ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ເງິນລີຣາ ຂອງເທີກີ ຕົກລາຄາ ຢ່າງໜັກ ຂະນະທີ່ ສຫລ ຂຶ້ນພາສີ ເຫຼັກກ້າ ແລະ ອາລູມີນຽມ ຂອງເທີກີ


ຮອງລັດຖະມົນຕີວ່າການຕ່າງປະເທດ ຂອງເທີກີ ທ່ານ ເຊດາດ ໂອນາລ, ຂວາ, ຈັບມືກັບ ເຈົ້າໜ້າທີ່ພິທີການທູດ ຂອງກະຊວງ ການຕ່າງປະເທດ ສະຫະລັດ ຫຼັງຈາກທີ່ໄດ້ພົບປະ ກັບ ທ່ານ ຈອນ ຊູລລີວັນ ຮອງລັດຖະມົນຕີ ວ່າການຕ່າງປະເທດ ສະຫະລັດ ຢູ່ທີ່ກະຊວງການຕ່າງປະເທດ ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 8 ສິງຫາ 2018.
ຮອງລັດຖະມົນຕີວ່າການຕ່າງປະເທດ ຂອງເທີກີ ທ່ານ ເຊດາດ ໂອນາລ, ຂວາ, ຈັບມືກັບ ເຈົ້າໜ້າທີ່ພິທີການທູດ ຂອງກະຊວງ ການຕ່າງປະເທດ ສະຫະລັດ ຫຼັງຈາກທີ່ໄດ້ພົບປະ ກັບ ທ່ານ ຈອນ ຊູລລີວັນ ຮອງລັດຖະມົນຕີ ວ່າການຕ່າງປະເທດ ສະຫະລັດ ຢູ່ທີ່ກະຊວງການຕ່າງປະເທດ ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 8 ສິງຫາ 2018.

ທຳນຽບຂາວ ໄດ້ອອກຖະແຫຼງການສະບັບນຶ່ງ ໃນຕອນຄ່ຳວັນສຸກວານນີ້ ໂດຍປະກາດ
ການເກັບພາສີຢ່າງເປັນທາງການ ສອງທົບ ຕໍ່ເຫຼັກກ້າຂອງເທີກີ ຊຶ່ງກຳນົດຈະມີຜົນບັງ
ຄັບໃຊ້ ໃນວັນຈັນ ຈະມາເຖິງນີ້.

ກ່ອນໜ້ານັ້ນ ໃນວັນສຸກວານນີ້ ສະກຸນເງິນລີຣາຂອງເທີກີ ໄດ້ຕົກລາຄາຢ່າງໜັກ ພາຍ
ໃນນຶ່ງວັນ ໃນຮອບສິບປີ ຫຼັງຈາກທີ່ ປະທານາທິບໍດີ ດໍໂນລ ທຣຳ ໄດ້ປະກາດວ່າ
ສະຫະລັດ ຈະຂຶ້ນພາສີຕໍ່ໂລຫະຕ່າງໆ ຈຶ່ງໄດ້ກະຕຸ້ນໃຫ້ ຄວາມໝັ້ນໃຈ ຂອງຜູ້ລົງທຶນ
ນັ້ນ ຫລຸດລົງທັນທີ.

ທ່ານ ທຣຳ ໄດ້ປະກາດການເກັບພາສີສອງທົບ ຕໍ່ ອາລູມີນຽມ ແລະ ເຫຼັກກ້າ ຢູ່ໃນ
ທວີດເຕີ ເມື່ອຕອນເຊົ້າວັນສຸກວານນີ້ ໂດຍອ້າງເຖິງ ຄວາມເຄັ່ງຕຶງ ໃນຄວາມສຳພັນ
ລະຫວ່າງສອງຝ່າຍ.

ທ່ານ ທຣຳ ໄດ້ຂຽນລົງທວີດເຕີ ວ່າ “ສາຍສຳພັນຂອງພວກເຮົາ ກັບເທີກີ ແມ່ນ ບໍ່
ຄ່ອຍດີ ໃນເວລານີ້!”

ຜູ້ແລກປ່ຽນເອົາເງິນລີຣາຂອງເທີກີ ກຳລັງນັບເງິນ ຢູ່ທີ່ສຳນັກງານແລກປ່ຽນເງິນຕາຕ່າງປະເທດ ໃນນະຄອນ ອິສຕານບູລ, ວັນທີ 2 ສິງຫາ 2018.
ຜູ້ແລກປ່ຽນເອົາເງິນລີຣາຂອງເທີກີ ກຳລັງນັບເງິນ ຢູ່ທີ່ສຳນັກງານແລກປ່ຽນເງິນຕາຕ່າງປະເທດ ໃນນະຄອນ ອິສຕານບູລ, ວັນທີ 2 ສິງຫາ 2018.

ຄວາມສຳພັນ ລະຫວ່າງປະເທດທັງສອງໄດ້ເຄັ່ງຕຶງຂຶ້ນ ໃນຂະນະທີ່ວໍຊິງຕັນ ພວມຊຸກຍູ້
ໃຫ້ ອັງກາຣາ ປ່ອຍໂຕ ທ່ານ ແອນດຣູ ບຣັນສັນ. ຄຸນພໍ່ຊາວອາເມຣິກັນ ທີ່ໃນເວລານີ້
ຖືກກັກບໍລິເວນ ໃນຂໍ້ກ່າວຫາ ກໍ່ການຮ້າຍ. ທຳນຽບຂາວ ບໍ່ໄດ້ໃຫ້ ຄວາມສຳຄັນ ຕໍ່ຂໍ້
ກ່າວຫາດັ່ງກ່າວ ໂດຍຖືວ່າ ເປັນການກ່າວຫາ ທີ່ບໍ່ມີມູນຄວາມຈິງ ແລະ ໄດ້ກ່າວຫາ
ອັງກາຣາ ວ່າ ເອົາທ່ານ ບຣັນສັນ ເປັນໂຕປະກັນ. ເທີກີ ຢາກໃຫ້ ທ່ານ ບຣັນສັນ ຂຶ້ນ
ສານດຳເນີນຄະດີ.

ຄວາມຂັດແຍ້ງ ກ່ຽວກັບ ທ່ານ ບຣັນສັນ ໄດ້ກໍ່ໃຫ້ເກີດການຕົກລາຄາຢ່າງໜັກ ຂອງເງິນ
ຕາເທີກີ ໃນຂະນະທີ່ ພວກນັກລົງທຶນ ຢ້ານວ່າ ສະຫະລັດ ຈະວາງມາດຕະການລົງໂທດ
ດ້ານການເງິນ. ໃນຕະຫລອດອາທິດນີ້ ເງິນລີຣາຂອງເທີກີ ໄດ້ຕົກຢູ່ພາຍໃຕ້ຄວາມກົດ
ດັນ ເພີ້ມໃສ່ກັບຄວາມລົ້ມແຫຼວ ໃນການເຈລະຈາທາງດ້ານການທູດ ຢູ່ທີ່ ວໍຊິງຕັນ ໃນ
ສັບປະດານີ້.

ຄວາມອົດທົນຂອງສະຫະລັດ ກັບເທີກີ ນັ້ນ ແມ່ນເຫັນໄດ້ວ່າ ໄດ້ໝົດລົງແລ້ວ ອີງຕາມ
ການກ່າວຂອງບັນດານັກຊ່ຽວຊານ.

ນັກວິເຄາະດ້ານການເມືອງ ທ່ານ ອາທີລລາ ເຢຊີລາດາ ຈາກບໍລິສັດ ທີ່ປຶກສາ ດ້ານ
ທຸລະກິດ Global Source Partners ກ່າວວ່າ “ພວກທີ່ມີບົດບາດ ທັງຫຼາຍ ຢູ່ໃນ
ແວດວົງ ວໍໍຊິງຕັນ ຄິດວ່າ ມັນເປັນເລື້ອງງ່າຍນັ້ນ ແມ່ນບໍ່ໄດ້ຜົນເລີຍ ກັບເທີກີ
ເຊິ່ງມັນເປັນເລື້ອງຍາກ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG