ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ເທີກີ ຖອຍຫ່າງ ຈາກການອ້າງ ວ່າເດັກນ້ອຍ ເປັນຜູ້ໂຈມຕີ ສະຫຼະຊີບ ໃນພິທີແຕ່ງດອງ


Turkey Blast
please wait
Embed

No media source currently available

0:00 0:02:29 0:00

ເທີກີ ໄດ້ຖອຍຫ່າງອອກໄປໃນການກ່າວອ້າງທີ່ວ່າ ເດັກນ້ອຍທີ່ທຳການວາງລະເບີດ
ສະຫຼະຊີບທີ່ສົ່ງມາໂດຍພວກກຸ່ມລັດອິສລາມ ໃນການໂຈມຕີ​ເມື່ອວັນເສົາຜ່ານມານີ້
ໃນພິທີແຕ່ງ ດອງ ຂອງຊາວເຄີດ ເຮັດໃຫ້ມີຜູ້ເສຍຊີວິດ 54 ຄົນ.

ນາຍົກລັດຖະມົນຕີ ທ່ານ Binali Yildirim ໄດ້ກ່າວໃນວັນຈັນວານນີ້ວ່າ ການສົງໄສ
ທີ່ວ່າ ເດັກນ້ອຍເປັນຜູ້ຮັບຜິດຊອບໃນການວາງລະເບີດນັ້ນ ແມ່ນອີງ​ຕາມ​ຂ່າວ​ລືຂອງ
ພວກທີ່ ເຫັນເຫດການ.

“ພວກເຮົາແມ່ນບໍ່ມີຮ່ອງຮອຍໃດໆ ກ່ຽວກັບວ່າ ພວກໃດຢູ່ເບື້ອງຫຼັງຂອງການໂຈມຕີ ທີ່ວ່ານີ້. ຂໍ້ມູນ​ໃນ​ຂັ້ນຕົ້ນໆ ກ່ຽວກັບວ່າ ແມ່ນຜູ້ໃດຢູ່ເບື້ອງຫຼັງການໂຈມຕີ ຊື່ຂອງ​ອົງການ​ທີ່​ທຳ​ການ​ໂຈ​ມຕີ​ແມ່ນ​ຫຍັງ ບໍ່ເປັນແຕ່ບຸນ ມັນບໍ່ຖືກຕ້ອງ,” ຊຶ່ງທ່ານໄດ້ບອກກັບພວກນັກ ຂ່າວເຊັ່ນນັ້ນ.

ປະທານທິບໍດີ ທ່ານ Recep Tayyip Erdogan ໄດ້ອະທິບາຍເຖິງຜູ້ວາງລະເບີດວ່າ ຢູ່ໃນໄວ ລະຫ່ວາງ 12 ຫາ 14 ປີ ແລະໄດ້ສົ່ງມາໄດ້ໂດຍພວກກຸ່ມລັດອິສລາມ. ເກືອບວ່າ ທັງໝົດຂອງພວກເຄາະຮ້າຍແມ່ນຊາວເຄີດ ທີ່ມີອາຍຸນ້ອຍກວ່າ 18 ປີ.

ຍັງບໍ່ທັນມີຜູ້ໃດອອກມາອ້າງເອົາຄວາມຮັບຜິດຊອບເທື່ອ ແຕ່ວ່າຕາມແບບຂອງການ
ໂຈມຕີ ແລະຊະນິດຂອງລະເບີດ​ ທີ່ໃຊ້ໃນການໂຈມຕີ​ແລ້ວ ​ແມ່ນ​ຄ້າຍ​ຄືກັບ​ເຫດລະເບີດ​ເທື່ອ​ກ່ອນ ທີ່​ໄດ້​ມີ​ການຖິ້ມ​ໂທດ​ໃສ່ກຸ່ມລັດອິສລາມ.

ການໂຈມຕີດ້ວຍລະເບີດ ມີ​ຂຶ້ນໃນພິທີແຕ່ງດອງຂອງຊາວເຄີດ ແລະການສະຫຼອງ ໃນເມືອງ Gaziantep ທີ່ຕັ້ງຢູ່ປະມານ 60 ກິໂລແມັດຫ່າງ​ຈາກ​ຊາຍ​ແດນຂອງຊິເຣຍຂຶ້ນ ມາ ​ທາງ​ເໜືອ ແລະເປັນບ່ອນພັກພາອາໄສຂອງປະຊາຄົມຊາວອົບພະຍົບ ທີ່​ໄດ້ໂຕນໜີ ຈາກສົງຄາມກາງເມືອງໃນຊີເຣຍ.

ລັດຖະມົນຕີການຕ່າງປະເທດເທີກີ ທ່ານ Mevlut Cavusoglu ໄດ້ປະຕິຍານຕົນໃນວັນ ຈັນວານນີ້ວ່າ ປະເທດຂອງທ່ານຈະສາມາດ “ກວດ​ລ້າງ​ໃຫ້​ສິ້ນຊາກ” ກຸ່ມລັດອິສລາມ ອອກຈາກຂົງເຂດ ທີ່ມີຊາຍແດນຕິດກັບຊີເຣຍ.

ໃນວັນອັງຄານມື້ນີ້ ພວກທະຫານເທີກີ ໄດ້ທຳການໂຈມຕີ ລະດົມຍິງດ້ວຍປືນໃຫຍ່ໃສ່ຂົງ ເຂດ ທີ່ໝັ້ນຂອງກຸ່ມລັດອິສລາມ ຕາມຊາຍແດນທາງພາກເໜືອຂອງຊີເຣຍ​ເພື່ອເປັນການ​ຕອບ​ໂຕ້ຕໍ່ການໂຈມຕີດ້ວຍປືນຄົກຂອງກຸ່ມລັດອິສລາມ. ສື່ມວນ​ຊົນ​ຂອງເທີກີ ລາຍງານວ່າ ໄດ້ມີການຍິງປືນໃຫຍ່ 40 ລູກ​ໄປ​ໃສ່​ເຂດ​ດັ່ງກ່າວ.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

ເຊີນຊົມ: ການໂຈມຕີຕໍ່ການຈັດສະຫຼອງພິທີແຕ່ງດອງ ໃນເທີກີ

Turkey Cites Terrorism in Blast Killing at Least 22 at Wedding
please wait

No media source currently available

0:00 0:00:57 0:00

XS
SM
MD
LG