ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ກຸ່ມຊາວ​ເທີ​ກີ​ຫົວ​ຮຸນ​ແຮງ​ ເປັນຜູ້ໂຈມຕີ ສະຖານທູດ​ ສຫລ (ສະໄລດ໌)


ທ່ານ Francis J. Ricciardone (ທີ່ສາມຈາກຊ້າຍ) ພ້ອມພັນລະຍາ
ຂະນະໄປສົ່ງສະການຄົນຍາມສະຖານທູດສະຫະລັດຊາວເທີກີ ທີ່ຖືກ
ສັງຫານຈາກເຫດການລະເບີດ
ທ່ານ Francis J. Ricciardone (ທີ່ສາມຈາກຊ້າຍ) ພ້ອມພັນລະຍາ ຂະນະໄປສົ່ງສະການຄົນຍາມສະຖານທູດສະຫະລັດຊາວເທີກີ ທີ່ຖືກ ສັງຫານຈາກເຫດການລະເບີດ
ກຸ່ມຊາວ​ເທີ​ກີ​ຫົວ​ຮຸນ​ແຮງ​ທີ່​ນິຍົມ​ລັດທິມາກສ໌ ​ໄດ້​ອ້າງ​ເອົາ​ຄວາມ​ຮັບຜິດຊອບ ສໍາລັບ​ການ​ວາງລະ​ເບີດ​ສະຫຼະຊີບ​ເມື່ອ​ວັນ​ສຸກ​ຜ່ານ​ມາ ຕໍ່ສະຖານ ທູດ​ສະຫະລັດ ທີ່​ນະຄອນ ຫຼວງ Ankara ທີ່​ໄດ້​ສັງຫານ​ຄົນ​ຍາມ​ຊາວ​ເທີ​ກີ ນຶ່ງ​ຄົນ.

​ໃນ​ຄໍາຖະ​ແຫຼງທີ່​ນໍາ​ອອກ​ເຜີຍ​ແຜ່​ທາງ​ເວັບ​ໄຊ້​ເມື່ອ​ວັນ​ເສົາ​ວານ​ນີ້ ກຸ່ມ​ແນວ​ໂຮມປົດ​ປ່ອຍ ປະ​ຊາ​ຊົນປະຕິວັດ ຫຼື DHKP-C ​ເອີ້ນ​ສະຫະລັດ​ວ່າ​ ເປັນ​ຄາດ​ຕະກອນ​ປະຊາຊົນ​ຂອງ​ໂລກ.

ກຸ່ມ​ຫົວ​ຮຸນ​ແຮງ​ດັ່ງກ່າວ​ເວົ້າ​ວ່າ ນັກ​ລົບ​ຜູ້​ກ້າຫານ​ຂອງ​ຕົນ​ໄດ້​ທໍາ​ການສະ ຫຼະຊີບ​ຕົນ​ເອງ ​ແລະໄດ້​ລະບຸມື​ລະ​ເບີດ​ສະຫຼະຊີ​ບວ່າ ຊື່ Alisan Sanli ພ້ອມ​ທັງ​ໄດ້​ເອົາ​ຮູບ​ຂອງ​ຜູ້ກ່ຽວທີ່​ຖື​ອາວຸດ ລົງ​ໃນ​ເວັບ​ໄຊ້ນໍາ.

ອົງການ​ຂ່າວ​ຕ່າງໆ​ຂອງ​ເທີ​ກີ​ເວົ້າ​ວ່າ ເຈົ້າໜ້າ​ທີ່ໄດ້​ກັກ​ຂັງ​ສາມ​ຄົນ​ທີ່ພົວພັນ​ ກັບ​ເຫດການໂຈມ​ຕີ​ດັ່ງກ່າວ ​ແລະ​ວ່າ​ທັງ​ສາມ​ຄົນຖືກ​ຕໍາຫຼວດຈັບ​ໃນ​ລະຫວ່າງ​ການ​ປະຕິບັດ​ການ​ຢູ່​ນະຄອນຫລວງອັງ​ຄາ​ຣາ ​ແລະ​ເມືອງ​ອີສຕັນ​ບູລ.




​ເມື່ອ​ວັນ​ສຸກ​ຜ່ານ​ມາ​ນີ້ ​ເຈົ້າໜ້າ​ທີ່​ເທີ​ກີ​ເວົ້າ​ວ່າ​ ພວກ​ເຂົາ​ເຈົ້າສົງໄສ​ວ່າ​ ກຸ່ມ​ຫົວຮຸນ​ແຮງນິ ຍົມ​ຊ້າຍດັ່ງກ່າວ ມີ​ການ​ເຊື່ອມ​ໂຍງ​ກັບ​ເຫດ​ລະ​ເບີດສະຫຼະ ຊີບ​ຄັັ້ງນີ້ ​ທີ່​ໄດ້​ເຮັດ​ໃຫ້​ Didem Tuncay ນັກ​ອ່ານຂ່າວ​ໂທລະພາບ ຍິງຊາວ​ເທີ​ກີ ​ທີ່​ມີ​ຊື່​ສຽງ ​ໄດ້​ຮັບ​ບາດ​ເຈັບ​ນໍາ​ດ້ວຍ.

ສະຫະລັດ​ແລະ​ສະຫະພາບ​ຢູ​ໂຣບ ​ໄດ້​ໝາຍກາກຸ່ມ DHKP-C ວ່າ​ເປັນ ອົງການ​ກໍ່​ການ​ຮ້າຍ.​ ​ເຊື່ອ​ກັນ​ວ່າ ກຸ່ມ​ດັ່ງກ່າວທີ່ຄັດຄ້ານ​ຢ່າງ​ແຂງ​ຂັນ ຕໍ່ການ​ມີອິດ​ທິພົນ​ຂອງ​ສະຫະ​ລັດ​ຕໍ່​ນະ​ໂ​ຍບາຍ​ຕ່າງປະ​ເທດ​ຂອງ​ເທີ​ກີນັ້ນ ​ ​ເປັນ​ຜູ້​ຮັບຜິດຊອບ​ ສໍາລັບການ​ໂຈມ​ຕີຫຼາຍໆບັ້ນ ຕິດ​ຕໍ່​ກັນ ​ໃນ​ໄລຍະຫຼາຍ ສິບປີຜ່ານມາ.
XS
SM
MD
LG