ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກອງ​ທັບ ເທີ​ກີ ອ້າງວ່າ ເຂົາ​ເຈົ້າ​ພ​້ອມ​ທີ່​ຈະ ຕໍ່​ສູ້​ກັບ​ຊາວ ເຄີດ ໃນ ຊີ​ເຣຍ


ລົດ​ຖັງ​ຂອງກອງ​ທັບ​ບົກ ເທີ​ກີ ຂັບ​ໄປ​ປະ​ຈຳ​ຕຳ​ແໜ່ງ​ໃໝ່ ໃນຟາກ​ຂອງ ເທີ​ກີ ຢູ່ເຂດ​ຊາຍ​ແດນ​ລະ​ຫວ່າງ ເທ​ີ​ກີ ກັບ ຊີ​ເຣຍ. ແຂວງ ຊານ​ລີ​ເອີ​ຟາ, ພ​າກ​ຕ​າ​ເວັນ​ອອກ​ສຽງ​ໃຕ້​ຂອງ ເທີ​ກີ. 8 ຕຸ​ລາ, 2019.
ລົດ​ຖັງ​ຂອງກອງ​ທັບ​ບົກ ເທີ​ກີ ຂັບ​ໄປ​ປະ​ຈຳ​ຕຳ​ແໜ່ງ​ໃໝ່ ໃນຟາກ​ຂອງ ເທີ​ກີ ຢູ່ເຂດ​ຊາຍ​ແດນ​ລະ​ຫວ່າງ ເທ​ີ​ກີ ກັບ ຊີ​ເຣຍ. ແຂວງ ຊານ​ລີ​ເອີ​ຟາ, ພ​າກ​ຕ​າ​ເວັນ​ອອກ​ສຽງ​ໃຕ້​ຂອງ ເທີ​ກີ. 8 ຕຸ​ລາ, 2019.

ບັນ​ດາ​ເຈົ້າ​ໜ້າ​ທີ່ກອງ​ທັບ ເທີ​ກີ ກ່າວ​ວ່າ ກອງ​ກຳ​ລັງ​ຂອງ​ເຂົາ​ເຈົ້າ​ ແມ່ນ​ພ້ອມ​ແລ້ວ​ທີ່​
ຈະ​ເລີ່ມ​ການ​ບຸກ​ເຂົ້າ​ໄປ​ໃນ ຊີ​ເຣ​ຍ, ເຊິ່ງໄດ້​ມີ​ການ​ວາງ​ແຜນ​ມາ​ດົນ​ແລ້ວ​ນັ້ນ, ເພື່ອ
ກວາດ​ລ້າງກອງ​ກຳ​ລັງ​ຊາວ​ ເຄີດ ທີ່​ລັດ​ຖະ​ບານ ອັງ​ກາ​ຣາ ພິ​ຈາ​ລະ​ນາ​ວ່າ​ເປັນ​ພວກ​ກໍ່
​ການ​ຮ້າຍ, ແຕ່​ບັນ​ດາ​ປະ​ເທດ​ຕາ​ເວັນ​ຕົກ​ເຫັນ​ວ່າ ​ເປັນ​ຄູ່​ຮ່ວມ​ທີ່​ສຳ​ຄັນ​ໃນ​ການ​ຕໍ່​ສູ້​
ກັບ​ກຸ່ມ​ກໍ່​ການ​ຮ້າຍ​ລັດ​ອິ​ສ​ລາມ.

ກອງ​ທັບ ເທີ​ກີ ໄດ້​ຂຽນ​ໃນ​ທວິດ​ເຕີ​ ຕອນ​ແລງວັນ​ອັງ​ຄານ​ວານນີ້ວ່າ, ກອງ​ທັບ​ບົກ​ທີ່​
ສະ​ຫງ່າ​ຜ່າ​ເຜີຍ​ຂອງ​ພວກ​ເຮົາ​ ແມ່ນ​ພ້ອມ​ແລ້ວ​ ສຳ​ລັບ​ການ​ປະ​ຕິບັດ​ການ​ເຂດ​ປ້ອງ​
ກັນ​ຄວາມ​ປອດ​ໄພ, ໂດຍ​ສັນ​ຍາ​ທີ່​ຈະ​ຕໍ່​ສູ້​ກັບ​ສິ່ງ​ທີ່​ເຂົາ​ເຈົ້າ​ອະ​ທິ​ບາຍ​ວ່າ ນັກ​ກໍ່​ການ​
ຮ້າຍ​ຊາວ ເຄີດ, ພ້ອມ​ກັບກຸ່ມ​ລັດ​ອິ​ສ​ລາມ “ດ້ວຍ​ຄວາມ​ມຸ່ງ​ໝັ້ນ.”

ຜູ້​ອຳ​ນວຍ​ການ​ດ້ານ​ການ​ສື່​ສານ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ຣີ​ເຊັບ ໄຕ​ຢິບ ເອີ​ດູ​ອານ, ທ່ານ
ຟາ​ເຣັດ​ຕິນ ອາ​ລ​ຕຸນ ໄດ້​ຂຽນ​ໃນ​ບົດ​ບັນ​ນາ​ທິ​ການ​ຂອງ​ໜັງ​ສື​ພິມ​ວໍ​ຊິງ​ຕັນ ໂພ​ສ ວ່າ
ກອງ​ກຳ​ລັງ ເທີ​ກີ ໄດ້​ຮ່ວມ​ມື​ກັບ​ກອງ​ທັບ​ບົກ ຊີ​ເຣຍ ເສ​ລີ ແລະ ຈະ “ຂ້າມ​ເຂດ​ຊາຍ​
ແດນລະ​ຫວ່າງ ເທີ​ກີ ແລະ ຊີ​ເຣຍ ໃນ​ໄວໆ​ນີ້.”

ທ່ານ ອາ​ລ​ຕຸນ ໄດ້​ຮຽ​ກ​ຮ້ອງ​ໃຫ້​ປະ​ຊາ​ຄົມ​ນາ​ນາ​ຊາດ “ສະ​ໜັບ​ສະ​ໜູນ​ຄວາມ​ພະ​ຍາ
​ຍາມ​ສ້າງ​ສາ​ຄືນ ແລະ ສ້າງ​ຄວາມ​ໝັ້ນ​ຄົງ​ຂອງ ເທີ​ກີ,” ໄດ້​ກ່າວ​ວ່າ ຄວາມ​ມຸ່ງ​ໝາຍ​ພຽງ​
ອັນ​ດຽວ​ຂອງ ເທີ​ກີ ໃນ ຊີ​ເຣຍ ແມ່ນ​ເພື່ອ “ລົ​ບ​ລ້າງ​ໄພ​ຂົ່ມ​ຂູ່​ທີ່​ມີ​ມາ​ດົນ​ນານ​ຕໍ່​ປະ​ຊາ​ຊົນ
ເທີ​ກີ.”

ກອງ​ກຳ​ລັງ​ປະ​ຊາ​ທິ​ປະ​ໄຕ ຊີ​ເຣຍ ຫຼື SDF ທີ່​ໄດ້​ຮັບ​ການ​ໜູນຫຼັງ​ໂດຍ ສະ​ຫະ​ລັດ ໄດ້
​ປະ​ກາດ​ການ​ຮຽກ​ຮ້ອງ​ຂອງ​ເຂົາ​ເຈົ້າ​ເອງ ສຳ​ລັບ​ຜູ້​ທີ່​ມີ​ສ່ວນ​ຮ່ວມ​ໃນ​ພັນ​ທະ​ມິດ​ເພື່ອ
​ປາບ​ພວກ​ລັດ​ອິ​ສ​ລາມ ແລະ ປະ​ເທດ​ອື່ນໆ​ໃນ​ໂລກນັ້ນ​ ໃຫ້​ເຮັດ​ບາງ​ສິ່ງ​ບາງ​ຢ່າງ ​ເພື່ອ
ຫຼີກ​ລ່ຽງ​ໄພ​ພິ​ບັດດ້ານ​ມະ​ນຸດ​ສະ​ທຳ​ ໃນ​ພາກ​ເໜືອ​ຂອງ ຊີ​ເຣຍ.

ກອງ​ກຳ​ລັງ SDF ໄດ້​ກ່າວ​ວ່າ “ການ​ບົ່ງ​ບອກ​ທຸກ​ຢ່າງ, ຂໍ້​ມູນ​ໃນ​ສະ​ໜາມ ແລະ ການ​
ລວມ​ຕົວ​ຂອງ​ທະ​ຫານ​ໃນ​ເຂດ​ຊາຍ​ແດນ​ຟາກ ເທີ​ກີ ໄດ້​ຊີ້​ໃຫ້​ເຫັນ​ວ່າ ເຂດ​ຊາຍ​ແດນ​
ຂອງ​ພວກ​ເຮົາ​ຈະ​ຖືກ​ໂຈມ​ຕີ​ໂດຍ ເທີ​ກີ ໃນ​ການ​ຮ່ວມ​ມື​ກັບ​ຝ່າຍ​ຄ້ານ​ ຊີ​ເຣຍ ທີ່​ມີ​ສາຍ​
ພົວ​ພັນ​ກັບ ເທີ​ກີ. ການ​ໂຈມ​ຕີນີ້​ຈະ​ເຮັດ​ໃຫ້​ເລືອດ​ຂອງ​ພົນ​ລະ​ເຮືອນ​ທີ່​ບໍ​ລິ​ສຸດຫຼາຍ​ພັນ
​ຄົນ​ກະ​ຈາຍ​ໄປ​ທົ່ວ​ທຸກ​ບ່ອນ ເພາະ​ວ່າ​ເຂດ​ຊາຍ​ແດນ​ຂອງ​ພວກ​ເຮົາ​ແມ່ນ​ເຕັມ​ໄປ​ດ້ວຍ
​ຜູ້​ຄົນ.”

ເທີ​ກີ ໄດ້​ຕິດ​ຕັ້ງ​ເຄື່ອງ​ຍິງ​ຈະຫຼວດ ແລະ ປືນ​ໃຫຍ່​ໃສ່ຫຼາຍ​ຈຸດ​ຢູ່ ​ຕາມ​ເຂດ​ຊາຍ​ແດນ​
ໃນ​ວັນ​ອັງ​ຄານ​ວານນີ້. ບັນ​ດາ​ເຈົ້າ​ໜ້າ​ທີ່​ຊາວ ເຄີດ ໄດ້​ກ່າວ​ໃນ​ສື່​ສັງ​ຄົມ​ວ່າ ປືນ​ຄົກ​ບາງ​
ອັນ​ແມ່ນ​ໄດ້​ຖືກ​ໃຊ້ແລ້ວ, ລະ​ດົມ​ຍິງ​ໃສ່​ຕຳ​ແໜ່ງ​ຕ່າງໆ​ທີ່​ຖືກ​ໃຊ້​ໂດຍ ກອງ​ກຳ​ລັງ SDF
ໃກ້​ກັບ​ເມືອງ ຊີ​ເຣ ຄາ​ນີເຢ, ໃກ້​ກັບ​ເຂດ​ຊາຍ​ແດນ ເທີ​ກີ.

ກອງ​ກຳ​ລັງ SDF ໄດ້​ກ່າວ​ວ່າ ບໍ່​ມີ​ຜູ້​ບາດ​ເຈັບຫຼື​ເສຍ​ຊີ​ວິດ ແລະ ເຂົາ​ເຈົ້າ​ກໍ​ບໍ່​ໄດ້​ຕອບ
​ໂຕ້, ແລະ ເອີ້ນ​ການ​ໂຈມ​ຕີ​ນັ້ນ​ວ່າ “ບໍ່​ມີ​ເຫດ​ຜົນ.”

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG