ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສານແຫ່ງນຶ່ງ ຂອງເທີກີ ຕັດສິນ ໃຫ້ນັກສອນ ສາສະໜາ ອາເມຣິກັນ ຕິດຄຸກຕໍ່ໄປ


ທະຫານຍາມຊາວເທີກີ ເຝົ້າຍາມຄຸກ ອາລີອາກາແຂວງອິສ
ເມຍ, ໃນພາກຕາເວັນຕົກຂອງເທີກີ, ວັນທີ 7 ພຶດສະພາ 2018.
ທະຫານຍາມຊາວເທີກີ ເຝົ້າຍາມຄຸກ ອາລີອາກາແຂວງອິສ ເມຍ, ໃນພາກຕາເວັນຕົກຂອງເທີກີ, ວັນທີ 7 ພຶດສະພາ 2018.

ສານແຫ່ງນຶ່ງຂອງເທີກີ ໄດ້ຕັດສິນ ບໍ່ໃຫ້ປ່ອຍພະສົງຄົນອາເມຣິກັນທີ່ກຳລັງປະເຊີນຂໍ້
ຫາກໍ່ການຮ້າຍແລະຈາລະກຳ ທັງໆທີ່ສະຫະລັດພວມທຳການກົດດັນເພີ້ມຂຶ້ນ ເພື່ອໃຫ້
ປ່ອຍຕົວທ່ານ.

ການຈັບກຸມຄຸມຂັງຂອງທ່ານແອນດຣູ ບຣັນສັນ ແມ່ນໄດ້ຖືກປະນາມໂດຍປະທານາ
ທິບໍດີສະຫະລັດ ທ່ານດໍໂນລ ທຣຳ.

ພວກນັກສັງເກດການບາງຄົນກ່າວວ່າ ການສືບຕໍ່ຄຸມຂັງທ່ານບຣັນສັນນັ້ນ ມີທ່າ
ທາງວ່າ ຈະເປັນການສົມທົບໃສ່ການຮຽກຮ້ອງທີ່ມີເພີ້ມຂຶ້ນ ໃຫ້ວໍຊິງຕັນລົງໂທດ
ຕໍ່ປະເທດເທີກີ.

ທ່ານແອນດຣູ ບຣັນສັນ, ພະສົງສອນສາສະໜາຄຣິສ ຈາກລັດຄາໂລໄຣນາ ເໜືອ ຜູ້ທີ່ຖືກຄຸກໃນເດືອນທັນວາ 2016, ຮູບຫຼ້າສຸດ ທີ່ແຂວງອິສເມຍ, ປະເທດເທີກີ.
ທ່ານແອນດຣູ ບຣັນສັນ, ພະສົງສອນສາສະໜາຄຣິສ ຈາກລັດຄາໂລໄຣນາ ເໜືອ ຜູ້ທີ່ຖືກຄຸກໃນເດືອນທັນວາ 2016, ຮູບຫຼ້າສຸດ ທີ່ແຂວງອິສເມຍ, ປະເທດເທີກີ.

ໃນການດຳເນີນຄະດີ ມື້ທີ 2 ຕໍ່ພະສົງຄົນອາເມຣິກັນ ໃນວັນຈັນວານນີ້ ການໃຫ້ການ
ຂອງພະຍານຄົນນຶ່ງທີ່ບໍ່ບອກຊື່ ໂດຍຜ່ານທາງວີດີໂອນັ້ນ ໄດ້ກ່າວຫາທ່ານບຣັນສັນ ວ່າ
ໃຫ້ການຊ່ອຍເຫຼືອແກ່ພັກກຳມະກອນເຄີດດິສຖານ ຫຼື PKKທີ່ທາງການຫ້າມ ເພື່ອສ້າງ
ຕັ້ງລັດຊາວເຄີດ ທີ່ນັບຖືສາສະໜາຄຣິສຕ໌.

ນອກນັ້ນ ທ່ານບຣັນສັນຍັງໄດ້ຖືກກ່າວຫາວ່າ ໃຫ້ການສະໜັບສະໜຸນ ພວກທີ່ເຫຼື້ອມໃສ
ຕໍ່ທ່ານ ເຟຕູລລາ ກູເລັນ ນັກສອນສາສະໜາຊາວເທີກີ ທີ່ລີ້ໄພຢູ່ໃນສະຫະລັດ ທີ່ໄອຍະ
ການຖິ້ມໂທດໃສ່ວ່າ ເປັນຜູ້ເຮັດລັດຖະປະຫານທີ່ປະສົບກັບຄວາມລົ້ມແຫຼວໃນປີ 2016
ນັ້ນ.

ການດຳເນີນຄະດີທ່ານບຣັນສັນ ຈະຢຸດພັກ ໄປຈົນຮອດ ວັນທີ 18 ກໍລະກົດ.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

ນາງໂນຣີນ ບຣັນສັນ, ພັນລະຍາຂອງພະສົງຄົນອາເມຣິກັນ ທ່ານ ແອນດຣູ ບຣັນສັນ, ອອກຈາກຄຸກ ອາເລຍກາ ແລະສານ ໃນອິສເມຍຣ໌, ເທີກີ, 7 ພຶດສະພາ 2018.
ນາງໂນຣີນ ບຣັນສັນ, ພັນລະຍາຂອງພະສົງຄົນອາເມຣິກັນ ທ່ານ ແອນດຣູ ບຣັນສັນ, ອອກຈາກຄຸກ ອາເລຍກາ ແລະສານ ໃນອິສເມຍຣ໌, ເທີກີ, 7 ພຶດສະພາ 2018.

XS
SM
MD
LG