ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ທ​ຣຳ ຕ້ອນ​ຮັບ ຄຸນ​ພໍ່ ສະ​ຫະ​ລັດ ຜູ້​ທີ່​ຖືກ​ກັກ​ຂັງ ​ຢູ່ໃນ​ປະ​ເທດ ເທີ​ກີ


ປ​ະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ສູດ​ມົນ​ກັບ​ຄຸນ​ພໍ່ ແອນດ​ຣູ ບ​ຣັນ​ສັນ ໃນ​ຫ້ອງ​ການ​ ໂອ​ໂວ​ລ ຂອງ​ທຳ​ນຽບ​ຂາວ. 13 ຕຸ​ລາ, 2018.
ປ​ະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ສູດ​ມົນ​ກັບ​ຄຸນ​ພໍ່ ແອນດ​ຣູ ບ​ຣັນ​ສັນ ໃນ​ຫ້ອງ​ການ​ ໂອ​ໂວ​ລ ຂອງ​ທຳ​ນຽບ​ຂາວ. 13 ຕຸ​ລາ, 2018.

ຄຸນ​ພໍ່​ຊາວ ອາ​ເມ​ຣິ​ກັນ ຄົນ​ນຶ່ງ, ບໍ່​ດົນຫຼັງ​ຈາກ​ໄດ້​ຖືກ​ປ່ອຍ​ຕົວ​ ໂດຍ​ລັດ​ຖະ​ບານ ເທີ​ກີ
ລຸນຫຼັງການກັກຂັງດົນສອງປີນັ້ນ, ກໍໄດ້ຄຸເຂົ່າຢູ່ທາງຂ້າງປະທານາທິບໍດີ ສະຫະລັດ
ໃນຫ້ອງການໂອໂວລ ເມື່ອຕອນບ່າຍຂອງວັນເສົາວານນີ້, ແລະ ໄດ້ສູດມົນພາວະນາ
ໃຫ້ປະທານາທິບໍດີ ດໍໂນລ ທຣຳ ມີ “ປັນຍາທີ່ເໜືອທຳມະຊາດ.”

ທ່ານ ແອນ​ດ​ຣູ ບ​ຣັນ​ສັນ, ເຊິ່ງ​ແມ່ນ​ຊາວ​ຄ​ຣິ​ສ​ຕຽນ​ທີ່​ນັບ​ຖື​ພະ​ເຍ​ຊູ​ນັ້ນ, ຍັງ​ໄດ້​ກ່າວ​ຂອບ​
ໃຈທ່ານ ສຳລັບການກົດດັນຢ່າງແຮງ ຂອງລັດຖະບານ ສະຫະລັດ ຕໍ່ ເທີກີ ຈົນໄດ້ເຮັດ
ໃຫ້ເພິ່ນຖືກປ່ອຍໂຕ.

ທ່ານ ບ​ຣັ​ນ​ສັນ ພ້ອມ​ກັບ​ຄອບ​ຄົວ​ຂອງ​ເພິ່ນ​ຢູ່​ທີ່​ນັ້ນ​ ໄດ້​ກ່າວ​ວ່າ “ພວກ​ເຮົາ​ຢາກ​ກ່າວ​
ຂອບໃຈເປັນພິເສດຕໍ່ລັດຖະບານຂອງທ່ານ. ທ່ານໄດ້ຕໍ່ສູ້ເພື່ອພວກເຮົາແທ້ໆ.”

ທ່ານ ທ​ຣຳ ​ກ່າວ​ວ່າ “ຈາກ​ຄຸກ​ໃນ ເທີ​ກີ ມາ​ຫາ​ທຳ​ນຽບ​ຂາວ​ພາຍ​ໃນ 24 ຊົ່ວ​ໂມ​ງ, ກະ​ບໍ່​
ຂີ້ຮ້າຍໃດເໜາະ.”

ທ່ານ ທ​ຣຳ ຍັງ​ໄດ້​ກ່າວ​ຂອບ​ໃຈ​ປະ​ທາ​ນາ​ທິ​ບໍ​ດີ ເທີ​ກີ ທ່ານ ຣີ​ເຊັບ ໄຕ​ຢິບ ເອີ​ດູ​ອານ
ສຳລັບການປ່ອຍຕົວຂອງທ່ານ ບຣັນສັນ, ໂດຍເວົ້າວ່າ ບໍ່ມີການຈ່າຍຄ່າປະກັນຕົວ.

ເມື່ອ​ຖືກ​ຖາມ​ໂດຍ​ວີ​ໂອ​ເອ​ໃນ​ວັນ​ສຸກ​ທີ່​ຜ່ານ​ມາ ກ່ຽວ​ກັບວ່າ ແມ່ນ​ຫຍັງ​ທີ່​ນຳ​ໄປ​ສູ່​ການ​
ປ່ອຍຕົວຂອງທ່ານ ບຣັນສັນ ນັ້ນ, ທ່ານ ທຣຳ ເຊິ່ງຢູ່ສະໜາມບິນເທດສະບານຂອງ
ເມືອງ ຊິນຊິນເນຕິ ໄດ້ຕອບວ່າ: ພວກເຮົາໄດ້ລົມກັບ ເທີກີ, ແລະ ພວກເຮົາໄດ້ເຮັດ
ຕາມລະບົບ ແລ້ວກໍໄດ້ນຳຕົວຂອງລາວອອກມາ. ພວກເຮົາໄດ້ພະຍາຍາມທີ່ຈະເອົາ
ລາວອອກມາດົນແລ້ວ.”

ການ​ປ່ອຍ​ຕົວ​ຂອງ​ທ່ານ ບ​ຣັນ​ສັນ ໄດ້​ເປັນ​ຂີດ​ໝາຍ​ ຂອງ​ການ​ສິ້ນ​ສຸດ​ຄວາມ​ຂັດ​ແຍ້ງ​
ທາງການທູດທີ່ຂົມຂື່ນລະຫວ່າງ ວໍຊິງຕັນ ກັບ ອັງກາຣາ. ທ່ານ ບຣັນສັນ ຈະໄດ້ປະເຊີນ
ກັບການຂັງຄຸກ 35 ປີ ຖ້າທ່ານຖືກຕັດສິນວ່າມີຄວາມຜິດ ກ່ຽວກັບ ລັດທິກໍ່ການຮ້າຍ
ແລະ ຂໍ້ກ່າວຫາສອດແນມ, ເປັນການກ່າວຫາທີ່ ວໍຊິງຕັນ ເອີ້ນວ່າບໍ່ມີມູນຖານ.

ທ່ານ ທ​ຣຳ ໄດ້​ກ່າວ​ຢູ່​ໃນ​ຫ້ອງ​ການ ໂອ​ໂວ​ລ​ ວ່າ ການ​ແກ້​ໄຂ​ ຂອງ​ບັນ​ຫາ​ດັ່ງ​ກ່າວ ເປັນ​
ຂີດໝາຍຂອງ “ບາດກ້າວທີ່ຍິ່ງໃຫຍ່” ໃນສາຍພົວພັນລະຫວ່າງ ສະຫະລັດ ກັບ ເທີກີ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG