ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເທີກີ ເຕືອນ ສຫລ ເຖິງຜົນກະທົບທີ່ຈະຕິດຕາມມາ ຖ້າບໍ່ຕອບສະໜອງ ຂໍ້ສະເໜີ​ເນລະເທດ ​ອະດີດ​ imam

Turkey
please wait
Embed

No media source currently available

0:00 0:02:11 0:00

ຂະນະນີ້ຜູ້ແທນສະພາຊຸດນຶ່ງຂອງ​ເທີ​ກີ ຢູ່​ນະຄອນຫຼວງ ວໍ​ຊີງ​ຕັນ​ເພື່ອ​ກົດ​ດັນ​ໃຫ້ ​ບັນດາເຈົ້າ​ໜ້າ​ທີ່ສະຫະລັດ ​ຮັບ​ເອົາ​ຂໍ​ສະ​ເໜີ ຂອງ​ Ankara ໃຫ້​ເນລະເທດ ​ອະດີດ​ imam ຫຼືນັກສອນ ສາສະໜາ ທີ່​ຖືກ​ກ່າວ​ວ່າ ວ່າ​ເປັນ​ຜູ້​ທີ່ຢູ່​ເບື້ອງ​ຫຼັງວາງ​ແຜນ​ກໍ່​ລັດຖະປະຫານ ຄັ້ງ​ຫຼ້າ​ສຸດ​ໃນ ປະເທດລະຫວ່າງຢູໂຣບແລະເອເຊຍແຫ່ງນັ້ນ.

“ພວກ​ເຮົາ​ຢາກ​ເຫັນສະຫະລັດ​ເອົາ​ບາດກ້າວ​ທີ່​ຈິງ​ຈັງ” ຕ້ານ​ທ່ານ Fathullah Gulen ​ແລະ ​ໃນການກະທຳຕາມ ຄຳສະ​ເໜີໃຫ້ມອບ​ຕົວ​ບຸກຄົນດັ່ງກ່າວ “ໃຫ້​ຄວບ​ຄຸມ​ຕົວລາວ ຫຼື ​ກີດກັນ​ກິດຈະກຳ​ຕ່າງໆ​ຂອງ​ລາວ” ​ຢູ່ແຜ່ນດິນສະຫະລັດ ຕາມ​ຄຳ​ບອກ​ກ່າວ​ຕໍ່ VOA ຂອງທ່ານ Kamil Aydin ສະມາຊິກ​ສະພາຈາກ​ພັກຂະບວນການຂະນະ​ຊາດ​ ທີ່​ນິຍົມ​ຝ່າຍຂວາ ຫຼື (MHP).

ທ່ານ Taha Ozhan, Ozhan ສະມາຊິກສະພາຈາກພັກ ຍຸຕິທຳແລະການພັດທະນາ ຫຼື (AKP) ພົບປະກັບເຈົ້າໜ້າທີ່ສະຫະລັດ ທີ່ນະຄອນຫຼວງ ວໍຊີງຕັນ, 1 ສິງຫາ, 2016. (S. Herman/VOA)
ທ່ານ Taha Ozhan, Ozhan ສະມາຊິກສະພາຈາກພັກ ຍຸຕິທຳແລະການພັດທະນາ ຫຼື (AKP) ພົບປະກັບເຈົ້າໜ້າທີ່ສະຫະລັດ ທີ່ນະຄອນຫຼວງ ວໍຊີງຕັນ, 1 ສິງຫາ, 2016. (S. Herman/VOA)

ທ່ານ​ແລະສະມາຊິກ​ສະພາ ​ເທີ​ກີອີກ 3 ທ່ານ ​ໄດ້​ພົບ​ປະ​ກັບ​ເຈົ້າ​ໜ້າ​ທີ່​ສະຫະລັດ ທີ່​ກະຊວງ​ຍຸຕິທຳ ​ໃນ​ວັນ​ຈັນ​ວານ​ນີ້ ກ່ອນທີ່​ຈະໂອ້​ລົມ​ສົນທະນາຕໍ່​ໄປ ທີ່ກະຊວງ​ຮັກສາ​ຄວາມ​ປອດ​ໄພ​ພາຍ​ໃນ ​ແລະ​ກະຊວງ​ການ​ຕ່າງປະ​ເທດ​ຂອງ​ສະຫະລັດ.

ການ​ພົບ​ປະກັນ​ໃນກະຊວງ​ຍຸຕິ​ທຳ ​ໄດ້ເປັນ “ການ​ຮ່ວມ​ມື​ກັນ​ເປັນ​ຢ່າງ​ດີ” ຊຶ່ງ​ຜູ້ນຳ​ຄະນະ ຜູ້ແທນ​ເທີ​ກີ ທ່ານ Taha Ozhan ຊຶ່ງ​ເປັນ​ປະທານ​ຂອງ​ຄະນະ​ກຳມາທິການ ​ການ​ພົວພັນ​ ​ຕ່າງ​ປະ​ເທດ ​ຂອງສະພາເທີ​ກີ.

ຂະນະນີ້ຜູ້ແທນສະພາຊຸດນຶ່ງຂອງເທີກີ ຢູ່ນະຄອນຫຼວງ ວໍຊີງຕັນ ໂອ້ລົມສົນທະນາກັບບັນດາເຈົ້າໜ້າທີ່ສະຫະລັດ ກ່ຽວກັບ ຂໍ້ສະເໜີມອບຕົວທ່ານ Fethullah Gulen ໃຫ້ເທີກີ ທີ່ສະຖານເອກອັກຄະລັດຖະທູດເທີກີ ໃນນະຄອນຫຼວງ Washington, 1 ສິງຫາ, 2016. (S. Herman/VOA)

ທ່ານ Ozhan ສະມາຊິກ​ສະພາ​ຈາກ​ພັກ ຍຸຕິ​ທຳ​ແລະ​ການ​ພັດທະນາ ຫຼື (AKP) ຜູ້ຊຶ່ງ​ເປັນ​ຄົນ​ລິ​ເລີ້ມ​ຮ່ວມ ກັບ​ປະທານາທິບໍດີ ທ່ານ Tayyip Erdogan ​ເຕືອນ​ເຖິງຜົນ​ທີ່​ຈະ​ຕາມ​ມາ​ຢ່າງ​ຈິງ​ຈັງ ຕໍ່​ສາຍ​ພົວພັນ​ລະຫວ່າງ​ສະຫະລັດ ກັບ​ເທີ​ກີ ​ແລະ​ການ​ຕໍ່ສູ້​ຕ້ານ​ກຸ່ມ​ກໍ່​ການ​ຮ້າຍ​ໃນ​ທົ່ວ​ໂລກ ຖ້າ​ຫາກ​ວ່າ ສະຫະລັດ ບໍ່​ຕອບສະໜອງຂໍ​ສະ​ເໜີ​ມອບ​ຕົວ​ໃຫ້​ເທີ​ກີ.

​ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG