ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະມົນຕີ ເທິກີ 3 ທ່ານ ລາອອກ ຍ້ອນພົວພັນ ກັບການ ສໍ້ລາດບັງຫຼວງ (ວີດີໂອ)


ນາຍົກລັດຖະມົນຕີ​ເທີ​ກີ ທ່ານ Recep Tayyip Erdogan ​ກ່າວຕໍ່ຜູ້ສະໜັບສະໜູນທ່ານ ທີ່ສະໜາມບິນ Ankara.
ນາຍົກລັດຖະມົນຕີ​ເທີ​ກີ ທ່ານ Recep Tayyip Erdogan ​ກ່າວຕໍ່ຜູ້ສະໜັບສະໜູນທ່ານ ທີ່ສະໜາມບິນ Ankara.
ລັດຖະມົນຕີສະພາບແວດລ້ອມຂອງເທີກີ ໄດ້ກາຍມາເປັນ
ສະມາຊິກຄົນທີສາມຂອງຄະນະລັດຖະບານເທີກີ ທີ່ປະກາດ
ລາອອກ ໃນວັນພຸດມື້ນີ້ ອັນເປັນຜົນສືບເນື່ອງມາຈາກການ
ສອບສວນເລື້ອງການສໍ້ລາດບັງຫລວງຂອງເຈົ້າໜ້າທີ່ລະດັບສູງ.

ທ່ານ Erdogan Bayraktar ປະກາດວ່າ ທ່ານຈະລາອອກຈາກ
ຕໍາແໜ່ງ ໃນລະຫວ່າການໃຫ້ສໍາພາດຂ່າວ ແກ່ໂທລະພາບຊ່ອງ
NTV ຊຶ່ງໃນການໃຫ້ສໍາພາດນັ້ນ ທ່ານໄດ້ ນຮຽກຮ້ອງໃຫ້ ນາຍົກ
ລັດຖະມົນຕີ Recep Tayyip Erdogan ລາອອກເຊັ່ນກັນ.

ລັດຖະມົນ​ຕີ​ກະຊວງພາຍໃນ ​ແລະລັດຖະມົນຕີ​ເສດຖະກິດ ຂອງ
​ເທີ​ກີ ຕ່າງ​ກໍ​ໄດ້​ລາ​ອອກ​ຈາກ​ໜ້າ​ທີ່​ໃນ​ວັນ​ພຸດ​ມື້​ນີ້ ​ຍ້ອນ​ພົວພັນ​ກັບ
​ການ​ສໍ້​ລາດ​ບັງ​ຫລວງ ໃນລະດັບ​ສູງ ທີ່​ຕົກ​ເປັນ​ຂ່າວ​ນອງ​ນັນ.

ບັນດາ​ລູກ​ຊາຍ​ຂອງລັດຖະມົນຕີ​ເສດຖະກິດ ທ່ານ Zafer
Caglayan ​ແລະລັດຖະມົນຕີກະຊວງ​ພາຍ​ໃນ ທ່ານ Muammer
Guler ​ຮວມຢູ່​ ໃນ​ຈໍານວນ 24 ຄົນ​ທີ່​ຖືກ​ຈັບອາທິດ​ແລ້ວ​ນີ້ ​ໃນ​ຂໍ້ຫາ​ຮັບເງິນສິນ​ບົນ​ໃນ​ຄະດີທີ່​ພົວພັນ​ກັບ​ການ​ໃຫ້​ເງິນ​ກູ້​ຢືມ​ ຂອງທະນາຄານ​ລັດ​ວິ​ສາ​ຫະກິດ Halkbank.

​ໃນ​ວັນ​ອາທິດ ທີ່​ຜ່ານ​ມານີ້ ນາຍົກລັດຖະມົນຕີ​ເທີ​ກີ ທ່ານ Recep
Tayyip Erdogan ​ໄດ້​ເຕືອນ​ຄູ່​ແຂ່ງ​ຂອງ​ທ່ານ​ວ່າ ທ່ານຈະຕາມ​ລ່າ​ຫາໂຕ​ ແລະ “ຫັກ​ມືພວກ
​ເຂົາເຈົ້າ” ຖ້າ​ເຂົາ​ເຈົ້າຫາກ​ສວຍໃຊ້ ຂ່າວ​ນອງນັນເລື້ອງການຮັບ​ເງິນ​ສິນ​ບົນ ທີ່ພວມຂະຫຍາ​ຍ​
ກ້ວາງ​ອອກ​ນັບ​ມື້​ນັ້ນ ບ່ອນ​ທໍາລາຍການ​ປົກຄອງຂອງ​ທ່ານ. ​ໃນ​ຂະນະທີ່ທ່ານ​ພວມໃຫ້ຄວາມ​
ເຫັນ​ດັ່ງກ່າວ ພວກ​ປະ​ທ້ວງທີ່​ໂມ​ໂຫ​ໂທໂສ ກໍໄດ້​ເຕົ້າ​ໂຮມ​ກັນຢູ່ທີ່ຈະຕຸ​ລັດ Kadikoy ໃນ​ນະ
ຄອນ​ອິສຕັນ​ບູລ​ແລະ​ຮຽກ​ຮ້ອງ​ໃຫ້ ລັດຖະບານ ພັກ​ຍຸຕິ​ທໍາແລະການພັດທະນາ​ຂອງທ່ານ
Erdogan ລາ​ອອກ.

ນາຍົກລັດຖະມົນ​ຕີ ​Erdogan ໄດ້​ຕອບ​ໂຕ້​ຕໍ່​ການສອບ​ສວນກ່ຽວ​ກັບ ຄະດີຮັບ​ເງິນ​ສິນບົນ​
ຂອງ​ທະນາຄານ Halkbank ດ້ວຍ​ການກວດ​ລ້າງ​ ກໍາລັງ​ຕໍາຫລວດແລະໄດ້ປົດ​ເຈົ້າໜ້າ​ທີ່​
ຕໍາຫລວດ​ຫຼາຍ​ຄົນອອກ​ຈາກ​ໜ້າ ທີ່ ຍ້ອນໃຫ້ການ​ຮ່ວມ​ມືໃນ​ການ​ສືບສວນ ​ໂດ​ຍບໍ່​ໄດ້​ຮັບ
​ອະນຸຍາດ.

Turkey
please wait
Embed

No media source currently available

0:00 0:01:00 0:00
XS
SM
MD
LG