ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ເທີກີ ລະບຸໂຕ ມືປືນ ຜູ້ຕ້ອງສົງໄສ ທຳການ ໂຈມຕີ ສະຖານບັນເທີງ Reina ໃນວັນປີໃໝ່


ພາບຂອງບັນດາຜູ້ເຄາະຮ້າຍ ແລະພວງມາລາລຳລຶກ ໄດ້ຖືກວາງໄວ້ ຢູ່ບ່ອນ ສະຖານບັນເທີງ ການໂຈມຕີ
ມື້ປີໃໝ່,ໃນນະຄອນອິສຕັງບູລ, ວັນທີ 3 ມັງກອນ 2017.
ພາບຂອງບັນດາຜູ້ເຄາະຮ້າຍ ແລະພວງມາລາລຳລຶກ ໄດ້ຖືກວາງໄວ້ ຢູ່ບ່ອນ ສະຖານບັນເທີງ ການໂຈມຕີ ມື້ປີໃໝ່,ໃນນະຄອນອິສຕັງບູລ, ວັນທີ 3 ມັງກອນ 2017.

ລັດຖະມົນຕີການຕ່າງປະເທດຂອງເທີກີ ທ່ານ Mevlut Cavusoglu ໄດ້ກ່າວໃນວັນ ພຸດມື້ນີ້ ວ່າ ທາງການຂອງເທີກີ ສາມາດລະບຸໂຕໄດ້ ມືປືນຜູ້ທີ່ສັງຫານ 39 ຄົນ ໃນ
ການໂຈມຕີ ເມື່ອວັນປີໃໝ່ ຢູ່ທີ່ສະຖານບັນເທີງ ໃນນະຄອນ ອິສຕັງບູລ ຂອງເທີກີ.

ທ່ານຄາວູໂຊກລູ ໄດ້ປະກາດອອກມາ ໃນລະຫວ່າງ ການໃຫ້ສຳພາດ ກັບອົງການ
ຂ່າວ Anadolu ຂອງທາງການເທີກີ ແຕ່ບໍ່ໄດ້ບອກ ຊື່ຂອງຄົນຮ້າຍດັ່ງກ່າວນັ້ນ.

ພວກດອກໄມ້ ໄດ້ຖືກວາງໄວ້ ຢູ່ຕໍ່ໜ້າ ກຳແພງ ຂອງຕຳຫຼວດ ຢູ່ໃກ້ກັບທາງເຂົ້າຂອງສະຖານບັນເທີງ Reina ໃກ້ກັບເຂດຊ່ອງແຄບ Bosphorus ໃນນະຄອນອິສຕັງບູລ, ຊຶ່ງໄດ້ຖືກໂຈມຕີໂດຍມືປືນຄົນໜຶ່ງ, ປະເທດເທີກີ, ວັນທີ 1 ມັງກອນ 2017.
ພວກດອກໄມ້ ໄດ້ຖືກວາງໄວ້ ຢູ່ຕໍ່ໜ້າ ກຳແພງ ຂອງຕຳຫຼວດ ຢູ່ໃກ້ກັບທາງເຂົ້າຂອງສະຖານບັນເທີງ Reina ໃກ້ກັບເຂດຊ່ອງແຄບ Bosphorus ໃນນະຄອນອິສຕັງບູລ, ຊຶ່ງໄດ້ຖືກໂຈມຕີໂດຍມືປືນຄົນໜຶ່ງ, ປະເທດເທີກີ, ວັນທີ 1 ມັງກອນ 2017.

ທາງການເທີກີ ຍັງພວມຊອກຫາມືປືນຄົນນັ້ນຢູ່ ນັບຕັ້ງແຕ່ຕອນເຊົ້າ ຂອງວັນອາທິດ ຜ່ານມາ ເມື່ອຜູ້ກ່ຽວໄດ້ຫລົບໜີອອກໄປຈາກສະຖານບັນເທີງ Reina ນັ້ນ.

ສື່ມວນຊົນຂອງເທີກີ ໄດ້ຖ່າຍທອດອອກອາກາດ ໃນວັນອັງຄານວານນີ້ ພາບວີດີໂອ ຂອງຊາຍຄົນໜຶ່ງ ທີ່ພວກເຂົາເຈົ້າກ່າວວ່າ ເປັນມືປືນຜູ້ຕ້ອງສົງໄສ ຊຶ່ງຜູ້ກ່ຽວ ກຳລັງ ຍ່າງຢູ່ອ້ອມແອ້ມ ບໍລິເວນຈະຕຸລັດ Taksim ຂອງນະຄອນອິສຕັງບູລ. ມັນບໍ່ມີຄວາມ ຈະແຈ້ງວ່າ ວີດີໂອນີ້ ໄດ້ຖືກບັນທຶກໄວ້ ໃນເວລາໃດ. ກ່ອນໜ້ານີ້ ທາງການເທີກີ ໄດ້ ເຜີຍແບຮູບພາບໜຶ່ງ ທີ່ບໍ່ແຈ້ງປານໃດ ຂອງມືປືນຜູ້ຕ້ອງສົງໄສ ຊຶ່ງໄດ້ເອົາອອກມາ
ຈາກກ້ອງບັນທຶກພາບດ້ານຄວາມປອດໄພ.

ອົງການຂ່າວ Anadolu ຍັງໄດ້ລາຍງານ ໃນວັນພຸດມື້ນີ້ວ່າ ບັນດາເຈົ້າໜ້າທີ່ ໄດ້ ຄວບຄຸມໂຕ 5 ຄົນຕື່ມອີກ ທີ່ພົວພັນກັບການໂຈມຕີດັ່ງກ່າວນັ້ນ. ພວກຄົນທັງ 5 ນັ້ນ ໄດ້ຖືກສົງໄສວ່າ ເປັນສະມາຊິກຂອງກຸ່ມລັດອິສລາມ ແລະ ໄດ້ ນຳເອົາພວກເຂົາເຈົ້າ ມາຄວບຄຸມໄວ້ ຢູ່ໃນເມືອງ Izmir ຢູ່ທາງພາກຕາເວັນຕົກຂອງປະເທດ.

ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ໄດ້ສະແດງຄວາມເສຍໃຈ ໃນວັນ ອັງຄານວານນີ້ ໃນລະຫວ່າງ ການໂອ້ລົມທາງໂທລະສັບ ກັບຜູ້ນຳຂອງເທີກີ ທ່ານ Recep Tayyip Erdogan. ທຳນຽບຂາວ ກ່າວວ່າ ຜູ້ນຳທັງສອງ ໄດ້ຕົກລົງນຳກັນ
ວ່າ ເທີກີ ແລະ ສະຫະລັດ ຕ້ອງສືບຕໍ່ມີຈຸດຢືນທີ່ເປັນເອກະພາບ ເພື່ອຈະຜາບແພ້ ການກໍ່ການຮ້າຍນີ້. ທ່ານປະທານາທິບໍດີ ໂອບາມາ ຍັງໄດ້ຍົກຍ້ອງ ເທີກີ ທີ່ສືບຕໍ່ ພະຍາຍາມ ທຳງານຮ່ວມກັບ ທຸກພັກຝ່າຍຢູ່ໃນພາກພື້ນ ໃນການອຳນວຍຄວາມ
ສະດວກ ເພື່ອໃຫ້ມີຂໍ້ຕົກລົງຢຸດຍິງ ທົ່ວປະເທດ ໃນຊີເຣຍ ແລະ ການກັບຄືນມາ
ເຈລະຈາ ໃນດ້ານການເມືອງ ລະຫວ່າງ ລະບອບຂອງລັດຖະບານຊີເຣຍ ກັບ ກຸ່ມຝ່າຍຄ້ານ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG