ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ເທີກີ ເຕືອນວ່າ ຈະຍິງ ຕອບໂຕ້ ໜັກກວ່າເກົ່າ ຖ້າຊີເຣຍ ຍິງໃສ່ຕົນອີກ (ສະໄລດ໌)


ກອງທັບເທີກີ ຕຽມຍິງຕອບໂຕ້ ຊີເຣຍ
ກອງທັບເທີກີ ຕຽມຍິງຕອບໂຕ້ ຊີເຣຍ
ຜູ້​ບັນຊາ​ການ​ກອງທັບ​ເທີ​ກີ ກ່າວ​ວ່າ ທະຫານ​ຂອງ​ຕົນ​ຈະທໍາ​ການ​ຕອບ​ໂຕ້​ດ້ວຍ​ກຳລັງ​ທີ່​ໜັກ​ຂຶ້ນກວ່າ​ເກົ່າ​ຖ້າ​ການ​ຍິງ​ໂຈມ​ຕີ​ຂ້າມ​ຊາຍ​ແດນຈາກ​ຊີ​ເຣຍ ຍັງ​ດໍາ​ເນີນ​ຕໍ່​ໄປຢູ່​ນັ້ນ.

ນາຍພົນ​ Necdet Ozel ​ໄດ້​ອອກ​ຄໍາ​ເຕືອນ​ດັງ​ກ່າວ​ເມື່ອ​ວັນ​ພຸດ​ມື້​ນີ້ ​ໃນ ລະຫວ່າງ​ການ​ຢ້ຽມຢາມເມືອງ Akcakale ຢູ່​ເຂດ​ຊາຍ​ແດນ​ຂອງ​ເທີ​ກີ ບ່ອນ​ທີ່ການ​ລະດົມ​ຍິງ​ຂ້າມ​ຊາຍ​ແດນ​ຈາກຊີ​ເຣຍ ​ຍັງ​ຜົນ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ຫ້າ​ຄົນ​ເມື່ອ​ອາທິດ​ຜ່ານ​ມາ​ນີ້.

​ເທີ​ກີ​ໄດ້​ຕອບ​ໂຕ້​ຕໍ່​ການ​ໂຈມ​ຕີຂອງ​ຊີ​ເຣຍ ດ້ວຍການ​ຍິງ​ປືນ​ໃຫຍ່່​ແກ້​ແຄ້ນ ​ເປັນ​ເວລາ​ຫົກ​ມື້.

ທ່ານ ພັນ ຄີ​ມູນ ​ເລຂາທິການ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ​ໄດ້​ສະ​ແດງ​ ຄວາ​ມ​ເປັນ​ຫ່ວງ​ທີ່​ສຸດ​ໃນ​ຕົ້ນ​ອາທິດ​ນີ້ ກ່ຽວ​ກັບ​ຂໍ້​ຂັດ​ແຍ້​ງທີ່​ກໍາລັງ​ເພີ່ມທະ ວີ​ຂຶ້ນນັບ​ມື້​ ຢູ່​ຕາມ​ເຂດ​ຊາຍ​ແດນ​ຊີ​ເຣຍ-​ເທີ​ກີ​ນັ້ນ.

​ໃນ​ຂະນະ​ດຽວ​ກັນ ບັນດາ​ເຈົ້າໜ້າ​ທີ່​ສະຫະລັດ ກ່າວ​ວ່າ ກອງທັບ​ໄດ້​ສົ່ງ​ໄດ້​ສົ່ງໜ່ວຍງານພິ​ເສດ ທີ່​ປະກອບ​ດ້ວຍ​ຜູ້​ວາງ​ແຜນ​ແລະ​ຊ່ຽວຊານ 150 ຄົນ ​ໄປ​ຍັງ​ປະ​ເທດ​ຈໍແດນ ​ເພື່ອ​ຊ່ວຍ​ຮັບ​ມືກັບ​ພວກ​ອົບພະຍົບຊີ​ເຣຍທີ່​ມີ​ຈຳນວນເພີ່ມ​ຂຶ້ນນັ້ນ. ນອກ​ນີ້​ແລ້ວ​ຄະນະ​ໜ່ວຍ​ງານ​ພິ​ເສດຍັງ​ຕຽມ​ການ​ສໍາ ລັບ​ເຫດ​ການ​ປ່ຽ​ນ​ແປງ​ອື່ນໆ​ທີ່​ອາດເກີດ​ຂຶ້ນ​ໄດ້ ​ໂຮມ​ທັງການຂັດ​ແຍ້​ງທີ່​ແຜ່​ລາມ​ກວ້າງຂວາງ​ອອກ​ໄປ ​ແລະ​ຄວາມເປັນ​ໄປ​ໄດ້​ວ່າ ​ຊີ​ເຣຍຈະ​ສູນ​ເສຍ​ການ​ຄຸ້ມ​ຄອງ​ອາ​ວຸດ​ເຄມີຂອງ​ຕົນ​ໄປ.

​ໜ່ວຍ​ງານ​ພິ​ເສດ​ດັ່ງກ່າວນີ້ ​ໄດ້​ຕັ້ງ​ສູນ​ປະຕິບັດການ​ທີ່​ຄ້າຍ​ທະຫານ​ແຫ່ງ​ນຶ່ງ​ທາງ​ພາກ​ເໜືອ​ຂອງ​ນະຄອນຫຼວງ​ອໍ​າມານ​ຂອງ​ຈໍ​ແດນ. ໜັງສືພິມ​ນີວ ຢ໊ອກທາມ​ສ໌ ລາຍ​ງານ​ວ່າ ການ​ປະຕິບັດ​ງານ​ຂອງ​ໜ່ວຍ​ງານ​ພິ​ເສດ​ເລີ່​ມ ຂຶ້ນຫຼັງຈາກ​ສະຫະລັດ​ໄດ້​ຈັດ​ການ​ຊ້ອມ​ລົບຂຶ້ນ​ໃນ​ປະ​ເທດ​ຈໍ​ແດນ​ໃນ​ເດືອນ ພຶດສະພາ​ຜ່ານ​ມາ ທີ່​ປະກອບ​ດ້ວຍ​ກໍາລັງ​ທະຫານ​ຈາກ 19 ປະ​ເທດ​ນັ້ນ.

ເບິ່ງສະໄລດ໌ ກ່ຽວກັບສະພາບເສດຖະກິດ ຂອງຊີເຣຍ

XS
SM
MD
LG