ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສານ ສຫລ ຕັດສິນ ຈຳຄຸກ ນາຍທະນາຄານ​ ຊາວເທີ​ກີ ໃນຄະດີ ການ​ລົງ​​ໂທດ ຕໍ່ອີຣ່ານ


ພາບແຕ້ມໃນສານ, ທ້າວເມ​ແມັຕ ຮາ​ຄານ ອາທິ​ລລາ, ທີ 2 ຈາກຊ້າຍ, ນັ່ງຮັບຟັງຄຳພິພາກສາຂອງສານ, ຄຽງຂ້າງກັບ
ທະນາຍຄວາມຂອງທ່ານ ກໍຄືທ່ານນາງ ແຄັດຕີ ແຟລມມິງ, ຊ້າຍ, ແລະທ່ານວິກເຕີ ຣັອກໂກ, ວັນທີ 16 ພຶດສະພາ 2018, ໃນນິວຢອກ.
ພາບແຕ້ມໃນສານ, ທ້າວເມ​ແມັຕ ຮາ​ຄານ ອາທິ​ລລາ, ທີ 2 ຈາກຊ້າຍ, ນັ່ງຮັບຟັງຄຳພິພາກສາຂອງສານ, ຄຽງຂ້າງກັບ ທະນາຍຄວາມຂອງທ່ານ ກໍຄືທ່ານນາງ ແຄັດຕີ ແຟລມມິງ, ຊ້າຍ, ແລະທ່ານວິກເຕີ ຣັອກໂກ, ວັນທີ 16 ພຶດສະພາ 2018, ໃນນິວຢອກ.

ສານ​ລັດຖະບານ​ກາງ​ສະຫະລັດ ​ໄດ້​ຕັດສິນ​ໂທດ​ໃນ​ວັນ​ພຸດ​ວານ​ນີ້ ໃຫ້ເຈົ້າໜ້າທີ່​ທະ
ນາຄານ​ຊາວ​ເທີ​ກີຄົນ​ນຶ່ງ ຈຳ​ຄຸກ​ເປັນ​ເວລາ 32 ​ເດືອນ ​ໃນ​ຂໍ້ຫາຊ່ອຍ​ເຫຼືອ​ອີຣ່ານຫຼົບ
​ຫລີກການ​ລົງໂທດ ທາງດ້ານ​ການ​ຄ້າ​ຂອງສະຫະລັດ.

ທ້າວ ເມ​ແມັຕ ຮາ​ຄານ ອາທິ​ລລາ ​ໄດ້​ຖືກ​ພົບເຫັນວ່າມີຄວາມຜິດ​ໃນ​ເດືອນ​ມັງ ກອນ​
ຜ່ານ​ມາ​ນີ້ ​ໃນຄວາມຜິດ 5 ກະ​ໂທ​ງ ໃນການສໍ້ໂກງທະນາຄາ​ນແລະການສົມຮູ້ຮ່ວມ
ຄິດ. ລາວ​ໄດ້​ພົ້ນໂທດນຶ່ງ​ກະ​ໂທ​ງ ​ໃນ​ຂໍ້ຫາຟອກ​ເງິນ.

ຄະນະ​ໄອ​ຍະ​ການ​ຢືນ​ຢັດວ່າ ທ້າວອາທິ​ລລາ ​ໃຊ້​ຕຳ​ແໜ່​ງຂອງ​ລາວ ​ໃນ​ຖານະ​ຮອງ
​ຜູ້​ຈັດການ​ໃຫຍ່ ​ທະນາຄານ​ຕ່າງປະ​ເທດ ທະ​ນາ​ຄານ​ຮອລ​ແບັງຂອງລັດຖະບານເທີ
ກີເພື່ອ​ສ້າງ​ແລະ​ຊ່ອຍ​ເຫຼືອ ແຜນການ​ທີ່​ສາມາດ​ ນຳເງິນກຳໄລ​ຫຼາຍ​ພັນ​ລ້ານ​ໂດ​ລາ
ຈາກ​ການ​ຂາຍ​ນ້ຳມັນ​ຂອງ​ອີຣ່ານ ​ຜ່ານຕະຫຼາດ​ການ​ເງິນ​ຂອງ​ໂລກ ນັບ​ຕັ້ງ​ແຕ່ ​ປີ
2011 ​ເປັນ​ຕົ້ນ​ມາ.

“ນີ້​ແມ່ນ​ດຳເນີນຄະດີກ່ຽວກັບການຫລົບຫລີກການ​ລົງ​ໂທດ​ທີ່​ໃຫຍ່ທີ່ສຸດ ​ໃນ​ສະຫະ
ລັດທີ່​ພວກ​ເຮົາ​ຮູ້ເຫັນ,” ນັ້ນຄືຄຳເວົ້າຂອງຜູ້ຊ່ວຍ​ໄອຍະການສະຫະລັດ ທ່ານໄມຄ໌​
ໂກ ​ລັອກກາຣ໌ດ ​ໄດ້​ກ່າວ​ໄວ້.

ຄະດີ​ດັ່ງກ່າວ ຍັງ​ໄດ້ສ້າງຄວາມເຄັ່ງຕຶງທາງ​ການ​ທູດ​ລະຫວ່າງ​ສະຫະລັດ ກັບ​ເທີ​ກີ.
ປະທານາທິບໍດີ​ເທີ​ກີ ທ່ານ​ເຣເຊັບ ຕາ​ຢິບ​ ເອີດວນ ​ໄດ້​ກ່າວ​ເຖິງ​ຄະດີນີ້​ວ່າ “​ແມ່ນ
ການວາງ​ແຜນ​ທີ່​ເປັນ​ລູກ​ໂສ້​ຮ້າຍ​ແຮງ​”
ຕໍ່ຕ້ານ​ລັດຖະບານ​ຂອງ​ທ່ານ.

ຄະນະ​ໄອ​ຍະ​ການ​ໄດ້​ຮຽກຮ້ອງໃຫ້​ມີ​ການ​ລົງ​ໂທດຕິດ​ຄຸກ 20 ປີ, ​ແຕ່​ວ່າ ຜູ້​ພະ​ພາກ
​ສາ​ປະຈຳເຂດຂອງ​ສະຫະລັດ ​ທ່ານ ຣິເຈີດ ​ເບີຣ໌​ເມັນ ​ໄດ້​ກ່າວ​ວ່າ ແຜນການນີ້ ມີທ່າ
ທາງວ່າກຳກັບ​ໂດຍ​ພວກ​ທີ່​ມີ​ອຳນາດ ຫຼາຍ​ກວ່າທ້າວອາທິ​ລລາ.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG