ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການ​ເລືອກ​ຕັ້ງ​ ໃນເທີກີ ປາກົດວ່າ ມຸ້ງໜ້າໄປສູ່ການເລືອກຕັ້ງ ຮອບຕັດ​ສິນ​ຊີ້​ຂາດ


ພວກ​ສະ​ໜັບ​ສະ​ໜູນປະທານາທິບໍດີຣີ​ເຊັບ ຕາ​ຢິບ ເອີ​ດວນ ​ໄປ​ເຕົ້າ​ໂຮມ​ກັນຢູ່​ນະ​ຄອນ​ອິ​ສ​ຕານ​ບູ​ລ​ຂອງ​ເທີ​ກີ, ວັນ​ທີ 14 ພຶດ​ສະ​ພາ, 2023
ພວກ​ສະ​ໜັບ​ສະ​ໜູນປະທານາທິບໍດີຣີ​ເຊັບ ຕາ​ຢິບ ເອີ​ດວນ ​ໄປ​ເຕົ້າ​ໂຮມ​ກັນຢູ່​ນະ​ຄອນ​ອິ​ສ​ຕານ​ບູ​ລ​ຂອງ​ເທີ​ກີ, ວັນ​ທີ 14 ພຶດ​ສະ​ພາ, 2023

ເທີກີປາກົດວ່າໄດ້ມຸ້ງໜ້າໄປສູ່ການເລືອກຕັ້ງຮອບຕັດ​ສິນ​ຊີ້​ຂາດ ພາຍຫຼັງທີ່ທັງປະທານາທິບໍດີ ຣີ​ເຊັບ ຕາ​ຢິບ ເອີ​ດວນ (Recep Tayyip Erdogan) ແລະຄູ່ແຂ່ງຂອງ​ທ່ານ ຄື​ທ່ານ​ເຄ​ມາ​ລ ຄີ​ລິກ​ດາ​ຣອກກ​ລູ (Kemal Kilicdaroglu) ບໍ່​ມີ​ໃຜໄດ້ຮັບຄະແນນສຽງສ່ວນຫຼາຍໃນວັນອາທິດ ວານນີ້.

​ແຕ່ຢ່າງໃດ​ກໍຕາມ, ທ່ານເອີ​ດວນ, ອາຍຸ 69 ປີ ທີ່​ໄດ້​ຄອງ​ອຳນາດ​ມາ​ເປັນ​ເວລາ 20 ປີ ​ແລະ​ເປັນ​ຜູ້​ນຳ​ທີ່​ດຳລົງ​ຕຳ​ແໜ່​ງ​ນານ​ທີ່​ສຸດ​ຂອງ​ປະ​ເທດນັ້ນ ແມ່ນ​ໄດ້​ຄະ​ແນນ​ໃນ ການປະຕິບັດ​ງານ​ດີ​ກວ່າ​ທີ່​ຄາດຄິດ​ໄວ້.

ດ້ວຍການນັບບັດລົງຄະແນນສຽງຫຼາຍກວ່າ 96 ເປີ​ເຊັ​ນແລ້ວ ທ່ານເອ​ດວນ ນຳໜ້າ ດ້ວຍຄະແນນ 49.44 ເປີ​ເຊັນ ແລະທ່ານ ຄີ​ລິກ​ດາ​ຣອກກ​ລູໄດ້ 44.86 ເປີ​ເຊັນ ອີງຕາມອົງການຂ່າວອາ​ນາ​ໂດ​ລູຂອງລັດ.

ຄະນະ​ກຳມະການ​ເລືອກ​ຕັ້ງ​ສູງ​ສຸດ​ກ່າວ​ວ່າ ຍັງ​ບໍ່​ຮັບ​ປະ​ກັນ​ໄດ້​ວ່າ ​ຈະ​ມີ​ການ​ເລືອກ​ຕັ້ງ ຮອບ​ຕັດ​ສິນ​ຊີ້​ຂາດ ​ເພາະວ່າ​ບັດ​ເລືອກ​ຕັ້ງ​ສ່ວນ​ໃຫຍ່ ​ຈາກ​ຜູ້​ມີ​ສິດ​ເລືອກ​ຕັ້ງ 3.4 ລ້ານ​ຄົນ ​ທີ່​ອາ​ໄສ​ຢູ່​ຕ່າງປະ​ເທດ​ຍັງ​ຈະຕ້ອງ​ຖືກ​ນັບຢູ່.

Turkey’s Voters Face Stark Choice in Closest Polls in Decades
please wait

No media source currently available

0:00 0:02:56 0:00

ທັງ​ປະທານາທິບໍດີເອີ​ດວນ ​ແລະ​ຜູ້​ທ້າ​ທາຍ​ຕົ້ນຕໍ​ຂອງ​ທ່ານ ຄື​ທ່ານ ຄີ​ລິກ​ດາ​ຣອກກ​ລູ (Kilicdaroglu) ອາຍຸ 74 ປີ ອ້າງ​ວ່າ ການ​ເລືອກ​ຕັ້ງ​ແມ່ນ​ສຳຄັນ​ທີ່​ສຸດ ​ໃນ​ປະຫວັດ ສາດ​ຂອງ​ປະ​ເທດ.

ຫຼາຍກວ່າ 64 ລ້ານຄົນ, ລວມທັງຜູ້ລົງຄະແນນສຽງຢູ່ຕ່າງປະເທດ ມີສິດລົງຄະແນນ ສຽງ ໃນວັນອາທິດວານນີ້ ແລະເກືອບ 89 ເປີ​ເຊັນຂອງ​ຈຳ​ນວນນີ້ໄດ້ປ່ອນ​ບັດລົງຄະ ແນນສຽງ, ອີງຕາມອົງ​ການ​ຂ່າວເອ​ພີ (AP).

ຢູ່ໃນ​ເມືອງຄາ​ດິ​ຄອຍ (Kadikoy) ໃນ​ນະ​ຄອນອິ​ສ​ຕາ​ນ​ບູ​ລນັ້ນ ການ​ລົງ​ຄະ​ແນນ​ສຽງ​ໄດ້​ດຳ​ເນີນ​ໄປ​ຢ່າງ​ວ່ອງ​ໄວ, ເລີ້ມ​ແຕ່​ເວລາ​ໜ່ວຍ​ປ່ອນ​ບັດ​ໄດ້​ເປີດຂຶ້ນ. ເສດຖະກິດ ແມ່ນຄວາມກັງວົນຕົ້ນຕໍສໍາລັບຜູ້ລົງຄະແນນຄື​ທ້າວມຸ​ສ​ຕາ​ຟາ ຜູ້ທີ່ຢາກ​ໃຫ້ລະບຸ ແຕ່ ຊື່ຂອງລາວ​ເທົ່າ​ນັ້ນ.

ລາວກ່າວວ່າ, "ເສດຖະກິດແມ່ນສໍາຄັນທີ່ສຸດ. ທ່ານພຽງແຕ່ຕ້ອງການເບິ່ງ ແລະ ເບິ່ງຢູ່ທົ່ວທຸກແຫ່ງຫົນວ່າ ສະ​ພາບ​ການບໍ່ດີປານ​ໃດ.”

​ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG