ເຈົ້າໜ້າທີ່ສືບສວນຂອງເທີກີ ໄດ້ຄົ້ນສະຖານກົງສຸນຊາອຸດີ ອາຣາເບຍແລະບ້ານພັກກົງສຸນໃຫຍ່ ທີ່ຕັ້ງຢູ່ໃກ້ຄຽງ ໃນນະຄອນອິສຕັນບູລ ໃນວັນພະຫັດມື້ນີ້ ຖານເຊື່ອມໂຍງກັບການຫາຍຕົວໄປຂອງທ່ານຈາມາລ ຄາຊອກກີ ນັກຂ່າວຊາອຸດີທີ່ອາໄສຢູ່ໃນສະຫະລັດນັ້ນ.
ຄະນະສືບສວນຂອງເທີກີ ໄດ້ເຂົ້າໄປໃນສະຖານກົງສຸນຊາອຸດີ ມາແລ້ວເທື່ອນຶ່ງ ໃນວັນຈັນຜ່ານມາ ເພື່ອຄົ້ນຫາຮ່ອງຮອຍວ່າ ແມ່ນຫຍັງໄດ້ເກີດຂຶ້ນກັບທ່ານຄາຊອກກີ ຫຼັງຈາກຜູ້ກ່ຽວໄດ້ເຂົ້າໄປໃນກົງສຸນ ເມື່ອວັນທີ 2 ຕຸລາຜ່ານມາ.
ທ່ານຄາຊອກກີ ຜູ້ຕ້ອງຕິລັດຖະບານທີ່ເປັນນັກຂ່າວໃຫ້ໜັງສືພິມວໍຊິງຕັນໂພສທ໌ນັ້ນ ໄດ້ຫາຍຕົວໄປນັບແຕ່ມື້ນັ້ນມາ.
ເຈົ້າໜ້າທີ່ເທີກີກ່າວວ່າ ສາຍລັບຂອງຊາອຸດີ ໄດ້ຂ້າ ແລະກໍຕັດຕົນໂຕຂອງທ່ານ ຄາຊອກກີເປັນຕ່ອນໆ ໃນຂະນະທີ່ຊາອຸດີກ່າວວ່າ ລາວໄດ້ຍ່າງອອກໄປຈາກກົງສຸນດ້ວຍຕົວລາວເອງ. ປະເທດທັງສອງ ຕ່າງກໍບໍ່ໄດ້ນຳສະເໜີຫຼັກຖານເພື່ອໃຫ້ການສະໜັບສະໜຸນແກ່ການກ່າວອ້າງຂອງຕົນ.
ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ ໄມຄ໌ ພອມພຽວ ໄດ້ເດີນທາງໄປພົບປະກັບພວກຜູ້ນຳທັງຂອງປະເທດຊາອຸດີ ອາຣາເບຍ ແລະຂອງເທີກີເພື່ອສະແດງຄວາມເປັນຫ່ວງກ່ຽວກັບຄະດີນີ້ ແລະຄວາມປະສົງຂອງປະທານາທິບໍດີດໍໂນລ ທຣຳ ທີ່ຢາກຮູ້ຈັກວ່າແມ່ນຫຍັງແທ້ໄດ້ເກີດຂຶ້ນ.
ມີກຳນົດວ່າທ່ານພອມພຽວຈະລາຍງານໃຫ້ປະທານາທິບໍດີທຣຳຊາບຢູ່ທີ່ທຳນຽບຂາວໃນຕອນເຊົ້າວັນພະຫັດມື້ນີ້.
ທ່ານທຣຳກ່າວໃນວັນພຸດວານນີ້ວ່າ ທ່ານຕ້ອງການຢາກເຫັນວີດີໂອແລະສຽງບັນທຶກຂອງພວກເຈົ້າໜ້າທີ່ສືບລັບຈາກເທີກີ “ຖ້າຫາກມັນມີແທ້.”
ການຮຽກຮ້ອງຂອງທ່ານ ມີຂຶ້ນໃນຂະນະທີ່ທ່ານສະແດງການສະໜັບສະໜຸນຕໍ່ຊາອຸດີ ອາຣາເບຍ ພັນທະມິດມາເປັນເວລາດົນນານຂອງສະຫະລັດແລະກ່າວວ່າ ທ່ານຄາດວ່າການສືບສວນກ່ຽວກັບການຫາຍສາບສູນຂອງທ່ານຄາຊອກກີຈະເສັດສິ້ນລົງພາຍໃນທ້າຍອາທິດນີ້.
ເມື່ອມີການຖາມວ່າ ທ່ານຈະເຮັດຫຍັງ ຖ້າຫາກພວກເຈົ້າໜ້າທີ່ສືບສວນຂອງຊາອຸດີພົບວ່າ ຜູ້ນຳຂອງຊາອຸດີ ກະສັດຊາລມານ ແລະອົງມົງກຸດຣາຊະກຸມມານ ເຈົ້າຟ້າຊາຍໂມຮຳເມັດ ບິນ ຊາລມານ ເປັນຜູ້ຮັບຜິດຊອບໃນເລື້ອງນີ້ ທ່ານທຣຳໄດ້ກ່າວໃນການໃຫ້ສຳພາດ ຕໍ່ໂທລະພາບຟັອກສ໌ທຸລະກິດວ່າ “ດີແລ້ວ ຂ້າພະເຈົ້າຫວັງວ່າ ພວກເຮົາຈະຢູ່ໃນຂ້າງທີ່ດີ ຂອງສຳມະການ.”
ທ່ານທຣຳ ເວົ້າວ່າ “ທ່ານຄົງຮູ້ດີ ພວກເຮົາຕ້ອງການຊາອຸດີ ອາຣາເບຍ ເມື່ອເວົ້າເຖິງການຕໍ່ສູ້ກັບພວກກໍ່ການຮ້າຍ ທຸກຢ່າງທີ່ກຳລັງເກີດຂຶ້ນຢູ່ໃນອີຣ່ານແລະແຫ່ງອື່ນໆ.”
ເມື່ອມີການຖາມວ່າ ສະຫະລັດຈະວາງໂຕອອກຫ່າງຈາກຊາອຸດີ ອາຣາເບຍຫຼືບໍ່ ກ່ຽວກັບຄະດີທ່ານຄາຊອກກີນັ້ນ ທ່ານທຣຳຕອບວ່າ “ຂ້າພະເຈົ້າບໍ່ຕ້ອງການຈະເຮັດຈັ່ງຊັ້ນ ແລະທີ່ຈິງແລ້ວ ພວກເຂົາເຈົ້າ ມີການສັ່ງຊື້ເປັນຈຳນວນຫຼວງຫຼາຍ 110 ພັນລ້ານໂດລາ” ຊຶ່ງທ່ານໝາຍເຖິງສັນຍາທີ່ຊາອຸດີ ຈະຊື້ອາວຸດຈາກສະຫະລັດ ໃນໄລຍະສອງສາມປີຂ້າງໜ້ານີ້.