ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ເມສາ ໒໐໒໔

ເທີກີ ເຄື່ອນກຳລັງ ເຂົ້າໄປ ໃນປະເທດຊີເຣຍ


ລົດຖັງແລະຂະບວນລົດເທີກີ ໃນບໍລິເວນ ໃກ້ກັບຊາຍແດນ ຊີເຣຍ. (ວັນທີ 9 ຕຸລາ 2017)
ລົດຖັງແລະຂະບວນລົດເທີກີ ໃນບໍລິເວນ ໃກ້ກັບຊາຍແດນ ຊີເຣຍ. (ວັນທີ 9 ຕຸລາ 2017)

ເທີກີ ໄດ້ສົ່ງທະຫານເຂົ້າໄປໃນແຂວງອິດລິບ ຂອງຊີເຣຍ ອັນເປັນສ່ວນນຶ່ງໃນຄວາມ
ພະຍາຍາມ ເພື່ອຫາທາງຍຸຕິການສູ້ລົບ ແລະເຮັດໃຫ້ ການຄວບຄຸມ ຂົງເຂດດັ່ງກ່າວ ຂອງພວກນັກລົບອິສລາມສິ້ນສຸດລົງ.

ເຈົ້າໜ້າທີ່ກອງທັບເທີກີກ່າວໃນວັນສຸກວານນີ້ວ່າ ກຳລັງຂອງເທີກີໄດ້ຕັ້ງຄ້າຍສັງເກດ ການຂຶ້ນຢູ່ໃນບໍລິເວນດັ່ງກ່າວ. ໜັງສືພິມ Hurriyet ລາຍງານວ່າເທີກີໄດ້ສົ່ງທະຫານ
100 ກວ່າຄົນ ພ້ອມດ້ວຍ ລົດຫຸ້ມເກາະ 30 ຄັນ ເຂົ້າໄປໃນເຂດພາກຕາເວັນຕົກສຽງ ເໜືອຂອງຊີເຣຍ. ໜັງສືພິມສະບັບນີ້ ກ່າວວ່າ ອາດຈະມີ ການສົ່ງກຳລັງທະຫານເທີກີ ເຂົ້າໄປຕື່ມ ໃນໄລຍະສອງສາມມື້ຂ້າງໜ້ານີ້.

ທະຫານເທີກີ ແມ່ນໃຫ້ການສະໜັບສະໜຸນຕໍ່ກຸ່ມກອງທັບຊີເຣຍເສລີ ຊຶ່ງເປັນພວກຕໍ່ ຕ້ານລັດຖະບານຊີເຣຍກຸ່ມນຶ່ງ ທີ່ຕ້ອງການ ຢາກຈະຂັບໄລ່ ປະທານາທິບໍດີ Bashar
al-Assad ອອກຈາກອຳນາດ.

ໃນການກ່າວຄຳປາໄສທາງໂທລະພາບ ໃນວັນສຸກວານນີ້ ປະທານາທິບໍດີເທີກີ ທ່ານ
Recep Tayyip Erdogan ກ່າວວ່າ “ພວກເຮົາກ່າວວ່າພວກເຮົາຈະມາແບບບໍ່ຄາດ ຝັນໃນຕອນກາງຄືນແລະເມື່ອຄືນແລ້ວ ພວກເຮົາກໍເລີ້ມການປະຕິບັດງານ” ຊຶ່ງໝາຍ ເຖິງການປະຕິບັດງານທີ່ເລີ້ມຂຶ້ນໃນວັນພະຫັດຜ່ານມາ.

ທ່ານ Erdogan ກ່າວວ່າ “ແມ່ນພວກເຮົາທີ່ມີຊາຍແດນຍາວ 911 ກິໂລແມັດ ກັບຊີ
ເຣຍ ພວກເຮົາແມ່ນຜູ້ທີ່ໄດ້ຮັບການຂົ່ມຂູ່.”

ໃນເວລານີ້ ເທີກີຮັບເອົາອົບພະຍົບ 3 ລ້ານຄົນຈາກອີຣັກແລະຊີເຣຍ. ພວກນັກຊ່ຽວ ຊານດ້ານຄວາມໝັ້ນຄົງໄດ້ເຕືອນວ່່າ ເທີກີອາດຈະປະເຊີນກັບວິກິດການມະນຸດສະ
ທຳ ແຕ່ຂະນະດຽວກັນນັ້ນກໍຍັງຈະປະເຊີນກັບໄພຂົ່ມຂູ່ທາງດ້ານຄວາມໝັ້ນຄົງຈາກ ພວກນັກລົບອິສລາມທີ່ມີຖານປະຕິບັດງານຢູ່ໃນແຂວງອິດລິບ. ການເຄື່ອນໄຫວດັ່ງ
ກ່າວ ຂອງເທີກີຢູ່ໃນຊີເຣຍ ມີຂຶ້ນຫຼັງຈາກພວກນັກການທູດ ຂອງເທີກີ ຣັດເຊຍແລະ
ອີຣ່ານ​ທີ່ພົບປະກັນໃນເດືອນແລ້ວຢູ່ນະຄອນອາສຕານາໄດ້ຕົກລົງກັນທີ່ຈະສ້າງຕັ້ງ
ເຂດຫລຸດຜ່ອນຄວາມເຄັ່ງຕຶງຂຶ້ນໃນແຂວງອິດລິບທີ່ອາດຈະຮວມທັງການສົ່ງກຳລັງ ສັງເກດການເຂົ້າໄປນັ້ນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG