະຄອນຫຼວງ
Ankara ​ເມື່ອ​ເດືອນ​ກຸມພາ​ປີ 2013 ຊຶ່ງໄດ້​ສັງຫານ​ພະນັກງານ​ຍາມທີ່ເປັນຊາວເທີກີ
​ຄົນ​ນຶ່ງ. ການ​ໂຈມ​ຕີດັ່ງກ່າວ ແມ່ນ​ໄດ້​ອ້າງ​ເອົາ​ຄວາມ​ຮັບຜິດຊອບ​ ​ໂດຍພັກປະຊາຊົນ​
ປະຕິວັດ​ປົດ​ປ່ອຍ ທີ່​ນິຍົມ​ຊ້າຍ​ຈັດຂອງເທີກີນັ້ນ.

ກຸ່ມ​ຫົວນິຍົມ Marxist ດັ່ງກ່າວ ຍັງ​ໄດ້​ອ້າງ​ເອົາ​ຄວາມ​ຮັບ​ຜິດ​ຊອບ ໃນ​ການ​ໂຈມ​ຕີ ​ເມື່ອ​
ເດືອນ​ມັງກອນ​ປີ​ນີ້ ​ເວລາຜູ້​ວາງ​ລະ​ເບີດ​ສະລະ​ຊີບ​ຄົນ​ນຶ່ງ ໄດ້​ບີບ​ຄະ​ນວນ​ລະ​ເບີດໃຫ້
ແຕກ​ຂຶ້ນ ຢູ່​ສະຖານີ​ຕຳຫລວດ ​ໃນ​ເຂດທ່ອງ​ທ່ຽວ​ທີ່​ຜູ້ຄົນນິຍົມໄປກັນ ​ຂອງນະຄອນ
Istanbul ​ຊຶ່ງ​ໄດ້​ສັງຫານ​ເຈົ້າໜ້າ​ທີ່​ຕຳຫລວດ​ຄົນ​ນຶ່ງ ​ແລະ ​ເຮັດ​ໃຫ້ອີກ​ຄົນ​ນຶ່ງ​ໄດ້​ຮັບ​
ບາດ​ເຈັບ.

XS
SM
MD
LG