ສື່ມວນຊົນຂອງທາງການເທີກີ ກ່າວວ່າ ຕຳຫລວດໄດ້ບຸກເຂົ້າໄປ ໃນ 44 ບໍລິສັດຢູ່ໃນນະຄອນ Istanbul ໃນວັນອັງຄານມື້ນີ້ທີ່ພົວພັນກັບຄວາມພະຍາຍາມເຮັດລັດຖະປະ ຫານ ທີ່ປະສົບຄວາມລົ້ມແຫລວໃນເດືອນແລ້ວນີ້.
ອົງການຂ່າວ Anadolu ກ່າວວ່າ ໄດ້ມີການອອກໝາຍຈັບ ຜູ້ບໍລິຫານ 120 ບໍລິສັດ ໂດຍ ກ່າວຫາເຂົາເຈົ້າວ່າ ໃຫ້ການສະໜັບສະໜຸນດ້ານການເງິນແກ່ນັກ ສອນສາສະໜາອິສ ລາມ ທ່ານ Fethullah Gulen ທີ່ລີ້ໄພຢູ່ໃນສະຫະລັດ.
ລັດຖະບານປະທານາທິບໍດີເທີກີ ທ່ານ Recep Tayyip Erdogan ກ່າວວ່າ ທ່ານ Gulen ຢູ່ເບື້ອງຫລັງການເຮັດລັດຖະປະຫານໃນວັນທີ 15 ກໍລະກົດທີ່ຜ່ານມາ ແລະໄດ້ເຮັດໃຫ້ຫລາຍກວ່າ 240 ຄົນເສຍຊີວິດ.
ບັນດາເຈົ້າໜ້າທີ່ໄດ້ກັກຂັງຫລາຍກວ່າ 35,000 ຄົນໃນການປາບປາມທີ່ຮວມ ທັງ ໄລ່ບັນດາເຈົ້າໜ້າທີ່ອອກຈາກກອງທັບເທິກີ ກະຊວງຍຸຕິທຳ ແລະລະບົບການສຶກສາ.
ໃນວັນຈັນວານນີ້ ຕຳຫລວດໄດ້ຈັບ 136 ຄົນໃນການບຸກເຂົ້າໄປກວດຄົ້ນ ສານ ຕ່າງໆໃນນະຄອນ Istanbul.
ທ່ານ Gulen ທີ່ລີ້ໄພຢູ່ສະຫະລັດ ໄດ້ປະຕິເສດວ່າ ທ່ານບໍ່ມີສ່ວນພົວພັນໃດໆ ໃນຄວາມພະຍາຍາມເຮັດລັດຖະປະຫານ. ເທິກີໄດ້ຮຽກຮ້ອງໃຫ້ສະຫະລັດສົ່ງໂຕທ່ານ Gulen ໃຫ້ຕົນ ໂດຍທັນທີ.