ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການຢ້ຽມຢາມພາກພື້ນ ວີເກີ ໃນ ຈີນ ຂອງນັກການທູດເທີກີ ເຮັດໃຫ້ມີຄວາມກັງວົນເພີ້ມຂຶ້ນ


ແຟ້ມ-ລັດຖະມົນຕີການຕ່າງປະເທດເທີກີ ທ່ານຮາການ ຟີແດນ ພົບປະກັບລັດຖະມົນຕີການຕ່າງປະເທດຂອງຈີນ ທ່ານຫວັງ ຢີ, ໃນນະຄອນຫຼວງອັງກາຣາ, ເທີກີ, ວັນທີ 26 ກໍລະກົດ 2023.
ແຟ້ມ-ລັດຖະມົນຕີການຕ່າງປະເທດເທີກີ ທ່ານຮາການ ຟີແດນ ພົບປະກັບລັດຖະມົນຕີການຕ່າງປະເທດຂອງຈີນ ທ່ານຫວັງ ຢີ, ໃນນະຄອນຫຼວງອັງກາຣາ, ເທີກີ, ວັນທີ 26 ກໍລະກົດ 2023.

ໃນ​ວັນ​ພຸດ​ວານ​ນີ້, ເປັນການສິ້ນ​ສຸດ​ການ​ຢ້ຽມຢາມ​ ຈີນ ​ເປັນເວລາ 3 ມື້ຢ່າງ​ເປັນ​ທາງ​ການ​, ລັດຖະ ມົນຕີ​ກະຊວງການ​ຕ່າງປະ​ເທດ​ເທີກີ ທ່ານຮາການ ຟີດານ (Hakan Fidan) ກ່າວ​ໃນ ສື່ສັງຄົມ X (Tweeted) ກ່ຽວ​ກັບ​ການ​ບັນລຸ​ຄວາມ​ຝັນ​ອັນ​ຍາວ​ນານ​ຂອງ​ທ່ານ​ ທີ່​ຈະ​ໄປ​ຢ້ຽມຢາມ​ເມືອງ ອູຣຸມຈີ (Urumqi) ​ແລະເມືອງ ຄາສກາຣ໌ (Kashgar) ຢູ່​ຂົງເຂດ​ປົກຄອງ​ຕົນ​ເອງ ຊິນຈຽງ ວີເກີ ທີ່ຕັ້ງຢູ່ທາງພາກ​ຕາ​ເວັນ​ຕົກ​ຂອງ​ຈີນ.

ທ່ານ ຟີດານ ກ່າວໃນທວິດເຕີ້ຂອງທ່ານວ່າ “ເປັນເວລາຫຼາຍປີແລ້ວ, ທີ່ຂ້າພະເຈົ້າໄດ້ມີໂອກາດໄປຢ້ຽມຢາມຫຼາຍໆເມືອງທາງປະຫວັດສາດທີ່ປະກອບສ່ວນເຂົ້າໃນການສ້າງຕັ້ງອາລິຍະທໍາຂອງຊາວເທີກີ ແລະອິສລາມ.” ແນວໃດ ກໍ່ຕາມ, ເມືອງ ອູຣຸມຈີ ແລະ ເມືອງກາສກາຣ໌ ຍັງຄົງຢູ່ໃນໃຈຂອງຂ້າພະເຈົ້າ ຢ່າງໜ້າເສົ້າໃຈ. ຂໍຂອບໃຈສໍາລັບຜູ້​ຕິດ​ຕໍ່​ຂອງຂ້າພະເຈົ້າຢູ່ໃນປະເທດຈີນ, ທີ່ໃນທີ່ສຸດ ຂ້າພະເຈົ້າກໍໄດ້ໄປຢ້ຽມຢາມສອງເມືອງເກົ່າແກ່ເຫຼົ່ານີ້."

ຊິນຈຽງ, ມັກຈະຖືກສະເໜີວ່າ ເປັນເທີກິສຖານຕາເວັນອອກ ໂດຍ ຜູ້ພັດຖິ່ນຊາວວີເກີ ແລະຊາວເທີກີ, ເຊິ່ງເປັນບ້ານຂອງຊົນເຜົ່າພື້ນເມືອງເທີກີ ແລະຊາວມຸສລິມ ວີເກີ ທີ່ມີປະຊາກອນເຜົ່າພື້ນເມືອງເກືອບ 12 ລ້ານຄົນ. ບັນດາ​ຜູ້​ຊ່ຽວຊານ​ເນັ້ນ​ໜັກ​ເຖິງ​ຄວາມ​ສຳຄັນ​ຂອງ​ຊາວວີເກີ ​ກ່ຽວກັບ​ສາຍ​ພົວພັນ​ລະຫວ່າງ ອັງກາຣາ ແລະ ​ປັກ​ກິ່ງ ເນື່ອງຈາກມີ​ສາຍ​ພົວພັນ​ດ້ານ​ຊົນ​ເຜົ່າ ​ແລະ ສາສະໜາ ຮ່ວມກັນ.

ທ່ານ ເອີກິນ ແອັກກຣໍາ (Erkin Ekrem), ຜູ້​ອຳ​ນວຍ​ການກ່ຽວກັບ​ສະ​ຖາ​ບັນ​ຄົ້ນ​ຄ້​ວາຊາວວີເກີ ທີ່ມີສໍານັກງານ​ຕັ້ງ​ຢູ່ນະຄອນຫຼວງອັງກາຣາ ກ່າວ​ຕໍ່ VOA ວ່າ “ປະ​ຊາ​ຊົນ​ຊາວເທີກີ ​ມີ​ຄວາມ​ເປັນ​ຫ່ວງ​ມາ​ເປັນ​ເວ​ລາ​ດົນ​ນານ​ກ່ຽວ​ກັບ​ສະ​ຫວັດ​ດີ​ການ​ຂອງປະຊາຊົນຊາວວີເກີ, ການກະທຳ ຫຼື ບໍ່ແມ່ນການກະທຳ ທີ່ກ່ຽວຂ້ອງກັບຊາວວີເກີ ສາມາດສົ່ງຜົນກະທົບຕໍ່ຜົນໄດ້ຮັບຂອງທ້ອງຖິ່ນ ຫຼື ການເລືອກຕັ້ງແຫ່ງຊາດໃນແຕ່ລະສະໄໝ.”

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG