ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຈົ້າ​ໜ້າ​ທີ່ ເທີ​ກີ ກ່າວ​ອ້າງ​ການ​ຈັບ​ກຸມ ຜູ້​ນຳ​ກຸ່ມ​ລັດ​ອິ​ສ​ລາມ​ຄົນ​ໃໝ່


ປະ​ທາ​ນາ​ທິ​ບໍ​ດີ ເທີ​ກີ ທ່ານ ຣີ​ເຊັບ ໄຕ​ຢິບ ເອີ​ດູ​ອານ ມີ​ກຳ​ນົດ​ທີ່​ຈະ​ປະ​ກາດ​ການ​ຈັບ​ກຸມ ອາ​ບູ ອາ​ລ-ຮາ​ສ​ຊານ ອາ​ລ-ອາ​ຊີ​ມີ ອາ​ລ-ຄູ​ຣາ​ສ​ຊີ ຢ່າງ​ເປັນ​ທາງ​ການ​ ແລະ ເປີດ​ເຜີຍ​ລາຍ​ລະ​ອຽດ​ເພີ່ມ​ເຕີມໃນ​ບໍ່​ເທົ່າ​ໃດ​ວັນ​ຈະ​ມາ​ເຖິງນີ້.
ປະ​ທາ​ນາ​ທິ​ບໍ​ດີ ເທີ​ກີ ທ່ານ ຣີ​ເຊັບ ໄຕ​ຢິບ ເອີ​ດູ​ອານ ມີ​ກຳ​ນົດ​ທີ່​ຈະ​ປະ​ກາດ​ການ​ຈັບ​ກຸມ ອາ​ບູ ອາ​ລ-ຮາ​ສ​ຊານ ອາ​ລ-ອາ​ຊີ​ມີ ອາ​ລ-ຄູ​ຣາ​ສ​ຊີ ຢ່າງ​ເປັນ​ທາງ​ການ​ ແລະ ເປີດ​ເຜີຍ​ລາຍ​ລະ​ອຽດ​ເພີ່ມ​ເຕີມໃນ​ບໍ່​ເທົ່າ​ໃດ​ວັນ​ຈະ​ມາ​ເຖິງນີ້.

ການປົກ​ຄອງຂອງ​ຜູ້​ນຳ​ກຸ່ມ​ກໍ່​ການ​ຮ້າຍ​ລັດ​ອິ​ສ​ລາມ​ຄົນ​ໃໝ່ ອາ​ບູ ອາ​ລ-ຮາ​ສ​ຊານ ອາ​ລ-ຮາ​ຊີ​ມີ ອາ-ຄູ​ຣາ​ຊີ ອາດ​ໄດ້​ຈົບ​ລົງ​ແລ້ວ, ບໍ່​ເຖິງ​ສາມ​ເດືອນ​ຫຼັງ​ຈາກ​ມັນ​ໄດ້​ເລີ່ມ​ຂຶ້ນ.

ເວັບ​ໄຊ້​ OdaTV ຂອງ​ເທີ​ກີ ​ໄດ້​ລາຍ​ງານ​ເປັນ​ຜູ້​ທຳ​ອິດ ກ່ຽວ​ກັບ​ການ​ຈັບ​ກຸມ ອາ​ບູ ອາ​ລ-ຮາ​ສ​ຊານ ໃນ​ວັນ​ພະ​ຫັດ​ວານນີ້, ໂດຍ​ເວົ້າ​ວ່າ​ຕຳຫຼວດ​ເທີ​ກີ​ໄດ້​ຈັບ​ລາວ​ໂດຍບໍ່​ໄດ້​ຍິງ​ປືນ​ແມ່ນ​ແຕ່ນັດ​ດຽວ ໃນ​ລະ​ຫວ່າງ​ການ​ບຸກກວດ​ຄົ້ນ​ຢູ່​ເຮືອນຫຼັງ​ນຶ່ງ​ໃນ​ນະ​ຄອນ ອິ​ສ​ຕານ​ບູ​ລ ເມື່ອ​ອາ​ທິດ​ທີ່​ຜ່ານ​ມາ.

ເວັບ​ໄຊທ໌​ດັ່ງ​ກ່າວ​ໄດ້​ລາຍ​ງານ​ຕໍ່​ໄປ​ວ່າ ຜູ້​ນຳ​ກຸ່ມ IS ຄົນ​ດັ່ງ​ກ່າວ​ໄດ້​ຖືກ​ສອບ​ຖາມ ແລະ ວ່າ​ປະ​ທາ​ນາ​ທິ​ບໍ​ດີ ເທີ​ກີ ທ່ານ ຣີ​ເຊັບ ໄຕ​ຢິບ ເອີ​ດູ​ອານ ແມ່ນ​ມີ​ກຳ​ນົດ​ທີ່​ຈະ​ປະ​ກາດ​ຢ່າງ​ເປັນ​ທາງ​ການ ​ກ່ຽວ​ກັບ​ການ​ຈັບ​ກຸມ ແລະ ​ເປີດ​ເຜີຍ​ລາຍ​ລະ​ອຽດ​ເພີ່ມ​ເຕີມ ​ໃນ​ບໍ່​ເທົ່າ​ວັນ​ຂ້າງ​ໜ້ານີ້.

ໃນ​ອີກ​ດ້ານ​ນຶ່ງນັ້ນ, ເຈົ້າ​ໜ້າ​ທີ່ອະວຸ​ໂສ​ຂອງ​ເທີ​ກີ​ສອງ​ຄົນ, ໃນ​ການ​ໃຫ້​ຄຳ​ເຫັນ​ໂດຍບໍ່​ປະ​ສົງ​ອອກ​ຊື່​ນັ້ນ, ໄດ້​ຢືນ​ຢັນ​ການ​ຈັບ​ກຸມ​ຕໍ່​ອົງ​ການ​ຂ່າວ Bloomberg, ໂດຍ​ກ່າວ​ຕື່ມ​ວ່າ ທ່ານ​ເອີ​ດູ​ອານ ໄດ້​ຖືກ​ແຈ້ງ​ໃຫ້​ຊາບ​ແລ້ວ.

ແນວ​ໃດ​ກໍ່​ຕາມ, ບັນ​ດາ​ເຈົ້າ​ໜ້າ​ທີ່ ສະ​ຫະ​ລັດ ແມ່ນ​ຍັງ​ຄົງ​ມີ​ຄວາມ​ລະ​ມັດ​ລະ​ວັງ.

ໂຄ​ສົກທຳ​ນຽບ​ຫ້າ​ແຈ ທ່ານ ຈອນ ເຄີ​ບີ ໄດ້​ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ​ໃນ​ວັນ​ພະ​ຫັດ​ວານນີ້​ວ່າ “ພວກ​ເຮົາ​ບໍ່​ສາ​ມາດ​ຢືນ​ຢັນລາຍ​ງານ ກ່ຽວ​ກັບ ອາ​ລ-ຄູ​ຣາ​ຊີ. ເຫັນ​ໄດ້​ຊັດ​ວ່າ​ພວກ​ເຮົາ​ໄດ້​ຕິດ​ຕາມ​ເລື່ອງນີ້​ໝົດ​ມື້, ແຕ່​ພວກ​ເຮົາ​ບໍ່​ໄດ້​ຢູ່​ໃນ​ຖາ​ນະ​ທີ່​ພວກ​ເຮົາ​ສາ​ມາດ​ຢືນ​ຢັນລາຍ​ງານ​ຂ່າວ​ນັ້ນ​ໄດ້​ຢ່າງ​ແທ້​ຈິງ.”

ກຸ່ມ IS ໄດ້​ແຕ່ງ​ຕັ້ງ ອາ​ບູ ອາ​ລ-ຮາ​ສ​ຊານ ອາ​ລ-ຮາ​ຊີ​ມີ ອາ​ລ-ຄູ​ຣາ​ສ​ຊີ ເປັນ​ຜູ້​ນຳ​ຄົນ​ທີ​ສາມ​ຂອງ​ກຸ່ມ​ການ​ຮ້າຍ​ນັ້ນ​ໃນ​ເດືອນ​ມີ​ນາ​ທີ່​ຜ່ານ​ມາ, ໂດຍ​ເວົ້າ​ວ່າ​ລາວ​ໄດ້​ເຂົ້າ​ກຳ​ຕຳ​ແໜ່ງບໍ່​ດົນຫຼັງ​ຈາກ​ການ​ຕາຍ​ຂອງ​ຜູ້​ທີ່​ກຳ​ຕຳ​ແໜ່ງ​ກ່ອນ​ໜ້າ​ລາວ ໃນ​ລະ​ຫວ່າງ​ການ​ບຸກ​ໂຈມ​ຕີ​ໂດຍກອງ​ກຳ​ລັງ​ພິ​ເສດ ສະ​ຫະ​ລັດ ໃນ​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອງ ​ຂອງ​ປະ​ເທດ ຊີ​ເຣຍ ເມື່ອ​ເດືອນ​ກຸມ​ພາ​ທີ່​ຜ່ານ​ມາ.

ພວກ​ຜູ້​ຕິດ​ຕາມ​ກຸ່ມ IS ໄດ້​ຢືນ​ລຽນ​ແຖວ​ຢູ່​ທາງຫຼັງ​ຜູ້​ນຳ​ຄົນ​ໃໝ່​ນັ້ນ, ດ້ວຍ​ພະ​ແນກ​ສື່ມວນ​ຊົນ​ຂອງ​ກຸ່ມ​ກໍ່​ການ​ຮ້າຍ​ດັ່ງ​ກ່າວ​ໄດ້​ເປີດ​ເຜີຍ​ຮູບ​ພາບ ແລະ ວິ​ດີ​ໂອ​ຂອງ​ພວກ​ນັກ​ລົບ​ຈາກ ອີ​ຣັກ, ຊີ​ເຣຍ, ໄນ​ຈີ​ເຣຍ, ໂຊ​ມາ​ເລຍ, ອັ​ຟ​ກາ​ນິ​ສ​ຖານ, ຟີ​ລິບ​ປິນ ແລະ ບ່ອນ​ອື່ນໆ​ທີ່​ສະ​ແດງ​ຄວາມ​ຈົງ​ຮັກ​ພັກ​ດີ​ຕໍ່ ອາ​ບູ ອາ​ລ-ຮາ​ສ​ຊານ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG