ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄຸນ​ພໍ່​ບ​ຣັນ​ສັນ ຖືກ​ປ່ອຍ​ ​ຈາກ​ຄຸກ ເຮັດ​ໃຫ້ ການ​ຂັດ​ແ​ຍ້ງ ລະ​ຫວ່າງ ສຫລ ກັບ ເທີ​ກີ ​ສິ້ນ​ສຸດ​ລົງ


ຄຸນ​ພໍ່​ບ​ຣັນ​ສັນ ກາງ​ຊ້າຍ ແລະ​ພັນ​ລະ​ຍາ​ຂອງ​ທ່ານ ຍາ​ນາງ​ນໍ​ຣິນ ບ​ຣັນ​ສັນ ມາ​ເຖິງ​ສະ​ໜາມ​ບິນ ອັດ​ນັນ ເມັນ​ເດີ​ເ​ຣ​ສ ເພື່ອ​ເດີນ​ທາງ​ໄປ​ຍັງ​ເຢຍ​ຣະ​ມັນ ວັນ​ທີ 12 ຕຸ​ລາ 2018.
ຄຸນ​ພໍ່​ບ​ຣັນ​ສັນ ກາງ​ຊ້າຍ ແລະ​ພັນ​ລະ​ຍາ​ຂອງ​ທ່ານ ຍາ​ນາງ​ນໍ​ຣິນ ບ​ຣັນ​ສັນ ມາ​ເຖິງ​ສະ​ໜາມ​ບິນ ອັດ​ນັນ ເມັນ​ເດີ​ເ​ຣ​ສ ເພື່ອ​ເດີນ​ທາງ​ໄປ​ຍັງ​ເຢຍ​ຣະ​ມັນ ວັນ​ທີ 12 ຕຸ​ລາ 2018.

ຄຸນ​ພໍ່​ອາ​ເມ​ຣິ​ກັນ​ຄົນ​ນຶ່ງ​ທີ່​ຖືກ​ກັກ​ຂັງ​ຢູ່​ໃນ​ເທີ​ກີເປັນ​ເວ​ລາ​ສອງ​ປີ ກຳ​ລັງ​ເດີນ​ທາງ​ກັບ​ມາ
​ສະ​ຫະ​ລັດ ຫຼັງ​ຈາກ​ໄດ້​ຖືກ​ປ່ອຍ​ໂຕ​ໂດຍ​ສານ​ເທີ​ກີ.

ການ​ປ່ອບ​ໂຕ​ທານ​ແອ​ນດ​ຣູ ບ​ຣັນ​ສັນ​ ໃນ​ວັນ​ສຸກວານ​ນີ້ ໄດ້​ເປັນ​ຂີດ​ໝາຍຂອງ​ການ​ສິ້ນ​
ສຸດລົງ​ໃນ​ການ​ໂຕ​ແຍ້ງທາງ​ການ​ທູດທີ່​ຂົມ​ຂື່ນ​ລະ​ຫວ່າງວໍ​ຊິງ​ຕັນ ແລະ​ອັງ​ກາ​ຣາ. ທ່ານ
ບ​ຣັນ​ສັນ ໄດ້​ປະ​ເຊີນ​ໜ້າ​ກັບ​ການ​ຕິ​ດ​ຄຸກ 35 ປີ ຖ້າ​ຫາກ​ທ່ານ​ຖືກ​ຕັດ​ສິນ​ລົງ​ໂທດ​ກ່ຽວ​
ກັບຂໍ້​ຫາ​ກໍ່​ການ​ຮ້າຍ ແລະສືບ​ລັບ ຊຶ່ງ​ເປັນການ​ກ່າວ​ຫາ​ທີ່​ວໍ​ຊິງ​ຕັນ​ຮ້ອງວ່າ ​ບໍ່​ມີ​ມູນ​
ຄວາມ​ຈິງ.

ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ດໍ​ໂນລ ທ​ຣຳ ໄດ້​ກ່າວ ​ຕໍ່​ບັນ​ດາ​ນັກ​ຂ່າວ​ວ່າ​ ທ່ານບ​ຣັ​ນ
ສັນໄດ້ “ຮັບຄວາມທຸກ​ທໍ​ລະ​ມານ​ຢ່າງ​ໃ​ຫ​ຍ່” ແຕ່​ວ່າ​ບັດ​ນີ້ “ຢູ່​ໃນ​ສະ​ພາບ​ດີ” ແລະ​ຈະ​
ມາ​ຢ້ຽມ​ຢາມ ​ທຳ​ນຽບ​ຂາວ​ໃນ​ບໍ່​ຊ້າ​ນີ້. ຢູ່​ໃນ​ການ​ສົ່ງ​ຂໍ້​ຄວາມ​ທາງ​ທວິດ​ເຕີ ລັດ​ຖະ​ມົນ​
ຕີ​ຕ່າງ​ປະ​ເທດທ່ານ​ໄມ​ຄ໌ ພອມ​ພຽວ ກ່າວ​ວ່າ​ລັດ​ຖະ​ບານ​ທ່ານ​ທ​ຣຳ​ຈະ​ສືບ​ຕໍ່​ປະ​ຕິ​ບັດ​
ງານ ເພື່ອ​ນຳ​ເອົາຊາວ​ອາ​ເມ​ຣິ​ກັນ​ຄົນ​ອື່ນໆ​ທີ່ “ຖືກ​ຕິດ​ຄຸກ​ແບບ​ບໍ່​ເປັນ​ທຳ” ນັ້ນ
ກັບ​ຄືນ​ບ້ານ.

​ເຮືອ​ບິນທະ​ຫານ​ສະ​ຫະ​ລັດ ໄດ້​ນຳ​ເອົາ​ທ່ານບ​ຣັນ​ສັນ​ໄປ​ຖານ​ທັບ​ຣຳ​ສ​ໄຕ​ນ໌ ໃນ​ເຢຍ
​ຣະ​ມັນ ໃນ​ວັນ​ສຸກວານ​ນີ້​ ເພື່ອກວດ​ສຸ​ຂະ​ພາບ​ກ່ອນ​ສືບ​ຕໍ່ເດີນ​ທາງ​ມາຍັງ ສະ​ຫະ​ລັດ.

ເອ​ກ​ອັກ​ຄະ​ລັດ​ຖະ​ທູດ​ສະ​ຫະ​ລັດ​ປະ​ຈຳ​ເຢຍ​ຣະ​ມັນ ທ່ານ​ຣິເຈີຣ​ດ໌ ເກ​ຣີ​ແນລ ໄດ້ໄປ
ຕ້ອນ​ຮັບ​ທ່ານບ​ຣັ​ນ​ສັນຢູ່​ຖານ​ທັບ​ອາ​ກາດ. ເອກ​ອັກ​ຄະ​ລັດ​ຖະ​ທູດ​ໄດ້​ເອົາ​ຮູບ ພາບ
​ອອກ​ເຜີຍ​ແຜ່​ ​ຢູ່​ໃນ​ການ​ສົ່ງ​ຂໍ້​ຄວາມ​ທາງທວິດ​ເຕີ ທີ່​ເຫັນ​ທ່ານບ​ຣັນ​ສັນ​ຈູບ​ທຸງ​ອາ​ເມ​
ຣິ​ກັນ. ເອກ​ອັກ​ຄະ​ລັດ​ຖະ​ທູດ​ເກ​ຣີ​ແນ​ລ ກ່າວ​ວ່າ “ເວ​ລາ​ຂ້າ​ພະ​ເຈົ້າ​ເອົາ​ທຸງອາ​ເມ​ຣິ
​ກັນໃຫ້​ທ່ານ ທ່ານ​ຈູບ​ທຸງ​ໃນ​ທັນ​ທີ.”

ປະ​ທາ​ນາ​ທິ​ບໍ​ດີ​ທ​ຣ​ຳ ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ​ໃນ​ວັນ​ສຸກວານ​ນີ້​ວ່າ ທ່ານບ​ຣັນ​ສັນ “ກຳ
ລັງ​ມາ​ທຳ​ນຽບ​ຂາວ ຊຶ່ງ​ມີ​ທ່າ​ທາງວ່າຈະ​ເປັນ​ວັນ​ເສົາ​ມື້​ນີ້.

ຮູບ​ພາບ ເງິນ​ລີ​ຣາ ຂອງ​ເທີ​ກີ ທີ່​ເຫ​ັນ​ຢູ່​ໃນ​ການ​ແລກ​ປ່ຽນ ໃນ​ນ​ະ​ຄອນ​ອິ​ສ​ຕັນ​ບູ​ລ ປ​ະເທດ​ເທີ​ກີ ວັນ​ທີ 13 ສິງ​ຫາ 2018.
ຮູບ​ພາບ ເງິນ​ລີ​ຣາ ຂອງ​ເທີ​ກີ ທີ່​ເຫ​ັນ​ຢູ່​ໃນ​ການ​ແລກ​ປ່ຽນ ໃນ​ນ​ະ​ຄອນ​ອິ​ສ​ຕັນ​ບູ​ລ ປ​ະເທດ​ເທີ​ກີ ວັນ​ທີ 13 ສິງ​ຫາ 2018.

ສານ​ເທີ​ກີ​ພົບ​ເຫັນ​ວ່າ ທ່ານບ​ຣັນ​ສັນ ມີ​ຄວາມ​ຜິດ ​ໃນ​ວັນ​ສຸກວານ​ນີ້ ແຕ່​ໄດ້​ຕັດ​ສິນ
​ລົງ​ໂທດ​ທ່ານ​ໃຫ້​ຕິດ​ຄຸກ​ພຽງ​ແຕ່​ສາມ​ປີ​ ແລະ​ນຶ່ງ​ເດືອນເທົ່າ​ນັ້ນ. ຄຸນ​ພໍ່​ບ​ຣັນ​ສັນ ໄດ້
ຖືກ​ຄຸມ​ຂັງ ໃນ​ຂະ​ນະ​ທີ່​ລໍ​ຖ້າ​ກ​ານດຳ​ເນີນ​ຄະ​ດີ​ເປັນ​ເວ​ລາ​ສອງ​ປີ ເພາະ​ສະ​ນັ້ນ ທ່ານ
ຈຶ່ງ​ໄດ້​ຖືກ​ປ່ອຍ​ໂຕ ​ສຳ​ລັບ​ເວ​ລາ​ທີ່ທ່ານໄດ້ຮັບໃຊ້ໂທດ​ໄປ​ແລ້ວ​.

ບັນ​ດາ​ຜູ້​ເຫັນ​ເຫດ​ການ​ໄດ້​ອ້າງ​ຄຳ​ເວົ້າ​ ທ່ານບ​ຣັນ​ສັນທີ່​ກ່າວ​ຢູ່​ໃນ​ການ​ຮັບ​ຟັງຄຳຕັດ
​ສິນ​ລົງ​ໂທດນັ້ນ​ວ່າ​ “ນີ້​ແມ່ນ​ມື້​ທີ່​ຄອບ​ຄົວຂອງຂ້າ​ພະ​ເຈົ້າ​ທັງ​ໝົດໄດ້​ພາ​ກັນ​ລໍ​ຖ້າ.”

ໃນລະ​ຫວ່າງ​ມື້​ທີ​ສີ່​ຂອງ​ການ​ຮັບ​ຟັງ​ຄຳ​ໃຫ້​ການ ໃນ​ວັນ​ສຸກວານ​ນີ້ ພະ​ຍານ​ສາມ​ຄົນ​
ຂອງໄອ​ຍະການ ໄດ້​ປ່ຽນຄຳ​ໃຫ້​ການ ທີ່​ໄດ້​ເວົ້າ​ໄປໃນຕອນ​ຕົ້ນ. ຜູ້​ນຶ່ງ​ກ່າວ​ວ່າ ລາວ​ບໍ່​
ຮູ້​ວ່າ​ທ່ານ​ບ​ຣັນ​ສັນ​ແມ່ນ​ໃຜໃນ​ຂະ​ນະ​ທີ່​ຄົນ​ອື່ນໆ​ອ້າງວ່າສານ​ໄດ້​ເຂົ້າ​ໃຈ​ຜິດຢູ່​ໃນ​ຄຳ​
ໃຫ້​ການ​ຂອງ​ເຂົາ​ເຈົ້າ​ເທື່ອ​ກ່ອນ.

ອ່ານ​ຂ່າວ​ນີ້​ເພິ້​ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG