ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກອງ​ກຳ​ລັງ ເທີ​ກີ ເວົ້າ​ວ່າ ເຂົາ​ເຈົ້າ​ ໄດ້​ຍຶດ​ເອົາ ​ເມືອງສຳ​ຄັນ ທີ່​ຕັ້ງ​ຢູ່​ ເຂດ​ຊາຍ​ແດນ ຊ​ີ​ເຣຍ


ື​ທະ​ຫານ ເທີ​ກີ ແລະ ກຸ່ມ​ຕໍ່​ຕ້ານ​ລັດ​ຖະ​ບານ ຊີ​ເຣຍ ທີ່​ໄດ້​ຮັບ​ການໜູນຫຼັງ​ຈາກ ເທີ​ກີ ເຕົ້າ​ໂຮມ​ກັນ​ຢູ່​ໃກ້​ກັບ ເມືອງ ຣາ​ສ ອາ​ລ-ເອ​ນ ຂອງ ຊີ​ເຣຍ. 12 ຕຸ​ລາ, 2019.
ື​ທະ​ຫານ ເທີ​ກີ ແລະ ກຸ່ມ​ຕໍ່​ຕ້ານ​ລັດ​ຖະ​ບານ ຊີ​ເຣຍ ທີ່​ໄດ້​ຮັບ​ການໜູນຫຼັງ​ຈາກ ເທີ​ກີ ເຕົ້າ​ໂຮມ​ກັນ​ຢູ່​ໃກ້​ກັບ ເມືອງ ຣາ​ສ ອາ​ລ-ເອ​ນ ຂອງ ຊີ​ເຣຍ. 12 ຕຸ​ລາ, 2019.

ກອງ​ທັບ​ຂອງປະ​ເທດ ເທີ​ກີ ໄດ້​ກ່າວ​ວ່າ ເຂົາ​ເຈົ້າ​ໄດ້​ຄວບ​ຄຸມ​ເມືອງ​ທີ່​ຕັ້ງ​ຢູ່​ເຂດ​ຊາຍ​ແດນ​
ຊີ​ເຣຍ ພາຍ​ໃຕ້​ການ​ຍິງ​ໂຈມ​ຕີ​ໃນ​ວັນ​ເສົາ​ວານນີ້ ເປັນ​ຄວາມ​ສຳ​ເລັດ​ທີ່​ສຳ​ຄັນ​ທີ່​ສຸດ​ຂອງ​
ເຂົາ​ເຈົ້າ ​ນັບ​ຕັ້ງ​ແຕ່​ການ​ໂຈມ​ຕີ​ຕໍ່​ພວກ​ນັກ​ຮົບ​ຊາວ ເຄີດ ໄດ້​ເລີ່ມ​ຂຶ້ນ​ເມື່ອ​ສີ່​ວັນ​ທີ່​ຜ່ານ​ມາ,
ໂດຍ​ບໍ່​ມີ​ສັນ​ຍາ​ນ ກ່ຽວ​ກັບ ການຫຼຸດ​ລົງ ເຖິງ​ແມ່ນ​ຈະ​ມີ​ການ​ວິ​ພາກວິຈາ​ນ​ຈາກ​ສາ​ກົນ
ຫຼາຍ​ຂຶ້ນ​ກໍ​ຕາມ.

ກອງ​ກຳ​ລັງ ເທີ​ກີ ໄດ້​ເຂົ້າ​ໄປ​ໃນ​ກາງ​ເມືອງ ຣາ​ສ-ອາ​ລ-ເອນ, ອີງ​ຕາມ​ການ​ກ່າວ​ຂອງ​ກະ​
ຊວງ​ປ້ອງ​ກັນ​ປະ​ເທດ ເທີ​ກີ ແລະ ກຸ່ມ​ສິ້ງ​ຊອມ. ກະ​ຊວງ​ດັ່ງ​ກ່າວ​ໄດ້​ຂຽນ​ໃນ​ທວິດ​ເຕີ​ວ່າ:
ສູນ​ກາງ​ທີ່​ຢູ່​ອາ​ໄສ​ຂອງ​ເມືອງ ຣາ​ສ ອາລ-ເອນ ໄດ້​ຖືກ​ຄວບ​ຄຸມ​ຜ່ານ​ການ​ປະ​ຕິ​ບັດ​ການ​
ທີ່​ປະ​ສົບ​ຄວາມ​ສຳ​ເລັດ​ ໃນ​ພາກ​ຕ​າ​ເວັນ​ອອກ​ຂອງ​ແມ່​ນ້ຳ ຢູ​ເຟ​ຣັດ​ສ໌. ມັນ​ໄດ້​ເປັນ​ຂີດ
​ຄວາມ​ສຳ​ເລັດ​ຄັ້ງ​ໃຫຍ່ຂອງ ເທີ​ກີ ນັບ​ຕັ້ງ​ແຕ່​ການ​ບຸກ​ໂຈມ​ຕີ​ໄດ້​ເລີ່ມ​ຂຶ້ນ​ໃນ​ວັນ​ພຸ​ດ​ທີ່​
ຜ່ານ​ມາ.

ການ​ສືບ​ຕໍ່​ຜັກ​ດັນ​ເຂົ້າ​ໃນ ຊີ​ເຣຍ ໂດຍ ເທີ​ກີ ໄດ້​ມີ​ຂຶ້ນຫຼາຍ​ວັນຫຼັງ​ຈາກ​ປະ​ທາ​ນາ​ທິ​ບໍ​ດີ ດໍ​
ໂນ​ລ ທ​ຣຳ ໄດ້​ຖອນກອງ​ກຳ​ລັງ ສະ​ຫະ​ລັດ ອອກ​ຈາກ​ຂົງ​ເຂດ​ດັ່ງ​ກ່າວ, ເຮັດ​ໃຫ້​ການ​ໂຈມ
​ຕີ​ທາງ​ອາ​ກາດ ແລະ ພື້ນ​ດິນ​ຂອງ ເທີ​ກີ ມີ​ຄວາມ​ເປັນ​ໄປ​ໄດ້, ແລະ ໄດ້​ກ່າວ​ວ່າ ທ່ານ​
ຢາກ​ຢຸດ​ການ​ມີ​ສ່ວນ​ຮ່ວມ “ໃນ​ສົງ​ຄາມ​ທີ່ບໍ່​ມີມື້​ຢຸດ​ດັ່ງ​ກ່າວ”. ການ​ຕັດ​ສິນ​ໃຈ​ຂອງ​ທ່ານ
ທ​ຣຳ ໄດ້​ກໍ່​ໃຫ້​ສອງ​ພັກ​ການ​ເມືອງ​ຂອງ ສະ​ຫະ​ລັດ ອອກ​ມາ​ຕຳ​ໜິ​ວິ​ຈານຢ່າງວ່ອງ​ໄວ​ວ່າ
ທ່ານ​ໄດ້​ເຮັດ​ໃຫ້​ຄວາມ​ໝັ້ນ​ຄົງ​ຂອງ​ພາກ​ພື້ນ​ດັ່ງ​ກ່າວ​ມີ​ອັນ​ຕະ​ລາຍ ແລະ ເຮັດ​ໃຫ້​ຊີ​ວິດ
​ຂອງພັນ​ທະ​ມິດ​ຊາວ ເຄີດ ໃນ ຊີ​ເຣຍ ຜູ້​ທີ່​ໄດ້​ທຳ​ລາຍ​ກຸ່ມ​ລັດ​ອິ​ສ​ລາມ​ໃນ ຊີ​ເຣຍ ມີ​ຄວາມ​
ສ່ຽງ. ກອງ​ກຳ​ລັງ​ປະ​ຊາ​ທິ​ປະ​ໄຕ ຊີ​ເຣຍ ທີ່​ນຳ​ໜ້າ​ໂດຍ​ຊາວ ເຄີດ ແມ່ນ​ພັນ​ທະ​ມິດ​ທີ່​ສຳ
​ຄັນຫຼັກ​ຂອງ ສະ​ຫະ​ລັດ ໃນ​ການ​ຕໍ່​ສູ້ ແລະ ໄດ້​ສູນ​ເສຍ​ນັກ​ຮົບ 11,000 ຄົນ ໃນ​ການ​ຕໍ່​ສູ້​
ກັບ​ພວກ​ IS ເກືອບ​ຫ້າ​ປີ.

ກອງ​ກຳ​ລັງ ເທີ​ກີ ແລະ ພັນ​ທະ​ມິດ​ນັກ​ຮົບ​ຝ່າຍ​ຄ້ານ ຊີ​ເຣຍ ໄດ້​ທຳ​ຄວາມ​ກ້າວ​ໜ້າ​ເມື່ອບໍ່​
ດົນ​ມານີ້ ດ້ວຍ​ການ​ຍຶດ​ເອົາ​ຫຼາຍ​ໝູ່​ບ້ານ​ຢູ່​ພາກ​ເໜືອ ໃນ​ການ​ຕໍ່​ສູ້ ແລະ ການ​ຍິງ​ໂຈມ​ຕີ
ທີ່​ໄດ້​ເຮັດ​ໃຫ້ຫຼາຍ​ສິບ​ຄົນ​ເສຍ​ຊີ​ວິດ ຫຼື ບາດ​ເຈັບ. ການ​ບຸກ​ໂຈມ​ຕີ​ທີ່​ວ່າ​ນັ້ນ​ຍັງ​ໄດ້​ບັງ​ຄັບ​
ໃຫ້​ປະ​ຊາ​ຊົນ 100,000 ຄົນຫຼົບ​ໜີ​ອອກ​ຈາກ​ບ້ານ​ເຮືອນ​ຂອງ​ເຂົາ​ເຈົ້າ​ທ່າມ​ກາງຄວາ​ມ
​ເປັນ​ຫ່ວງວ່າ ພວກ IS ອາດ​ໃຊ້​ຄວາມ​ໄດ້​ປຽບ​ຂອງ​ຄວາມ​ວຸ້ນ​ວາຍ​ນັ້ນ ແລະ ພະ​ຍາ​ຍາມ​
ທີ່​ຈະ​ຂະ​ຫຍາຍ​ຕົວ​ອີກ​ຄັ້ງ​ນຶ່ງ ຫຼັງ​ຈາກ​ການ​ຜ່າຍ​ແພ້​ຂອງ​ພວກ​ເຂົາ​ໃນ ຊີ​ເຣຍ ເມື່ອ​ຕົ້ນ​ປີ
ນີ້.

ກອງ​ກຳ​ລັງ​ປະ​ຊາ​ທິ​ປະ​ໄຕ ຊີ​ເຣຍ ຫຼື SDF ໄດ້​ກ່າວ​ວ່າ ສະ​ຫະ​ລັດ ຄວນ​ດຳ​ເນີນ​ການ​ຮັບ
​ຜິດ​ຊອບ​ທີ່​ມີ​ສິນ​ທຳ​ຂອງ​ເຂົາ​ເຈົ້າ ແລະ ປິດ​ນ່ານ​ຟ້າ​ພາກ​ເໜືອ​ຂອງ ຊີ​ເຣຍ ຕໍ່​ເຮືອ​ບິນ​ຮົບ​
ຂອງ ເທີ​ກີ, ແຕ່​ວ່າ​ເຂົາ​ເຈົ້າ​ບໍ່​ຢາກ​ໃຫ້ ສະ​ຫະ​ລັດ ສົ່ງ​ທະ​ຫານ​ຂອງ​ເຂົາ​ເຈົ້າ “​ໄປຢູ່​ໃນ
​ແນວ​ໜ້າ ແລະ ເຮັດ​ໃຫ້​ຊີ​ວິດ​ຂອງ​ເຂົາ​ເຈົ້າ​ຕົກ​ຢູ່​ໃນ​ອັນ​ຕະ​ລາຍ.”

ໃນ​ລະ​ຫວ່າງກອງ​ປະ​ຊຸມ​ເມື່ອ​ວັນ​ເສົາ​ວານນີ້​ທີ່​ນະ​ຄອນຫຼວງ ໄຄ​ໂຣ ປະ​ເທດ ອີ​ຈິບ, ສະ​
ມາ​ຊິກ​ອົງ​ການ ​ສັນ​ນິ​ບາດ ອາ​ຣັບ 22 ປະ​ເທດ ໄດ້​ກ່າວ​ປະ​ນາມ​ສິ່ງ​ທີ່​ເຂົາ​ເຈົ້າ​ອະ​ທິ​ບາຍ​
ວ່າ “ການ​ຮຸກ​ຮານ​ຂອງ​ ເທີ​ກີ ຕໍ່ ຊີ​ເຣຍ” ແລະ ໄດ້​ເຕືອນ​ວ່າ ລັດ​ຖະ​ບານ ອັງ​ກາ​ຣາ ຈະ​
ຮັບ​ຜິດ​ຊອບ ສຳ​ລັບ​ການ​ແຜ່​ລາມ​ຂອງ​ລັດ​ທິ​ກໍ່​ການ​ຮ້າຍ​ລຸນ​ລັງ​ກາ​ນ​ບຸກ​ໂຈມ​ຕີ​ຂອງ​ເຂົາ
​ເຈົ້າ. ອົງ​ການ​ດັ່ງ​ກ່າວ​ໄດ້​ເວົ້າ​ວ່າ ບັນ​ດາ​ປະ​ເທດ ອ​າ​ຣັບ ອາດ​ເອົາ​ບາງ​ບາດ​ກ້າວ​ຕໍ່ ອັງ
​ກາ​ຣາ. ເຂົາ​ເຈົ້າ​ໄດ້​ຮຽກ​ຮ້ອງ​ໃຫ້​ສະ​ພາ​ຄວາມ​ໝັ້ນ​ຄົງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ບັງ​ຄັບ​
ໃຫ້ ເທີ​ກີ ຢຸດ​ການ​ໂຈມ​ຕີ​ນັ້ນ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG