ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ພັກຝ່າຍຄ້ານ ຂອງເທີກີ ໄດ້ຮັບການຢືນວ່າ ເປັນຜູ້ຊະນະ ຢ່າງເປັນທາງການ ໃນວັນພຸດວານນີ້


ເຈົ້າຄອງ​ນະ​ຄອນອິສຕັນບູລ ທີ່ຫາກໍຖືກເລືອກຂຶ້ນມາໃໝ່ ທ່ານ Ekrem Imamoglu ກ່າວຄຳປາໄສ ຕໍ່ພວກສະໜັບສະໜູນ ຢູ່ນອກ
ໂຮງການເມືອງໃນອິສຕັນບູນ ໃນວັນທີ 17ເມສາ 2019.
ເຈົ້າຄອງ​ນະ​ຄອນອິສຕັນບູລ ທີ່ຫາກໍຖືກເລືອກຂຶ້ນມາໃໝ່ ທ່ານ Ekrem Imamoglu ກ່າວຄຳປາໄສ ຕໍ່ພວກສະໜັບສະໜູນ ຢູ່ນອກ ໂຮງການເມືອງໃນອິສຕັນບູນ ໃນວັນທີ 17ເມສາ 2019.

ລຸນຫລັງການນັບບັດຄືນ 17 ມື້ ແລະຄວາມຂັດແຍ້ງຕ່າງໆນາໆແລ້ວ ພັກຝ່າຍ ຄ້ານ
ຂອງເທີກີ ຄື ພັກ ຣິພັບບລິກັນ ພີເພີລສ ພາຕີ (Republican People Party) ກໍໄດ້
ຮັບການ​ຢືນ​ຢັນຢ່າງເປັນທາງການວ່າເປັນຜູ້ຊະນະໃນວັນພຸດວານ ນີ້ໃນການເລືອກ
ຕັ້ງຂັ້ນເມືອງ ໃນອິສຕັນບູລ.

ປະທານາທິບໍດີ ເຣເຊັບ ຕາຢິບ ເອີດ​ວານ ພວມຊອກຫາຊ່ອງທາງ ທີ່ຈະຕ່າວ ປີ້ນການ
ລົງຄະແນນສຽງທີ່ເປັນປະຫວັດສາດນີ້ ຊຶ່ງ​ເຮັດ​ໃຫ້​ການ​ປົກ​ຄອງ​ ຂອງ ພັກຍຸຕິທຳແລະ
ການພັດທະນາ ຫລື ເອ ເຄ ພີ ຂອງທ່ານ ແລະພັກພັນທະມິດ ຂອງຕົນ ທີ່ຄວບຄຸມເມືອງ
ທີ່ໃຫຍ່ທີ່ສຸດ ເປັນອັນດັບທີສອງຂອງເທີກີມາໄດ້ 25 ປີແລ້ວນັ້ນ ສິ້ນ​ສຸດ​ລົງ.

ທ່ານເອແກຣມ ອີມາມອກລູ ເຈົ້າ​ຄອງ​ນະ​ຄອນອິສຕັນບູລຄົນໃໝ່ໄດ້ກ່າວຄຳປາໄສ ຕໍ່ຝູງ
ຊົນເປັນພັນໆຄົນ ທີ່ເປັນພວກສະໜັບສະໜູນ ໂຮ່ຮ້ອງດ້ວຍຄວາມ ດີໃຈຢູ່ຂ້າງນອກຕຶກ
ໂຮງການເຈົ້າຄອງ​ນະ​ນອນດັ່ງກ່າວ.

ທ່ານອີມາມອກລູ​ກ່າວ​ວ່າ “ມັນ​ເປັນ​ປະ​ຫວັດ​ສາດ ສຳ​ລັບ​ຊາວ​ເຄີດ ຊາວກ​ຣີ​ສ ແລະ​ຊາວ​
ອາ​ເມ​ເນຍ” ຊຶ່​ງ​ທ່ານ​ໝາຍ​ເຖິງ ປະ​ຊາ​ຊົນ​ທີ່​ມີ​ຫຼາກ​ຫຼາຍ​ຊົນ​ເຜົ່າ​ໃນນະ​ຄອນ​ອິ​ສ​ຕັນ​ບູ​ລ.

​ການ​ກ່າວ​ຄຳ​ປາ​ໄສ​ຕ້ອນ​ຮັບໄຊ​ຊະ​ນະ​ຂອງ​ທ່ານອີມາມອກລູ ແມ່ນ​ຮວມ​ທັງ​ເນື້ອ​ໄນ​ຂອງ​
ການ​ປະ​ກອບ​ສ່ວນ​ຢ່າງກວ້າງ​ຂວາງ ຊຶ່ງ​ໄດ້​ພາ​ໃຫ້​ທ່ານ​ໄດ້​ຮັບ​ໄຊ​ຊະ​ນະໃນ​ການ​ໂຄ​ສະ​
ນາຫາ​ສຽງ ຊຶ່ງ​ມີຄະ​ແນນ​ສຽງ​ພຽງ 14,000 ລື່ນ​ຝ່າຍ​ກົງ​ກັນ​ຂ້າມຢ່າງ​ຫວຸດ​ຫວິດ ຈາກ
​ຄະແນນ​ສຽງ​ທັງ​ໝົດ 9 ລ້ານ​ບັດ​ທີ່​ໄດ້​ປ່ອນ​ໄປ​ນັ້ນ.

ເຊີນອ່ານຂ່ານີ້ຕື່ມເປັນພາສາອັງກິດ

XS
SM
MD
LG