ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາຍົກລັດຖະມົນຕີ​ ເທີ​ກີ ​​ກ່າວ​ເຕືອນ ​ພວກ​ສັດຕູ​ດ້ານ​ການ​ເມືອງ​ ຂອງ​ທ່ານ (ວີດີໂອ/ສະ​ໄລ​ດ໌)


TURKEY ELECTIONS CNPK
please wait
Embed

No media source currently available

0:00 0:02:22 0:00

ເບິ່ງວີດີໂອເລື້ອງນີ້.

ທ່ານ Recep Tayyip Erdogan ນາຍົກລັດຖະມົນຕີ​
ເທີ​ກີ ​ໄດ້​ກ່າວ​ເຕືອນ​ພວກ​ສັດຕູ​ດ້ານ​ການ​ເມືອງ​ຂອງ​ທ່ານ
​ວ່າ ພວກ​ເຂົາ​ເຈົ້າ​ຈະ​ຕ້ອງ​ໄດ້​ “ຈ່າຍ​ຄ່າ​ເສຍ​ຫາຍ” ​ທີ່​
ກ່າວ​ຫາ​ທ່ານ​ແລະ​ພັກ​ຂອງ​ທ່ານ​ວ່າ ທຳ​ການ​ສໍ້​ລາດ​ບັງ​
ຫຼວງ​ນັ້ນ. ທ່ານ Erdogan ​ໄດ້ກ່າວ​ເຊັ່ນ​ນັ້ນ ​ໃນ​ວັນ​ອາ
ທິດ​ວານ​ນີ້ ຕໍ່​ບັນດາ​ຜູ້​ສະໜັບ ສະໜຸນ​ທ່ານ​ຫຼາຍ​ພັນ​ຄົນ
​ຢູ່ນະຄອນຫລວງ Ankara ​ໃນ​ຂະນະ​ທີ່​ທ່ານ​ອ້າງ​ເອົາ​ໄຊ
ຊະນະ​ໃນ​ການ​ເລືອກຕັ້ງ​ໃນ​ທ້ອງ​ຖິ່ນ ທີ່ຖື​ວ່າ​ເປັນ​ການ​ລົງ​
ປະຊາ​ມະຕິ​ກ່ຽວ​ກັບ​ການ​ປົກຄອງ​ປະ​ເທດ​ຂອງ​ທ່ານ ຊຶ່ງ​
ທ່ານ​ກ່າວ​ວ່າ:

“​ໃນ​ໄລຍະໃໝ່​ນີ້ ​ເທີ​ກີ​ແມ່ນຕ້ອງການ​ຝ່າຍຄ້ານ​ໃໝ່ທີ່​ຈະ​ໂອບ​ອຸ້ມ​ເອົາ​ປະ
ຊາຊົນ​ຂອງ​ຕົນ ຄື​ກັນ​ກັບ​ພັກປົກຄອງ​ປະ​ເທດ​ໃນ​ປັດຈຸບັນ​ນີ້. ​ເທີ​ກີບໍ່​ຕ້ອງ
ການ​ຝ່າຍຄ້ານ​ທີ່​ສົ່ງ​ເສີມ​ໃຫ້​ມີ​ການຈຳ​ແນ​ກ ​ແລະ​ການ​ແບ່ງ​ແຍກ​ປະຊາ
ຊົນ​ ໄປ​ເປັນ​ຫຼາຍ​ກຸ່ມແຕ່​ເທີ​ກີຕ້ອງການ​ຝ່າຍ​ຄ້ານ​ທີ່​ຈະ​ເວົ້າ​ພາສາ​ດຽວ​
ກັນ​ກັບ​ປະຊາຊົນ 77 ລ້ານ ​ຄົນ​ໃນ​ປະ​ເທດ.”


ຜົນ​ຂອງ​ການ​ເລືອກ​ຕັ້ງ​ຂັ້ນ​ຕົ້ນ ​ທີ່​ໄດ້​ມາເປັນ​ບາງ​ສ່ວນ ສະ​ແດງ​ໃຫ້​ເຫັນ​ວ່າ ພັກ
​ເພື່ອ​ຄວາມ​ຍຸຕິ​ທຳ​ແລະ​ການ​ພັດທະນາ​ຂອງ​ນາຍົກລັດຖະມົນຕີ ​ໄດ້​ຮັບ​ປະມານ
45 ​ເປີ​ເຊັນ​ຂອງ​ຄະ​ແນນ​ສຽງ​ທັງ​ໝົດ ​ໃນ​ຕໍ​ຂະນະ​ທີ່​ພັກ​ປະຊາຊົນ​ສາທາລະນະ​
ລັດຝ່າຍ​ຄ້ານ ​ໄດ້​ຮັບ​ສຽງ​ສະໜັບສະໜຸນປະມານ 25 ​ເປີ​ເຊັນ.

ຄຳ​ເຕືອນ​ຂອງ​ທ່ານ Erdogan ມີ​ຂຶ້ນ​ໃນ​ເວລາ​ພຽງ​ບໍ່​ເທົ່າ​ໃດ​ມື້ ຫຼັງ​ຈາກ​ລັດ
ຖະບານ​ຂອງ​ທ່ານໄດ້​ຫ້າມ​ການ​ເຂົ້າ​ເບິ່ງ YouTube ​ໃນ​ທົ່ວ​ປະ​ເທດ ຫຼັງ​
ຈາກ​ທີ່ YouTube ​ໄດ້​ນຳ​ອອກ​ເຜີຍ​ແຜ່ ອັນທີ່​ຄຶດກັນ​ວ່າ ​ເປັນສຽງ​ທີ່​ບັນ
​ທຶກ​ໄວ້ ທີ່​ກ່າວ​ຫາ​ບັນດາ​ເຈົ້າ​ໜ້າ​ທີ່​ລະດັບ​ສູງວ່າ ​ພົວພັນ​ໃນ​ການ​ສໍ້​ລາດ
ບັງ​ຫຼວງ​ນັ້ນ.

ສຽງ​ທີ່​ບັນທຶກ​ໄວ້​ ທີ່​ຫລາຍໆ​ຄົນເຂົ້າ​ໃຈ​ວ່າ ​ເປັນ​ສຽງ​ຂອງ​ລັດຖະມົນຕີ​ຕ່າງ
ປະ​ເທດ​ຂອງ​ເທີ​ກີ ກຳລັງ​ທຳ​ການ​ຫາລື​ເລື້ອງ​ທາງ​ເລືອກຕ່າງໆ​ກັບ​ພວກເຈົ້າ
​ໜ້າ​ທີ່ຂັ້ນ​ສູງ​ຄົນ​ອື່ນໆ ກ່ຽວ​ກັບ​ການທຳ​ການ​ໂຈມ​ຕີຫລອກໆ​ຕໍ່​ເທີ​ກີ ມາ​ຈາກ​
ດິນ​ແດນ​ຂອງ​ຊີ​ເຣຍ ​ເພື່ອ​ສ້າງ​ຂໍ້​ອ້າງ​ສຳລັບ​ການ​ທຳສົງຄາມຕໍ່​ຊີ​ເຣຍ.
XS
SM
MD
LG